ໃນວັນທີ 3 ກໍລະກົດ ຜ່ານມານີ້, ທ່ານ ດາວສະໄຫວ ໄຊຍະເດດ ອໍານວຍການບໍລິສັດ CSK ບໍລິການຄວາມປອດໄພ ພ້ອມດ້ວຍຄະນະ ໄດ້ນໍາເອົາຄອມພິວເຕີຕັ້ງໂຕະ ຈໍານວນ 2 ຊຸດ ມອບໃຫ້ ກອງວາລະສານຄວາມສະຫງົບ ກົມໃຫຍ່ການເມືອງ ກະຊວງ ປກສ ລວມມູນຄ່າ 15.000.000 ກີບ ກ່າວຮັບໂດຍ ພັທ ສາຄອນ ແກ້ວປະເສີດ ຫົວໜ້າກອງວາລະສານ ປກສ, ມີ ພັທ ອຳພອນ ດວງປະສົງ ຮອງຫົວໜ້າຄະນະບັນນາທິການຂ່າວ-ສານ ປກສ ຜູ້ຊີ້ນຳວຽກ ງານກອງວາລະສານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ບໍລິສັດ CSK ບໍລິການຄວາມປອດໄພ ມອບຄອມພິວເຕີ ໃຫ້ກອງວາລະສານຄວາມສະຫງົບ

ທ່ານ ດາວສະໄຫວ ໄຊຍະເດດ ກ່າວວ່າ: ການນໍາອຸປະກອນຮັບໃຊ້ຫ້ອງການມາມອບໃນຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການຈັດ ຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບ ນໍາໃຊ້ ເຂົ້າໃນວຽກງານໃຫ້ມີຄວາມວ່ອງໄວ ແລະ ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ ເວົ້າລວມ ເວົ້າສະ ເພາະກໍແມ່ນວຽກງານພິມ ແລະ ຈັດໜ້າວາລະສານຄວາມສະຫງົບ ພ້ອມນັ້ນ, ຈະນໍາໃຊ້ເຂົ້າໃນການຕິດຕໍ່ສື່ສານ, ແລກປ່ຽນຂໍ້ມູນ ແລະ ພົວພັນກັບບັນດາພາກສ່ວນທີ່ ກ່ຽວຂ້ອງທັງສູນກາງ ແລະ ທ້ອງ ຖິ່ນໃນທົ່ວປະເທດ. ເນື່ອງຈາກວ່າ, ວຽກງານການຈັດພິມ ແລະ ຈັດໜ້າວາລະສານຄວາມສະຫງົບ ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ໄດ້ນຳເອົາບັນດາຜົນງານການເຄື່ອນໄຫວ ແລະ ການປະຕິບັດວຽກງານວິຊາສະເພາະຢ່າງແທ້ຈິງຂອງກໍາລັງປ້ອງກັນຄວາມສະຫງົບໃນແຕ່ລະໄລຍະມາເຜີຍແຜ່ຜ່ານວາລະສານຄວາມສະຫງົບ.

ໂອກາດດຽວກັນ, ພັທ ສາຄອນ ແກ້ວປະເສີດ ໄດ້ກ່າວຄວາມຂອບໃຈ ແລະ ມອບໃບຍ້ອງຍໍໃຫ້ບໍລິສັດ CSK ບໍລິການຄວາມປອດໄພ ທີ່ເຫັນໄດ້ຄວາມໝາຍ-ຄວາມສໍາຄັນຂອງວຽກງານດັ່ງກ່າວ ແລະ ຈະນໍາເອົາເຄື່ອງເຫຼົ່ານີ້ໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.