ສະຖານທີ່ເກີດເຫດການຄາດຕະກຳ ແມ່ນ ເຮືອນຂອງ ນາງ ກຸກ, ອ້ອມຂ້າງເຮືອນແມ່ນ ມີກຳແພງ ແລະ ຮົ້ວກັ້ນຄົນຮ້າຍສູງ 150 ຊັງຕີແມັດ; ຜ່ານການກວດກາສົບຂອງ ຜູ້ເສຍຊີວິດ, ເຈົ້າໜ້າທີ່ ບໍ່ພົບເຫັນຊັບສິນໃດສູນຫາຍ ໂດຍສະເພາະຊັບສິນທີ່ຜູ້ເສຍຊີວິດທີ່ໃສ່ໄວ້ ເຊັ່ນ: ສາຍຄໍ, ສາຍແຂນ ແມ່ນຍັງຄືເກົ່າ. ສະນັ້ນ, ເຈົ້າໜ້າທີ່ ຜູ້ຮັບຜິດຊອບຄະດີດັ່ງກ່າວ ຈຶ່ງໄດ້ໝົດຂໍ້ສົງໄສກ່ຽວກັບ ຄວາມເປັນໄປໄດ້ວ່າ ຈະເປັນການຄາດຕະກຳຊິງຊັບ.

ໃນສະຖານທີ່ເກີດເຫດ, ເຈົ້າໜ້າທີ່ ກວດພົບມີດ 1 ດວງ ແລະ ຮອຍລາຍນິ້ວມື, ລາຍຮອຍຕີນ ທີ່ຜູ້ຖືກເຄາະຮ້າຍ ແລະ ຄາດຕະກອນ ປະໄວ້, ເບິ່ງຕາມສະພາບການທີ່ເກີດຂຶ້ນ ຈຶ່ງຄາດຄະເນວ່າ: ຜູ້ລົງມືກໍ່ເຫດ ອາດມີການຜິດຖຽງກັບ ຜູ້ເສຍຊີວິດ ຢ່າງຮຸນແຮງ ຈຶ່ງເຮັດໃຫ້ ຄາດຕະກອນດັ່ງກ່າວນີ້ ລົງມືຢ່າງປ່າເຖື່ອນ.

ເພື່ອຕິດຕາມຈັບຕົວ ຜູ້ກໍ່ເຫດ ໃຫ້ໄດ້ທັນເຫດການ, ຄະນະຮັບຜິດຊອບຄະດີ ຈຶ່ງໄດ້ແຕ່ງຕັ້ງ ພະນັກງານ ເຮັດວຽກສືບສວນ ໂດຍເນັ້ນໃສ່ບັນດາຜູ້ທີ່ມີສາຍພົວພັນ ຫຼື ໃກ້ຊິດກັບຜູ້ເສຍຊີວິດ ແລະ ໄດ້ຈັດການຂຶ້ນບັນຊີເປົ້າໝາຍ ນັບແຕ່ເປົ້າໝາຍຂີ້ລັກງັດແງະ, ການພະນັນ, ຄະດີຢາບ້າ, ກຸ່ມປຸ້ນຊັບ, ກໍ່ຄວາມວຸ້ນວາຍ ແລະອື່ນໆລວມ 100 ກວ່າເປົ້າໝາຍ ທີ່ຂຶ້ນກັບ ຫຼາຍສິບຕາແສງ ອ້ອມຂ້າງມາສອບສວນ.

ຜ່ານການລົງຕິດຕາມ ແລະ ກວດກາ ບັນດາເປົ້າໝາຍ ທີ່ສົງໄສ, ສາມາດຄັດຈ້ອນເປົ້າໝາຍໄດ້ 2 ຄົນ ລວມມີ ທ້າວ ເຈິ່ນຈ້ອງລວນ ອາຍຸ 34 ປີ ແລະ ທ້າວ CLT ອາຍຸ 20 ປີ ທັງສອງຢູ່ຕາແສງເຕິ້ນອ້ຽນ, ພິເສດສຳລັບ ທ້າວ ລວນ ເຈົ້າໜ້າທີ່ ພົບເຫັນການສະແດງອອກຫຼາຍຢ່າງ ທີ່ຜິດປົກກະຕິ.

ທ້າວ ລວນ ເກີດໃນຄອບຄົວທຸກຍາກ, ມີອ້າຍນ້ອງນຳກັນຫຼາຍຄົນ, ສະພາບຄອບຄົວ ພົບຄວາມຫຍຸ້ງຍາກ; ດັ່ງນັ້ນ, ຜູ້ກ່ຽວຈຶ່ງຮຽນພຽງແຕ່ຈົບຊັ້ນປະຖົມ ກໍອອກໂຮງຮຽນ ແລ້ວເລ່ລ້ອນນຳກຸ່ມໄວລຸ້ນແຖວບ້ານ; ແຕ່ລະວັນ ຜູ້ກ່ຽວຕ້ອງໄດ້ຊອກຫາວຽກເຮັດ ເພື່ອຈະມີເງິນມາໃຊ້ຈ່າຍ ແຕ່ເງິນທີ່ໄດ້ມາ ກໍຍັງບໍ່ພໍກັບຄວາມຕ້ອງການ ເພາະຜູ້ກ່ຽວຕິດນິດໄສຫຼິ້ນກິນຟຸມເຟືອຍ, ຕິດການພະນັນ ແລະອື່ນໆ.

ເມື່ອໄດ້ຮັບຂໍ້ມູນອັນເປັນປະໂຫຍດນີ້, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈຶ່ງໄດ້ປະສານສົມທົບກັບ ເຈົ້າໜ້າທີ່ບ້ານ ເຂົ້າຈັບກຸມຕົວເປົ້າໝາຍດັ່ງກ່າວ ໄປສອບສວນໃນສະຖານຄາດຕະກຳ ພ້ອມກັບລັກຖານທີ່ເກັບກູ້ມາໄດ້ ໃນສະຖານທີ່ເກີດເຫດ.

ເບື້ອງຕົ້ນ, ຜູ້ກ່ຽວ ບໍ່ຍອມຮັບສະລະພາບກັບເຫດການທີ່ຕົນສ້າງຂຶ້ນ, ແຕ່ຜ່ານການປະຕິບັດວຽກວິຊາສະເພາະຂອງ ພະນັກງານສອບສວນ ບວກກັບ ຫຼັກຖານທີ່ຄົບຖ້ວນ ຜູ້ກ່ຽວຈຶ່ງຍອມຮັບສະລະພາບກັບການກະທຳທັງໝົດທີ່ເກີດຂຶ້ນ.

ຜ່ານການຮັບສາລະພາບຂອງຜູ້ກ່ຽວ, ເຈົ້າໜ້າທີ່ ຈຶ່ງຮູ້ໄດ້ວ່າ:

ຜູ້ກ່ຽວ ແມ່ນຄົນໃນເຂດດຽວກັນກັບເຮືອນຂອງ ນາງ ກຸກ ແລະ ມັກຮັກກັບລູກສາວຂອງ ນາງ ກຸກ ຊື່ ນາງ ຍີ ແຕ່ຜ່ານການເຂົ້າໄປທັກທາຍແວ່ດື່ມນ້ຳ, ກາເຟ ໃນເຮືອນຫຼັງດັ່ງກ່າວຫຼາຍຄັ້ງ ຜູ້ກ່ຽວຮູ້ໄດ້ວ່າ ນາງ ຍີ ແລະ ແມ່ ບໍ່ເຫັນຄວາມສຳຄັນ ແລະ ຍັງເວົ້າເຢາະເຢີ້ຍຫຼາຍຢ່າງ; ດັ່ງນັ້ນ, ຕົນເອງຈຶ່ງຄິດຄຽດແຄ້ນໃນໃຈ ວ່າ ມີມື້ໜຶ່ງຈະແກ້ແຄ້ນໃຫ້ໄດ້.

ຈາກນັ້ນ, ມາໃນວັນທີ 23 ເມສາ 2019 ຜູ້ກ່ຽວເສຍການພະນັນປະມານ 5 ລ້ານດົ່ງ ແລະ ບໍ່ມີເງິນຈະໄປໃຊ້ໜີ້ເຂົາ; ຜູ້ກ່ຽວ ຈຶ່ງຕັດສິນໃຈຈະຂ້າຕົວເອງຕາຍ, ແຕ່ຄິດອອກວ່າ ກ່ອນຕົນເອງຈະຕາຍ ຈະໄປແກ້ແຄ້ນກັບຄົນທີ່ຕົນ ຍັງຄິດແຄ້ນໃນໃຈກ່ອນ. ຈາກນັ້ນ, ເວລາປະມານທ່ຽງຄືນຂອງວັນທີ 24 ເມສາ 2019 ຜູ້ກ່ຽວໄດ້ຈັບເອົາມີດຈຳນວນ 3 ດວງ ບຸກເຂົ້າໄປທີ່ເຮືອນຂອງ ນາງ ກຸກ ເພື່ອຈັດການລ້າງແຄ້ນທີ່ຝັງໃນໃຈຕົນເອງ.

ແຕ່ເພາະຍັງບໍ່ແນ່ໃຈ ຢ້ານມີຄົນມາເຫັນ ແລະ ເຂົ້າມາຊ່ວຍເຫຼືອທຸກຄົນ ທີ່ຕົນລົງມືໄວ້ທັນ, ຜູ້ກ່ຽວ ຈຶ່ງເອົາເຊືອກມາມັດດຶງປ່ອງຢ້ຽມໃນເຮືອນຫຼັງດັ່ງກ່າວ ໄວ້ທຸກປ່ອງ; ຈາກນັ້ນ, ກໍເຂົ້າລົງມືຄາດຕະກຳ ດ້ວຍການໃຊ້ມີດທີ່ກຽມມາເຂົ້າແທງ ເຮັດໃຫ້ຄົນໃນເຮືອນດັ່ງກ່າວ ເສຍຊີວິດທັງໝົດ 3 ຄົນ. ຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ ກຳລັງດຳເນີນການປະກອບສຳນວນເອກະສານ ທີ່ກ່ຽວຂ້ອງ ເພື່ອສົ່ງໃຫ້ ໄອຍະການ ຟ້ອງສານຕັດສິນ ຕາມລະບຽບກົດໝາຍ ຕໍ່ໄປ.