ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ເພື່ອແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ໃນວັນທີ 5 ກໍລະກົດ 2019 ໂດຍມີ ທ່ານ ສີຫຸນ ສິດທິ ລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ, ພະແນກການອ້ອມຂ້າງ, ກອງບັນຊາການ ປກສ 9 ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອເປັນການສືບຕໍ່ການແກ້ໄຂຄົນຕ່າງປະເທດທີ່ມາເຄື່ອນ ໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ຢູ່ນະຄອນຫຼວງວຽງຈັນ ໂດຍມອບໃຫ້ຂະແໜງແຮງ ງານ, ກອງບັນຊາການ ປກສ ເມືອງ, ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຮັບຜິດຊອບ ແລະ ແກ້ໄຂຕາມລະບຽບກົດໝາຍຂອງແຕ່ລະພາກສ່ວນ; ໃນນີ້, ໃຫ້ຂະແໜງປ້ອງກັນຄວາມສະຫງົບ ເປັນເຈົ້າການຮັບຜິດຊອບຄົນຕ່າງປະເທດທີ່ໄດ້ຮັບການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ, ເຊິ່ງເປັນບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວລະເມີດກົດໝາຍ ເຊັ່ນ: ຫາບ, ຫິ້ວ, ຍູ້ລໍ້, ບັນທຸກໃສ່ຍານພາຫະນະ ເພື່ອຂາຍສິ່ງຂອງຕາມສະຖານທີ່ຕ່າງໆ, ບໍ່ເປັນຜູ້ອອກແຮງງານ, ຕັ້ງຮ້ານເກມ, ຮ້ານບັນເທີງ-ບໍລິການແບບ ບໍ່ໄດ້ຮັບອະນຸຍາດ, ຂາຍອາຫານ, ຜັກ, ໝາກໄມ້, ເຄື່ອງຍ່ອຍ, ອອກເງິນມື້, ຂາຍເຄື່ອງດາວ, ການເປີດຄລີນິກບຸກຄົນ-ນິຕິບຸກຄົນ ທີ່ນຳໃຊ້ແຮງງານຕ່າງປະເທດເຮັດວຽກນຳຕົນ ໂດຍບໍ່ໄດ້ຮັບອະນຸຍາດ ແລະອື່ນໆ; ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງເປັນເຈົ້າການຮັບຜິດຊອບຄົນຕ່າງປະເທດທີ່ໄດ້ຮັບການຂຶ້ນທະບຽນ ແລະ ອອກບັດອະນຸ ຍາດເຄື່ອນໄຫວວຽກຊົ່ວຄາວ, ເຊິ່ງເປັນບຸກຄົນຜູ້ອອກແຮງງານຕ່າງປະເທດ ທັງໝົດທີ່ຍັງເຮັດວຽກແບບບໍ່ຖືກ ຕ້ອງຕາມກົດໝາຍ ເຊັ່ນ: ເຮັດວຽກນຳຫົວໜ້ອຍແຮງງານ, ໂຄງການເຂດເສດຖະກິດພິເສດ, ຫ້າງຮ້ານຕ່າງໆ ແລະ ບຸກຄົນ-ນິຕິບຸກຄົນ ທີ່ນຳໃຊ້ແຮງງານຕ່າງປະເທດເຮັດວຽກນຳຕົນ ໂດຍບໍ່ໄດ້ຮັບອະນຸຍາດ.

ສ່ວນຂະແໜງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບແກ້ໄຂຄົນຕ່າງປະເທດທີ່ໄດ້ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ, ເຊິ່ງເປັນຄົນຜູ້ທີ່ລົງ ທຶນເພື່ອຄ້າ-ຂາຍ, ສ້ອມແປງດຳເນີນທຸລະກິດ, ການບໍລິ ການຮ້ານອາຫານ, ເຮືອນພັກ, ໂຮງແຮມ ແລະ ການລົງທຶນປະເພດອື່ນໆ ທີ່ຂັດກັບກົດໝາຍ ແລະ ລະບຽບການຂອງຂະແໜງຕົນ ໂດຍສະເພາະແມ່ນບັນຊີປະເພດທຸລະກິດທີ່ສະຫງວນໄວ້ໃຫ້ພົນລະເມືອງລາວ ສະບັບປັບປຸງປີ 2015 ຂອງກະ ຊວງອຸດສາຫະກຳ ແລະ ການຄ້າວາງອອກ.