ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍຮ່ວມກັບພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ, ຫ້ອງການຍຸຕິທໍາ ເມືອງໄຊເສດຖາ ໄດ້ເປີດນໍາໃຊ້ຫ້ອງການໃຫ້ຄໍາປຶກສາ ແລະ ຊ່ວຍ ເຫຼືອແມ່ຍິງ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 4 ກໍລະກົດ 2019 ເປັນ ປະທານໂດຍ ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກກະຊວງຍຸຕິທໍາ, ພາຍໃນ, ກະຊວງແຮງງານ ແລະ ບັນດາພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມເປີດນຳໃຊ້ຫ້ອງການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອແມ່ຍິງ

ທ່ານ ນາງ ອິນທະນາ ບຸບຜາສະຫວັນ ອໍານວຍການສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການ ສຶກສາກົດໝາຍ ກ່າວວ່າ: ໃນໄລຍະຜ່ານມາ, ທາງສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ໄດ້ເປີດນຳໃຊ້ຫ້ອງການຄະນະຊ່ວຍເຫຼືອດ້ານກົດໝາຍແກ່ແມ່ຍິງທີ່ດ້ອຍໂອກາດ ຢູ່ບ້ານໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນແຫ່ງທໍາອິດ ໂດຍຜ່ານການໃຫ້ບໍລິການຊ່ວຍເຫຼືອທາງດ້ານກົດໝາຍເຫັນໄດ້ວ່າ: ມີຜູ້ມາຂໍຄໍາປຶກສາທີ່ມາຈາກພື້ນທີ່ເປົ້າໝາຍຂອງເມືອງໄຊທານີ ແລະ ຈາກເມືອງອື່ນໆ ໃນນະຄອນ ຫຼວງວຽງຈັນ ແມ່ນຫຼາຍພໍສົມຄວນ, ແຕ່ເນື່ອງຈາກວ່າຂອບເຂດກຸ່ມເປົ້າໝາຍຍັງມີຈໍາກັດ ເລີຍເຮັດໃຫ້ການຊ່ວຍເຫຼືອຍັງບໍ່ທົ່ວເຖິງ.

ກອງປະຊຸມເປີດນຳໃຊ້ຫ້ອງການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອແມ່ຍິງ

ການບໍລິການຊ່ວຍເຫຼືອທາງດ້ານກົດໝາຍແກ່ຜູ້ດ້ອຍໂອກາດແມ່ນມີຄວາມສໍາຄັນ ແລະ ຈໍາ ເປັນ, ດັ່ງນັ້ນ ຈຶ່ງມີການເປີດຫ້ອງ ການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອແກ່ແມ່ຍິງທີ່ບ້ານຈອມມະນີ ເປັນແຫ່ງທີສອງ ເຊິ່ງຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຊີ້ນໍາຈາກພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ, ຫ້ອງການຍຸຕິທໍາ ເມືອງໄຊເສດຖາ ແລະ ບ້ານ ຈອມມະນີ ທີ່ປະກອບສ່ວນສະຖານທີ່ຕັ້ງຫ້ອງການ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກໂຄງການວອຍ (Voice), USAID, ມູນນິທິເອເຊຍ (The Asia Foundation) ແລະ ອົງການເຮວວີຕັດ (HELVTAS).

ກອງປະຊຸມເປີດນຳໃຊ້ຫ້ອງການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອແມ່ຍິງ

ຫ້ອງການສຶກສາ ແລະ ຊ່ວຍເຫຼືອແມ່ຍິງບ້ານຈອມມະນີ ມີພາລະບົດບາດໃນການໂຄສະນາເຜີຍແຜ່ກົດໝາຍໃຫ້ກັບ 5 ບ້ານເປົ້າໝາຍໃນເມືອງໄຊເສດຖາ, ສ້າງອາສາສະໝັກກົດໝາຍປະຈໍາບ້ານ, ບໍລິການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອທາງດ້ານກົດໝາຍ ໂດຍບໍ່ ເສຍຄ່າຕໍ່ແມ່ຍິງ-ເດັກທີ່ທຸກຍາກ ແລະ ດ້ອຍໂອກາດ, ກຸ່ມແມ່ຍິງຊົນເຜົ່າ, ຄົນພິການ ແລະ ກຸ່ມຄົນ ຫຼາກຫຼາຍທາງເພດ ເພື່ອໃຫ້ກຸ່ມຄົນດັ່ງກ່າວ ສາມາດເຂົ້າເຖິງຂະບວນການຍຸຕິທໍາ, ຫຼຸດຜ່ອນການໃຊ້ຄວາມຮຸນແຮງ ແລະ ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ໃນສັງຄົມໃຫ້ໝົດໄປ.