ເປີດຂະບວນການຕະລຸມບອນ ເພື່ອຕ້ານ – ສະກັດກັ້ນ ການລະບາດຂອງ ພະຍາດໄຂ້ຍຸງລາຍ

0
1337

ໃນວັນທີ 5 ກໍລະກົດ 2019, ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ລົງເປີດຂະບວນການຕະລຸມບອນ ນໍາພາປະຊາຊົນທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ເພື່ອຄວບຄຸມການລະບາດຂອງ ພະຍາດໄຂ້ຍຸງລາຍ ໃນລະດູຝົນ ຢູ່ທີ່ບ້ານຫົວຊຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງນໍາພາຂະບວນການໂດຍ ທ່ານ ດຣ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ, ພ້ອມທັງມີ ທ່ານ ດຣ ເຈັງເຮີ ໄຊເລັຍວື ຫົວໜ້າຫ້ອງການສາທາ ເມືອງ, ຄະນະພະແນກ, ຂະແໜ່ງ, ພະນັກງານ, ເລຂາພັກກຸ່ມ, ນາຍບ້ານ, ອສບ, ຫົວໜ້າໜ່ວຍ ແລະ ພໍ່ – ແມ່ປະຊາຊົນ ພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ດຣ ນາງ ໄຊພອນ ນັນທະພອນ ກ່າວວ່າ:

ການລົງເປີດຂະບວນການໃນຄັ້ງນີ້ ກໍເພື່ອສະກັດກັ້ນ ການລະບາດຂອງ ພະຍາດໄຂ້ຍຸງລາຍ ໂດຍການທໍາລາຍແຫຼ່ງເພາະພັນຂອງ ໜອນນໍ້າຍຸງລາຍ, ໂຄສະນາສຸຂະສຶກສາ ແລະ ໃຫ້ຄວາມຮູ້ທາງດ້ານ ວິທີການປ້ອງກັນຕົນເອງ ເພື່ອບໍ່ໃຫ້ຕິດເຊື້ອພະຍາດໄຂ້ຍຸງລາຍ ແລະ ບໍ່ໃຫ້ມີການເສຍຊີວິດຂອງປະຊາຊົນ, ປຸກລະດົມ ການມີສ່ວນຮ່ວມກັນ ລະຫວ່າງ ອໍານາດການປົກຄອງທ້ອງຖິ່ນ, ນາຍບ້ານ ແລະ ປະຊາຊົນພາຍໃນບ້ານ ໃຫ້ມີສ່ວນຮ່ວມ ໃນການທໍາລາຍແຫຼ່ງເພາະພັນຂອງ ໜອນນໍ້າຍຸງລາຍ.

ມີ ຄະນະພະແນກ, ຂະແໜ່ງ, ພະນັກງານ, ເລຂາພັກກຸ່ມ, ນາຍບ້ານ, ອສບ, ຫົວໜ້າໜ່ວຍ ແລະ ພໍ່ - ແມ່ປະຊາຊົນ ພາຍໃນບ້ານ ເຂົ້າຮ່ວມ
ມີ ຄະນະພະແນກ, ຂະແໜ່ງ, ພະນັກງານ, ເລຂາພັກກຸ່ມ, ນາຍບ້ານ, ອສບ, ຫົວໜ້າໜ່ວຍ ແລະ ພໍ່ – ແມ່ປະຊາຊົນ ພາຍໃນບ້ານ ເຂົ້າຮ່ວມ

ການເປີດຂະບວນການໃນຄັ້ງນີ້ ຈະໄດ້ນໍາພາ ພໍ່ – ແມ່ປະຊາຊົນ ສ້າງກິດຈະກໍາ ດ້ວຍການປະຕິບັດ 5 ປໍ ຄື:

  • ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່.
  • ປ່ຽນນໍ້າ ແລະ ຜັດຖູພາຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້ ແລະ ຖາດຮອງຈອກນໍ້າ.
  • ປ່ອຍປາຫາງນົກຍຸງ ເພື່ອກິນໜອນນ້ໍາ.
  • ປັງປຸງບໍ່ໃຫ້ມີນ້ຳຂັງຢູ່ກະໂປະ, ກະປ໋ອງ, ຮາງລິນ ແລະ ຢາງຕີນລົດເກົ່າ.
  • ປໍສຸດທ້າຍ ແມ່ນ ປະຕິບັດເປັນປະຈໍາ ທຸກໆອາທິດ.

ນອກຈາກນີ້, ເມື່ອທ່ານຮູ້ສຶກວ່າ ຕົນເອງເປັນໄຂ້ ໃຫ້ຮີບຮ້ອນໄປປິ່ນປົວຢູ່ໂຮງໝໍ ແລະ ສຸກສາລາ ໃກ້ບ້ານທ່ານ.