ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງຂອງກຳລັງປ້ອງກັນຄວາມສະຫງົບ ເຂດ 4 ໄດ້ຈັດຂຶ້ນໃນທ້າຍເດືອນມິຖຸນາ 2019 ຢູ່ແຂວງຈໍາປາສັກ ເພື່ອສະຫຼຸບຕີລາຄືນການຈັດຕັ້ງວຽກງານໃນໄລຍະ 6 ເດືອນຕົ້ນປີ ແລະ ກໍານົດທິດທາງ 6 ເດືອນທ້າຍປີ, ມີ ພົຕ ປອ ສົມຫວັງ ທຳມະສິດ ຄະນະປະຈໍາພັກກະ ຊວງ ປະທານກວດກາພັກ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍບັນດາຄະນະກົມໃຫຍ່ການເມືອງ, ອ້ອມຂ້າງກົມກອງກະຊວງ ແລະ ກອງບັນຊາການ 4 ແຂວງ ພາກໃຕ້ ຄື: ແຂວງສາລະວັນ, ຈຳປາສັກ, ອັດຕະປື ແລະ ແຂວງເຊກອງ ເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຫົວໜ້າກອງບັນຊາການ ປກສ 4 ແຂວງພາກໃຕ້ ໄດ້ຜ່ານບົດສະຫຼຸບລາຍງານໃນການເຄື່ອນໄຫວຊີ້ນໍາໆພາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ, ເຊິ່ງຄະນະພັກ-ຄະນະບັນຊາ 4 ແຂວງພາກໃຕ້ ແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກ ງານ-ນັກຮົບ ພາຍໃນກົມກອງຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ ແລະ ເອົາໃຈໃສ່ປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດ ກໍຄືຂອງຂັ້ນເທິງວາງອອກທີ່ຕິດພັນກັບວຽກງານວິຊາສະເພາະຂອງຕົນ ເປັນຕົ້ນແມ່ນວຽກ ງານການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເຊັ່ນ: ບັນຫາການຄ້າຂາຍເຖື່ອນ, ບັນຫາຢາເສບຕິດ, ບັນຫາຂີ້ລັກ, ປຸ້ນຊັບ, ຊິງຊັບ, ກຸ່ມແກ້ງກວນເມືອງ, ນັກເລງອັນຕະພານ, ບັນຫາການກໍ່ອາຊະຍາກຳ ແລະ ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ.

ໂອກາດນີ້, ພົຕ ປອ ສົມຫວັງ ທຳມະສິດ ໄດ້ຊີ້ນຳໃຫ້ຄະນະພັກຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມະຊິກພັກພະນັກ ງານ-ນັກຮົບເປັນປົກກະຕິ, ເອົາກໍາລັງລົງກໍ່ສ້າງຮາກຖານໃຫ້ໃກ້ຊິດ ຕິດແທດກັບປະຊາຊົນ ຜັນຂະຫຍາຍວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ທຸກຄົນໃນສັງຄົມໄດ້ມີສ່ວນຮ່ວມ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ບັນຫາການຄ້າຂາຍເຖື່ອນ ແລະ ບັນຫາຢາເສບຕິດ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.