ປກສ ແຂວງວຽງຈັນ ເຜີຍແຜ່ ວຽກງານຄົ້ນຄວ້າສັງລວມ – ການຮ່າງເອກະສານລັດຖະການ

0
2216

ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານຄົ້ນຄວ້າສັງລວມ ແລະ ເຕັກນິກການຮ່າງເອກະສານທາງການ ຂຶ້ນໃນອາທິດທີ່ຜ່ານມານີ້; ເປັນປະທານໂດຍ ພັທ ຄຳສິງ ຮົ່ມດວງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ ເມືອງ 5 ຕົວເມືອງ ອອ້ມຂ້າງ ກອງບັນຊາການ ປກສ ແຂວງ ພ້ອມດ້ວຍພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານຄົ້ນຄວ້າສັງລວມ ແລະ ເຕັກນິກການຮ່າງເອກະສານທາງການ
ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານຄົ້ນຄວ້າສັງລວມ ແລະ ເຕັກນິກການຮ່າງເອກະສານທາງການ

ພັທ ຄຳພາ ສຸວັນນະແສງ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ກ່າວວ່າ:

ການເຜີຍແຜ່ ວຽກງານຄົ້ນຄວ້າສັງລວມ ແລະ ເຕັກນິກການຮ່າງເອກະສານທາງການ ໃນຄັ້ງນີ້ ກໍເພື່ອຍົກສູງລະດັບຄວາມຮູ້-ຄວາມສາມາດຂອງ ພະນັກງານ-ນັກຮົບ ໃນກຳລັງປ້ອງກັນຄວາມສະຫງົບ ທີ່ເຮັດວຽກງານຄົ້ນຄວ້າສັງລວມ ກຳໄດ້ຫຼັກການ, ວິທີການ, ຂັ້ນຕອນຂອງ ການຮ່າງເອກະສານທາງການ ເພື່ອຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຕາມໂຄງການປັງປຸງວຽກງານເສນາທິການ ໃນກຳລັງປ້ອງກັນຄວາມສະຫງົບ ທີ່ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ແລະ ຄຳສັ່ງຂອງ ຫົວໜ້າກອງບັນຊາການ ປກສ ແຂວງ ວາງອອກ ໃຫ້ປະກົດຜົນເປັນຈິງ ໃນທຸກກົມກອງອ້ອມຂ້າງ ກອງບັນຊາການ ປກສ ແຂວງ ເພື່ອນຳໃຊ້ເປັນຄູ່ມືໃນການປະຕິບັດໜ້າທີ່ເປັນເສນາທິການຊ່ວຍການນຳທຸກຂັ້ນ ໃນທົ່ວກຳລັງປ້ອງກັນຄວາມສະຫງົບແຂວງ.

ເອກະສານທີ່ນຳມາເຜີຍແຜ່ ວຽກງານຄົ້ນຄວ້າສັງລວມ ແລະ ເຕັກນິກການຮ່າງເອກະສານທາງການ ໃນຄັ້ງນີ້ ມີ:

ຄໍາສັ່ງຂອງກອງບັນຊາການ ປກສ ແຂວງວຽງຈັນ ສະບັບເລກທີ 11/ປສຂຈ ລົງວັນທີ 06 ພຶດສະພາ 2019, ຄຳແນະນຳຂອງ ຫ້ອງການກອງບັນຊາການ ປກສ ແຂວງ ກ່ຽວກັບ ວຽກງານຄົ້ນຄວ້າສັງລວມຂອງ ກຳລັງປ້ອງກັນຄວາມສະຫງົບ ແຂວງວຽງຈັນ ແລະ ຄໍາແນະນຳກ່ຽວກັບ ຮູບແບບ ແລະ ຮ່າງເອກະສານທາງການຂອງ ກຳລັງປ້ອງກັນຄວາມສະຫງົບ. ເຊິ່ງນອກຈາກ ຈະໄດ້ເຊື່ອມຊຶມເອກະສານແລ້ວ ກໍຍັງໄດ້ສົນທະນາ ແລະ ນຳພາຮ່າງເອກະສານຕົວຈິງ ຕື່ມອີກ. ນອກຈາກນີ້, ວຽກງານຄົ້ນຄວ້າສັງລວມ ກໍແມ່ນວຽກງານທີ່ເປັນໃຈກາງ ແລະ ມີຄວາມສຳຄັນຫຼາຍ ຖ້າທຽບໃສ່ວຽກງານອື່ນໆ ເພາະວ່າ ວຽກງານດ້ານເນື້ອໃນ ແມ່ນວຽກງານທີ່ມີຜົນກະທົບໂດຍກົງຕໍ່ການນຳ; ໂດຍສະເພາະ ມີຄວາມຮັບຜິດຊອບທາງດ້ານເນື້ອໃນ ຕໍ່ຄະນະພັກ-ຄະນະບັນຊາ ເປັນເສນາທິການຊ່ວຍວຽກ ໃນການຕິດຕາມ, ສັງລວມຂໍ້ມູນຂ່າວສານ, ບັນທຶກ, ຄົ້ນຄວ້າ, ໄຈ້ແຍກ, ວິເຄາະວິໄຈ, ຕີລາຄາບັນຫາຕ່າງໆ ຊ່ວຍການນໍາ ເພື່ອຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ ແລ້ວຊອກຫາວິທີການ ແລະ ມາດຕະການແກ້ໄຂ ດ້ວຍຫຼາຍຮູບການ.