ເຊກອງ – ກວາງນາມ ແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ

0
1386

ກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ ແລະ ກອງບັນຊາການ ທະຫານຊາຍແດນ ແຂວງກວາງນາມ ສສ ຫວຽດນາມ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2019, ເຊິ່ງຈັດຂຶ້ນໃນວັນທີ 26 ມິຖຸນາ ຜ່ານມາ, ຢູ່ແຂວງກວາງນາມ; ໂດຍກອງປະຊຸມ ມີເປົ້າໝາຍເພື່ອປຶກສາຫາລື ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຕາມຊາຍແດນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍກວ່າເກົ່າ. ເຊິ່ງການພົບປະຄັ້ງນີ້, ຝ່າຍລາວ ນຳພາໂດຍ ພັອ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ; ສ່ວນຝ່າຍຫວຽດນາມ ແມ່ນນຳພາໂດຍ ພັອ ລິວ ວັນທ້ຽນ ຮອງຫົວໜ້າກອງບັນຊາການ ທະຫານຊາຍແດນ ແຂວງກວາງນາມ ສສ ຫວຽດນາມ ພ້ອມທັງມີຄະນະ 2 ຝ່າຍ ເຂົ້າຮ່ວມ.

ຝ່າຍລາວນຳໂດຍ ພັອ ສົມໄຊ ພູລະຄຳມະນີ -ຝ່າຍຫວຽດນາມນຳໂດຍ ພັອ ລິວ ວັນທ້ຽນ
ຝ່າຍລາວນຳໂດຍ ພັອ ສົມໄຊ ພູລະຄຳມະນີ -ຝ່າຍຫວຽດນາມນຳໂດຍ ພັອ ລິວ ວັນທ້ຽນ

ໃນກອງປະຊຸມ, ຜູ້ແທນທັງ 2 ຝ່າຍ ໄດ້ຜັດປ່ຽນກັນຂຶ້ນລາຍງານເຖິງ ສະພາບການຕ່າງໆທີ່ເກີດຂຶ້ນ ພາຍໃນແຕ່ລະແຂວງ ໂດຍສະເພາະແມ່ນ

ສະພາບເສດຖະກິດ, ບັນຫາຢາເສບຕິດ, ຄ້າຂາຍເຖື່ອນ ແລະອື່ນໆ; ພ້ອມທັງຄົ້ນຄວ້າບັນຫາຊາຍແດນ ທີ່ໄດ້ສົ່ງຜົນກະທົບຕໍ່ 2 ປະເທດ ເວົ້າລວມ, ເວົ້າສະເພາະແມ່ນ ແຂວງເຊກອງ ແລະ ແຂວງກວາງນາມ.

ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຈໍາ ປະຈໍາປີ 2019-2020
ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຈໍາ ປະຈໍາປີ 2019-2020

ທັງໝົດນັ້ນ, ກໍເພື່ອພ້ອມກັນຄົ້ນຄວ້າຫາວິທີແກ້ໄຂບັນຫາ, ແກ້ໄຂທຸກກົນອຸບາຍ ແລະ ຮູບການເຄື່ອນໄຫວຂອງ ບັນດາອິດທິກຳລັງປໍລະປັກ ທີ່ມີຕໍ່ ລາວ ແລະ ຫວຽດນາມ ໃຫ້ທັນເວລາ; ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຈໍາ ປະຈໍາປີ 2019-2020 ເຊິ່ງເນື້ອໃນແຕ່ລະຝ່າຍແມ່ນ ເພີ່ມທະວີປະສານສົມທົບ ແລະ ແລກປ່ຽນຂໍ້ມູນຂ່າວສານ ໃຫ້ກັນແລະກັນ. ເປັນຕົ້ນແມ່ນ ກົນອຸບາຍການເຄື່ອນໄຫວຂອງ ບັນດາເປົ້າໝາຍນັກສືບຊອດແນມ ແລະ ຜູ້ກໍ່ການຮ້າຍ; ຜັນຂະຫຍາຍການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ; ລວມທັງການເພີ່ມທະວີສຶກສາອົບຮົມ ການຄຸ້ມຄອງພົນລະເມືອງ ຢູ່ລຽບຕາມຊາຍແດນໃຫ້ຕື່ນຕົວເຄົາລົບກົດໝາຍ ແລະ ຮີດຄອງປະເພນີ ຂອງແຕ່ລະປະເທດ. ນອກຈາກນັ້ນ, ກໍຈະປະຕິບັດການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມກົດໝາຍ ຢ່າງເຂັ້ມງວດ ແລະ ແນໃສ່ຮັບປະກັນ ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນ ໂດຍຈະເຮັດໃຫ້ ແຂວງເຊກອງ ແລະ ແຂວງກວາງນາມ ເປັນຊາຍແດນແຫ່ງ ສັນຕິພາບ-ມິດຕະພາບ ແລະ ພ້ອມກັນຮັກສາຄວາມສະຫງົບ.

ກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ - ກອງບັນຊາການ ທະຫານຊາຍແດນ ແຂວງກວາງນາມ ສສ ຫວຽດນາມ
ກອງບັນຊາການ ປກສ ແຂວງເຊກອງ ສປປ ລາວ – ກອງບັນຊາການ ທະຫານຊາຍແດນ ແຂວງກວາງນາມ ສສ ຫວຽດນາມ