25 ບ້ານ ໄດ້ຮັບຜົນກະທົບຈາກ ການແພ່ລະບາດຂອງບົ້ງ ແລະ ຕັກແຕນ

0
2193

ໃນທ້າຍເດືອນມິຖຸນາ ທີ່ຜ່ານມາ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວຽງຄຳ ໄດ້ລົງເກັບກຳ ແລະ ຊຸກຍູ້ປະຊາຊົນປູກພືດລະດູຝົນ ພ້ອມເຝົ້າລະວັງຄວບຄຸມໄພພິບັດ ເພື່ອສະກັດກັ້ນ ການແຜ່ລະບາດຂອງ ສັດຕູພືດ; ຜ່ານການເກັບກໍາສັງລວມ ໃນ 42 ບ້ານ ມີເນື້ອທີ່ທັງໝົດ 5.512 ເຮັກຕາ, 2.725 ຄອບຄົວ. ໃນນີ້, ໄດ້ຮັບຜົນເສຍຫາຍ 25 ບ້ານ, ມີ 1.270 ຄອບຄົວ, ເນື້ອທີ່ໄດ້ຮັບຜົນກະທົບ 2.916,42 ເຮັກຕາ; ຜົນເສຍຫາຍຫຼາຍກວ່າໝູ່ ແມ່ນ ເຂົ້າໄຮ່, ແນວພັນສາລີ 145,82 ໂຕນ, ແນວພັນແກ່ນຫຍ້າ 22,65 ໂຕນ ຢູ່ບ້ານຫ້ວຍໄກ້, ບ້ານພູກາງ, ບ້ານພູຜັກແພວ, ບ້ານນາກາງ, ບ້ານວັງບົງ, ບ້ານລ້ອງຫຍ້າ, ບ້ານຫ້ວຍຊ່ວງ, ບ້ານໂພນງາມ ແລະ ບ້ານອື່ນໆອີກ.

ເກັບກຳ ແລະ ຊຸກຍູ້ປະຊາຊົນປູກພືດລະດູຝົນ ພ້ອມເຝົ້າລະວັງຄວບຄຸມໄພພິບັດ
ເກັບກຳ ແລະ ຊຸກຍູ້ປະຊາຊົນປູກພືດລະດູຝົນ ພ້ອມເຝົ້າລະວັງຄວບຄຸມໄພພິບັດ

– ສໍາລັບການລະບາດຂອງຕັກແຕນຝູງ

ໄດ້ສໍາຫຼວດ 32 ບ້ານ, 79 ຈຸດ, ກວມພື້ນທີ່ປະມານ 1.211 ເຮັກຕາ; ໃນນັ້ນ, ຢູ່ເຂດຜະລິດຂອງປະຊາຊົນ 21 ຈຸດ ເນື້ອທີ່ 306 ເຮັກຕາ, ປ່າທໍາມະຊາດ 31 ຈຸດ ເນື້ອທີ່ 583 ເຮັກຕາ, ເຂດສັດລ້ຽງຂອງປະຊາຊົນ 27 ຈຸດ ເນື້ອທີ່ 322 ເຮັກຕາ, ໄດ້ຮັບຜົນກະທົບ 19 ບ້ານ, 57 ຄອບຄົວ, ພົນລະເມືອງ 275 ຄົນ, ຍິງ 108 ຄົນ, ເນື້ອທີ່ຜົນກະທົບ 114 ເຮັກຕາ ແລະ ເນື້ອທີ່ເສຍຫາຍ 5 ເຮັກຕາ; ດັ່ງນັ້ນ, ທາງຫ້ອງການກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ສົມທົບກັບ ອົງການຈັດຕັ້ງບ້ານ ປຸກລະດົມປະຊາຊົນເປັນຂະບວນ ເພື່ອປາບຕັກແຕນ 3 ຄັ້ງ, ເຊິ່ງມີຜູ້ເຂົ້າຮ່ວມ 138 ເທື່ອຄົນ, ຍິງ 58 ຄົນ; ໂດຍໃຊ້ແກດຈູດໃນຊ່ວງໄລຍະຕັກແຕນເປັນໂຕອ່ອນ, ໃຊ້ຟົດ, ໄມ້ຟາດ-ທັບຕີ, ໃຊ້ມຸ້ງກວດ ແລະ ໃຊ້ຢາຊີດບາງຈຸດ ລວມມີ 7 ບ້ານ ໃນຈຳນວນ 9 ຈຸດ, ເນື້ອທີ່ 5,4 ເຮັກຕາ; ນອກນັ້ນ, ບັນດາຄູ-ອານຈານ ແລະ ນັກຮຽນ ມສ ສາມສຸມ ແລະ ປະຊາຊົນ ບ້ານພູກາງ ຍັງໄດ້ເຂົ້າຮ່ວມປາບປາມຊ່ວຍອີກ.

ປຸກລະດົມປະຊາຊົນເປັນຂະບວນ ເພື່ອປາບຕັກແຕນ
ປຸກລະດົມປະຊາຊົນເປັນຂະບວນ ເພື່ອປາບຕັກແຕນ

– ສໍາລັບ ການແພ່ລະບາດຂອງແມງບົ້ງ

ແມ່ນເລີ່ມແຕ່ວັນທີ 24 ມິຖຸນາ 2019 ເປັນຕົ້ນມາ, ເຊິ່ງມີທ່າອ່ຽງເພີ່ມຂຶ້ນ ແລະ ມີລັກສະນະຮຸນແຮງ; ຈາກການສັງລວມຂໍ້ມູນເບື້ອງຕົ້ນ ມີ 5 ບ້ານ ໄດ້ຮັບຜົນກະທົບ, 69 ຄອບຄົວ, 345 ຄົນ, ຍິງ 117 ຄົນ, ພືດໄດ້ຮັບຜົນກະທົບ 138 ເຮັກຕາ ແລະ ເສຍຫາຍ 55,5 ເຮັກຕາ; ມາຮອດວັນທີ 28 ມິຖຸນາ 2019, ມີ 15 ບ້ານ, 216 ຄອບຄົວ, ມີເນື້ອທີ່ໄດ້ຮັບຜົນກະທົບ 496,8 ເຮັກຕາ, ເສຍຫາຍ 129,6 ເຮັກຕາ ແລະ ຜົນເສຍຫາຍສ່ວນຫຼາຍແມ່ນ ເຂົ້າໄຮ່.

ຜົນເສຍຫາຍສ່ວນຫຼາຍ ມີ່ເກີດຈາກການແພ່ລະບາດຂອງແມງບົ້ງ ແມ່ນ ເຂົ້າໄຮ່
ຜົນເສຍຫາຍສ່ວນຫຼາຍ ມີ່ເກີດຈາກການແພ່ລະບາດຂອງແມງບົ້ງ ແມ່ນ ເຂົ້າໄຮ່

ພ້ອມນັ້ນ, ອົງການປົກຄອງເມືອງ ໂດຍສະເພາະແມ່ນ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງວຽງຄໍາ ໄດ້ສົມທົບກັບ ຄະນະກໍາມະການຄວບຄຸມໄພພິບັດຂັ້ນເມືອງ ແລະ ແຕ່ງຕັ້ງທີມງານວິຊາການ ສົມທົບ ອົງການຈັດຕັ້ງບ້ານແຕ່ລະບ້ານ ແລະ ປະຊາຊົນ ສຸມໃສ່ລະດົມໃຫ້ເປັນຂະບວນປາບປາມ ຢ່າງກ້ວາງຂວາງ ເພື່ອສະກັດກັ້ນການລະບາດຂອງຕັກແຕນ ແລະ ແມງບົ້ງດັ່ງກ່າວ; ພ້ອມທັງລະດົມຜູ້ທີ່ມີເງື່ອນໄຂ, ຢູ່ໃກ້ແຫຼ່ງນໍ້າ ໂດຍໃຊ້ນໍ້າຫົດຜົນລະປູກຂອງຕົນ ເພື່ອບໍ່ໃຫ້ແຮ່ວແຫ້ງ ໂດຍສະເພາະແມ່ນ ພື້ນທີ່ປູກຕົ້ນໄມ້ອຸດສາຫະກໍາ ແລະ ຕົ້ນໄມ້ກິນໝາກ ປະມານ 17 ເຮັກຕາ; ສ່ວນພື້ນທີ່ມີການກະທົບໄພແຫ້ງແລ້ງ ແລະ ມີການແພ່ລະບາດຂອງຕັກແຕນ, ກໍໄດ້ແກ້ໄຂ ໂດຍການແນະນໍາຊຸກຍູ້ໃຫ້ປະຊາຊົນ ປູກຫຍ້າອາຫານສັດ, ໝາກແໜ່ງ, ໝາກງາ ແລະ ພືດຊະນິດອື່ນໆ ຕາມເງື່ອນໄຂຂອງຄອບຄົວ ເພື່ອສ້ອມແຊມທົດແທນເນື້ອທີ່ເປົ່າວ່າງ ທີ່ໄດ້ຮັບຜົນເສຍຫາຍໃນແຕ່ລະບ້ານ, ເຊິ່ງລວມທັງໝົດມີ 635 ຄອບຄົວ ກວມເນື້ອທີ່ 1.130 ເຮັກຕາ; ຕໍ່ກັບຜົນກະທົບຈາກ ໄພແຫ້ງແລ້ງ ແລະ ການແຜ່ລະບາດຂອງ ແມງໄມ້ ດັ່ງກ່າວ, ທາງອົງການປົກຄອງເມືອງ ໄດ້ເຂົ້າໄປຊ່ວຍເຫຼືອ ແລະ ແນະນໍາໃຫ້ປະຊາຊົນ ປູກພືດທົດແທນໃນພື້ນທີ່ມີການລະບາດຈໍານວນໜຶ່ງ ເຊັ່ນ: ປູກໝາກງາ 2 ຄອບຄົວ ເນື້ອທີ່ 6 ເຮັກຕາ; ປູກສາລີ 5 ຄອບຄົວ ເນື້ອທີ່ 10 ເຮັກຕາ; ໝາກເດືອຍ 6 ຄອບຄົວ ເນື້ອທີ່ 10 ເຮັກຕາ; ຖົ່ວດິນ 3 ຄອບຄົວ ເນື້ອທີ່ 3 ເຮັກຕາ; ມັນຕົ້ນ 2 ຄອບຄົວ ເນື້ອທີ່ 6 ເຮັກຕາ; ພືດຜັກ 2 ຄອບຄົວ 0,5 ເຮັກຕາ ແລະ ພືດຊະນິດອື່ນໆ 7 ຄອບຄົວ 7,5 ເຮັກຕາ; ນອກນັ້ນ, ຍັງໄດ້ສະໜອງແນວພັນເຂົ້ານາ ຈາກກອງທຶນເຂົ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ປະຊາຊົນຈໍານວນ 500 ກິໂລກຼາມ ຕື່ມອີກ.

ໄດ້ມີການຈັດຕັ້ງ ທີມງານວິຊາການ ສົມທົບ ອົງການຈັດຕັ້ງບ້ານແຕ່ລະບ້ານ ແລະ ປະຊາຊົນ ສຸມໃສ່ລະດົມໃຫ້ເປັນຂະບວນປາບປາມ ຢ່າງກ້ວາງຂວາງ ເພື່ອສະກັດກັ້ນການລະບາດຂອງຕັກແຕນ ແລະ ແມງບົ້ງ
ໄດ້ມີການຈັດຕັ້ງ ທີມງານວິຊາການ ສົມທົບ ອົງການຈັດຕັ້ງບ້ານແຕ່ລະບ້ານ ແລະ ປະຊາຊົນ ສຸມໃສ່ລະດົມໃຫ້ເປັນຂະບວນປາບປາມ ຢ່າງກ້ວາງຂວາງ ເພື່ອສະກັດກັ້ນການລະບາດຂອງຕັກແຕນ ແລະ ແມງບົ້ງ