ພິທີປະກາດການຈັັດຕັ້ງມອບ-ຮັບໜ້າທີ່ ເຈົ້າເມືອງໆຊຽງຮ່ອນ ລະຫວ່າງ ທ່ານ ສໍາລານ ແປງສະຫວ່າງ ( ຜູ້ເກົ່າ ) ແລະ ທ່ານ ບຸນລ້ວນ ຊົມສີຫາປັນຍາ ( ຜູ້ໃໝ່ )
ພິທີປະກາດການຈັັດຕັ້ງມອບ-ຮັບໜ້າທີ່ ເຈົ້າເມືອງໆຊຽງຮ່ອນ ລະຫວ່າງ ທ່ານ ສໍາລານ ແປງສະຫວ່າງ ( ຜູ້ເກົ່າ ) ແລະ ທ່ານ ບຸນລ້ວນ ຊົມສີຫາປັນຍາ ( ຜູ້ໃໝ່ )

ພິທີປະກາດການຈັັດຕັ້ງມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສໍາລານ ແປງສະຫວ່າງ ເຈົ້າເມືອງໆຊຽງຮ່ອນ ( ຜູ້ເກົ່າ ) ແລະ ທ່ານ ບຸນລ້ວນ ຊົມສີຫາປັນຍາ ເຈົ້າເມືອງໆຊຽງຮ່ອນ ( ຜູ້ໃໝ່ ) ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້, ໂດຍມີ ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງ ແລະ ເລຂາພັກບ້ານ ເຂົ້າຮ່ວມ.

ໃນພິທີ, ທ່ານ ຈັນເພັງ ແສນຄໍາ ຮອງຫົວໜ້າຄະນະຈັດຕັ້ງ ແຂວງໄຊຍະບູລີ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍ ການໂຍກຍ້າຍບ່ອນປະຈໍາການຂອງ ພະນັກງານໄປຮັບໜ້າທີ່ໃໝ່ ຢູ່ຂະແໜງການອື່ນ; ເຊິ່ງທ່ານກໍໄດ້ປະກາດໂຍກຍ້າຍດັ່ງນີ້:

  • ທ່ານ ບົວແພງ ອິນທະວົງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ເມືອງຊຽງຮ່ອນ ໄປຮັບໜ້າທີ່ໃໝ່ ຢູ່ພະແນກແຜນການ ແລະ ການລົງທຶນ ແຂວງໄຊຍະບູລີ.
  • ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ເລກທີ 102/ຄລສພ ລົງວັນທີ 27 ພຶດສະພາ 2019 ວ່າດ້ວຍ ການອະນຸມັດໃຫ້ ທ່ານ ສໍາລານ ແປງສະຫວ່າງ ເລຂາພັກເມືອງ ເຈົ້າເມືອງໆຊຽງຮ່ອນ ອອກພັກການ-ຮັບອຸດໜູນບໍານານ.
  • ບົ່ງຕົວແຕ່ງຕັ້ງ ທ່ານ ບຸນລ້ວນ ຊົມສີຫາປັນຍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ເປັນເລຂາພັກເມືອງ ເຈົ້າເມືອງໆຊຽງຮ່ອນ ( ຜູ້ໃໝ່ ).
ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ
ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ

ໃນຕອນທ້າຍ, ທ່ານ ປອ ສົມລິດ ເປືອກແກ້ວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ສະຫາຍເລຂາພັກເມືອງ ຜູ້ເກົ່າ ຍາດໄດ້ຜົນງານໃນການຊີ້ນຳ-ນຳພາ ໃນໄລຍະຜ່ານມາ. ເຊິ່ງການບົ່ງຕົວແຕ່ງຕັ້ງພະ    ນັກງານການນໍາຂອງເມືອງໃນຄັ້ງນີ້ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນປັດຈຸບັນ, ກໍຄື ສະເພາະໜ້າ ແລະ ຍາວນານ, ເພື່ອໃຫ້ສົມຄູ່ກັບໜ້າທີ່ວຽກງານ; ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບມອບໝາຍໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ຊີ້ນຳ-ນໍາພາ ອົງການປົກຄອງແຕ່ລະຂັ້ນຂອງເມືອງ ແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເສດຖະກິດ ໄດ້ຮັບການພັດທະນາຂະຫຍາຍຕົວ ຢ່າງຕໍ່ເນື່ອງ.