ສະຫຼຸບການເຄື່ອນໄຫວວຽກງານ ປະຈຳ 6 ເດືອນ ຕົ້ນປີ 2019

ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2019

0
1850

ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ໄດ້ຈັດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2019 ໃນວັນທີ 5 ກໍລະກົດ 2019, ເປັນປະທານໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ, ໂດຍມີ ຄະນະພັກ, ຄະນະອໍານວຍການ, ຫົວໜ້າຫ້ອງ – ຮອງຫ້ອງ, ສູນ, ຄະນະວິຊາ, ພະນັກງານ, ຄູ – ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ
ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ
ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອໍານວຍການ ວຕປ ໄດ້ຂຶ້ນຜ່ານ ບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2019 ວ່າ:

ຕະຫຼອດໄລຍະ 6 ເດືອນ ຜ່ານມາ, ຄະນະພັກ – ຄະນະອໍານວຍການ ໄດ້ສຸມໃສ່ສຶກສາອົບຮົມ ການເມືອງ – ແນວຄິດ ໃຫ້ພະນັກງານ – ນັກຮົບ ແລະ ນັກສຶກສາແຕ່ລະຮຸ່ນ ໃຫ້ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ ໂດຍສະເພາະແມ່ນ ທິດທາງແຜນການຂອງ ກະຊວງ ປກສ ວາງອອກ ຢ່າງເປັນປົກກະຕິ, ດໍາເນີນຊີວິດການເມືອງ ແລະ ຮ່ວມຊີວິດເປັນປະຈໍາ, ສາມາດເຕົ້າໂຮມ ຄວາມສາມັກຄີ ຢ່າງເປັນປຶກແຜ່ນ, ທຸກໆວຽກງານ ລ້ວນແຕ່ໄດ້ປຶກສາຫາລື ເປັນໝູ່ຄະນະ ເຮັດໃຫ້ຄວາມສາມັກຄີພາຍໃນ ຄະນະອໍານວຍການ ໄດ້ຮັບເສີມຂະຫຍາຍ, ສາມາດຊວນເຊື່ອ ພະນັກງານ – ນັກຮົບ, ນັກສຶກສາ ຢູ່ອ້ອມຂ້າງ ຄະນະອໍານວຍການ ຕະຫຼອດມາ, ໄດ້ຈັດຕັ້ງພິທີປາຖະກະຖາມູນເຊື້ອປະຫວັດສາດ ຂອງພັກ – ຂອງຊາດ ແລະ ວັນສໍາຄັນຕ່າງໆ ຂອງກໍາລັງ ເພື່ອເພີ່ມພູນຄູນສ້າງຄຸນທາດການເມືອງປະຕິວັດ ຂອງຕໍາຫຼວດປະຊາຊົນ.

ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອໍານວຍການ ວຕປ
ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອໍານວຍການ ວຕປ

+ ດ້ານວຽກງານວິຊາສະເພາະ

ໄດ້ສຸມໃສ່ປັບປຸງ ໂຄງການຫຼັກສູດ ການຮຽນ – ການສອນ ລະບົບປະລິນຍາຕໍ່ເນື່ອງ, ປະລິນຍາຕີກໍ່ສ້າງ, ເປັນເຈົ້າການເອກະສານຄົ້ນຄວ້າ, ສ້າງຕາຕະລາງຂຶ້ນຫ້ອງສອນຂອງຄູພາຍໃນ ແລະ ພາຍນອກ ຢ່າງເປັນປົກກະຕິ, ຂຶ້ນແຜນ ການສອບເສັງຈົບວິຊາ, ພາກວິຊາ ແລະ ຈົບຊັ້ນ; ບໍ່ພຽງເທົ່ານັ້ນ, ຍັງໄດ້ແຕ່ງຕັ້ງ ພະນັກງານ, ຄູ – ອາຈານ ລົງເກັບກໍາຂໍ້ມູນ, ນໍາພານັກສຶກສາລົງຝຶກຫັດຕົວຈິງ, ນໍາພາໄປທັດສະນະເບິ່ງບົດຮຽນຕົວຈິງ ຢູ່ກົມກອງວິຊາສະເພາະ ເພື່ອແນໃສ່ເຮັດໃຫ້ທິດສະດີ ຕິດພັນກັບ ຕົວຈິງ ແລະ ມີການປັບປຸງ ໂຄງການຫຼັກສູດ ການຮຽນ – ການສອນ ໃຫ້ມີຄຸນນະພາບສູງຂຶ້ນ.

+ ທິດທາງແຜນການ 6 ເດືອນ ທ້າຍປີ

ຄະນະພັກ ຄະນະອໍານວຍການ ວຕປ ຈະສືບຕໍ່ເອົາໃຈໃສ່ ຢ່າງຕັ້ງໜ້າ ໃນການສຶກສາອົບຮົມ ການເມືອງ – ນໍາພາແນວຄິດ ຕິດພັນກັບ ການເປັນແບບຢ່າງນໍາໜ້າ ໃນການເຄື່ອນໄຫວເຮັດໜ້າທີ່ຂອງ ພະນັກງານນໍາພາ – ບັນຊາ, ຄູ – ອາຈານ ເພື່ອຕ້ານ ແລະ ສະກັດກັ້ນທຸກເງື່ອນໄຂ ທີ່ຈະພາໃຫ້ເກີດ ປະກົດການຫຍໍ້ທໍ້ ທາງດ້ານແນວຄິດ ແລະ ການປະພຶດທີ່ບໍ່ຖືກຕ້ອງ, ພ້ອມທັງຈັດຕັ້ງປະຕິບັດ ມະຕິ, ຄໍາສັ່ງ ແລະ ຄໍາແນະນໍາຂອງຂັ້ນເທິງ.

ມີ ຄະນະພັກ, ຄະນະອໍານວຍການ, ຫົວໜ້າຫ້ອງ – ຮອງຫ້ອງ, ສູນ, ຄະນະວິຊາ, ພະນັກງານ, ຄູ – ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ

ເປັນຕົ້ນແມ່ນ ການປະຕິບັດ 4 ບຸກທະລຸ, 4 ຄາດໝາຍ, 4 ແຜນງານ ແລະ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ ວາງອອກ ໃຫ້ປະກົດຜົນເປັນຈິງ, ສົມທົບແໜ້ນເສີມຂະຫຍາຍ 3 ທາດແທ້ 7 ມູນເຊື້ອ ຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ເສີມສານກັບ 3 ລັກສະນະ 5 ຫຼັກມູນ ຂອງການສຶກສາແຫ່ງຊາດ ຢ່າງກົມກືນ.