ຫຼັງຈາກເຫດການເກີດຂຶ້ນໜຶ່ງມື້, ເຈົ້າໜ້າທີ່ຕຳຫຼວດກອງບັນຊາການແຂວງ ບິ່ງເຢື້ອງ, ກົມຕຳຫຼວດອາຍາ, ຫ້ອງການວິທະຍາສາດອາຍາ ກະຊວງຕຳຫຼວດ ໄດ້ຮີບດ່ວນແກ້ໄຂເຫດການຄະດີ ທີ່ເປັນອັນຕະລາຍທີ່ເກີດຂຶ້ນໃຫ້ຈະແຈ້ງສຳເລັດ, ເຫດການຄາດຕະກຳທີ່ໂຫດຮ້າຍນີ້ ເກີດຂຶ້ນທີ່ເຕິ້ນບາ ຄຸ້ມຖອຍຮວ່າຕາ ແສງເຕິ້ນອ້ຽນ ແຂວງບິ່ງເຢື້ອງ, ຜູ້ລົງມືກໍ່ເຫດດັ່ງກ່າວ ບໍ່ແມ່ນຄົນອື່ນໄກ ເປັນຄົນບ້ານໃກ້ເຮືອນຄຽງກັນນັ້ນເອງ.

ເຫດການທີ່ເກີດຂຶ້ນ ມີລາຍລະອຽດດັ່ງນີ້:

ພັອ ເຈິ່ນວັນຈິງ ຮອງຫົວໜ້າກອງບັນຊາການ ຕຳຫຼວດ ແຂວງ ຜູ້ຊີ້ນຳວຽກງານສືບສວນ - ສອບສວນ ກອງບັນຊາການ ແຂວງ
ພັອ ເຈິ່ນວັນຈິງ ຮອງຫົວໜ້າກອງບັນຊາການ ຕຳຫຼວດ ແຂວງ ຜູ້ຊີ້ນຳວຽກງານສືບສວນ – ສອບສວນ ກອງບັນຊາການ ແຂວງ

ວັນທີ 24 ເມສາ 2019 ເວລາ 7:00 ໂມງ, ນາງ ເຈິ່ນມິ້ງເຟືອງ ເກີດປີ 1987 ເຊິ່ງເປັນລູກສາວຂອງ ນາງ ກຸກ ເຮັດວຽກຮອບກາງຄືນທີ່ ບໍລິສັດ ກູຣາ B, ສະຖານທີ່ດັ່ງກ່າວຂຶ້ນກັບ ເຂດອຸດສາຫະກຳ ຫວຽດນາມ – ສິງກະໂປ ເມື່ອແລ້ວວຽກ ກໍໄດ້ກັບເມືອເຮືອນ ທີ່ເຂດ 5 ຄຸ້ມເຕິ້ນບາ; ຈາກນັ້ນ, ຜູ້ກ່ຽວໄດ້ໄປທີ່ເຮືອນແມ່ຂອງຕົນ ເຊິ່ງເຮືອນແມ່ກໍນອນຢູ່ເຂດດຽວກັນ ເພື່ອໄປຮັບເອົາລູກສາວ ອາຍຸ 8 ປີ ຊື່ ນາງ ຫງວຽນທິບາວເຈິນ ເຊິ່ງໄດ້ເອົາມາຝາກແມ່ເບິ່ງໃຫ້ຕັ້ງແຕ່ຫົວຄ່ຳ.

ການລົງເຮັດວຽກປ້ອງກັນສະຖານທີ່ເກີດເຫດ, ເກັບກຳຂໍ້ມູນຫຼັກຖານ, ຊັນນະສູດສະຖານທີ່ເກີດເຫດ ແລະ ຊັນນະສູດຊາກສົບ
ການລົງເຮັດວຽກປ້ອງກັນສະຖານທີ່ເກີດເຫດ, ເກັບກຳຂໍ້ມູນຫຼັກຖານ, ຊັນນະສູດສະຖານທີ່ເກີດເຫດ ແລະ ຊັນນະສູດຊາກສົບ

ເມື່ອໄປຮອດເຮືອນ, ຜູ້ກ່ຽວ ແນມຜ່ານລະບຽງເຮືອນ ເຫັນລູກສາວຂອງຕົນ ນອນໜູບໜ້າລົງພື້ນເຮືອນ, ບໍລິເວນອ້ອມຂ້າງ ມີຮອຍເລືອດ, ເມື່ອເຫັນແບບນັ້ນ ຜູ້ກ່ຽວໄດ້ຮ້ອງຂຶ້ນຂໍຄວາມຊ່ວຍເຫຼືອກັບຄົນໃກ້ຄຽງ, ເມື່ອຄົນໃນເຂດນັ້ນ ໄດ້ຍິນສຽງຮ້ອງໂຫ ຈຶ່ງພາກັນເຂົ້າມາເບິ່ງ ແລະ ໄດ້ໃຊ້ເຫຼັກຊາແລັງ ງັດປະຕູເຮືອນ ເຂົ້າໄປເບິ່ງທາງໃນເຮືອນດັ່ງກ່າວ ກໍປະກົດເຫັນ ນາງ ເຈິນ ໄດ້ເສຍຊີວິດແລ້ວ; ທັນໃດນັ້ນ, ເມື່ອຊອກເບິ່ງໄປພາຍໃນຫ້ອງໂຖງເຮືອນ ກໍເຫັນ ນາງ ເຈິ່ນທີກິ່ງຍີ ອາຍຸ 17 ປີ ເຊິ່ງເປັນນ້ອງຄີງຂອງ ນາງ ເຟືອງ ນອນເສຍຊີວິດຢູ່ລະບຽງເຮືອນ ແລະ ອີກສົບແມ່ນ ຜູ້ເປັນແມ່ຂອງພວກເຂົາເອງ ນາງ ກຸກ ຖືກຄາດຕະກຳເສຍຊີວິດ ຄາຫ້ອງນອນ.

ເຈົ້າໜ້າທີ່ຕຳຫຼວດກອງບັນຊາການແຂວງ ບິ່ງເຢື້ອງ, ກົມຕຳຫຼວດອາຍາ, ຫ້ອງການວິທະຍາສາດອາຍາ ກະຊວງຕຳຫຼວດ
ເຈົ້າໜ້າທີ່ຕຳຫຼວດກອງບັນຊາການແຂວງ ບິ່ງເຢື້ອງ, ກົມຕຳຫຼວດອາຍາ, ຫ້ອງການວິທະຍາສາດອາຍາ ກະຊວງຕຳຫຼວດ

ເມື່ອໄດ້ຮັບແຈ້ງຂ່າວຈາກ ອຳນາດການປົກຄອງ, ເຈົ້າໜ້າທີ່ ກອງບັນຊາການ ຕຳຫຼວດ ແຂວງບິ່ງເຢືອງ ຈຶ່ງໄດ້ຮີບຮ້ອນຂຶ້ນແຜນຕິດຕາມຈັບຕົວຜູ້ກໍ່ເຫດ ໂດຍແມ່ນ ພັອ ເຈິ່ນວັນຈິງ ຮອງຫົວໜ້າກອງບັນຊາການ ຕຳຫຼວດ ແຂວງ ຜູ້ຊີ້ນຳວຽກງານສືບສວນ – ສອບສວນ ກອງບັນຊາການ ແຂວງ ເປັນຜູ້ຊີ້ນຳໂດຍກົງ; ເຊິ່ງທ່ານໄດ້ຊີ້ນຳ ພະນັກງານ ຈຳນວນ 100 ກວ່າສະຫາຍ ລົງເຮັດວຽກປ້ອງກັນສະຖານທີ່ເກີດເຫດ, ເກັບກຳຂໍ້ມູນຫຼັກຖານ, ຊັນນະສູດສະຖານທີ່ເກີດເຫດ ແລະ ຊັນນະສູດຊາກສົບ ພ້ອມທັງຈັດກຳລັງ ປະສານສົມທົບກັບ ກົມຕຳຫຼວດອາຍາ, ຫ້ອງວິທະຍາສາດອາຍາ ກະຊວງຕຳຫຼວດ ລົງເຮັດວຽກສືບສວນ – ສອບສວນ ຕິດຕາມຈັບຕົວຜູ້ກໍ່ເຫດ ມາຮັບຜິດຊອບຕໍ່ເຫດການທີ່ໄດ້ສ້າງຂຶ້ນ.

ຜ່ານການປະຊຸມຂອງ ຄະນະຮັບຜິດຊອບແກ້ໄຂລາຍຄະດີດັ່ງກ່າວ ໄດ້ສະຫຼຸບວ່າ:

ນີ້ເປັນຄະດີຄາດຕະກຳ ເພື່ອປຸ້ນເອົາຊັບ, ຜູ້ກໍ່ເຫດ ໄດ້ສຶກສາ ແລະ ຕິດຕາມການເຄື່ອນໄຫວຂອງທຸກຄົນ ໃນຄອບ ນາງ ກຸກ ເວົ້າສະເພາະ, ເວົ້າລວມແມ່ນ ຜູ້ກ່ຽວໄດ້ສຶກສາການເຄື່ອນໄຫວຂອງປະຊາຊົນ ອ້ອມຂ້າງເຮືອນຫຼັງດັ່ງກ່າວ ຢ່າງລະອຽດ ກ່ອນລົງມື. ຜູ້ກໍ່ເຫດ ໄດ້ນຳໃຊ້ເວລາຕອນໃກ້ຊິແຈ້ງເພື່ອລົງມືກໍ່ເຫດ ເຊິ່ງເວລາດັ່ງກ່າວ ເປັນເວລາທີ່ທຸກຄົນກຳລັງນອນຫຼັບສະໜິດ ເພາະເມື່ອຍຈາກການເຮັດວຽກມາໝົດມື້; ນອກນັ້ນ, ກ່ອນກໍ່ເຫດ ຜູ້ກ່ຽວ ຍັງໄດ້ກຽມແຜນການ ຢ່າງລະອຽດ ໂດຍໄດ້ຫາແນວມາປິດບັງກ້ອງວົງຈອນປິດ ເພື່ອບໍ່ໃຫ້ສາມາດແນມເຫັນຕົນເອງ ໄດ້ຢ່າງຊັດເຈນ.