ໃນວັນທີ 3 ກໍລະກົດ 2019 ທີ່ຜ່ານມາ ພະແນກຕຳຫຼວດຈະລາຈອນ ປກສ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມຝຶກອົບຮົມການກວດກາຊຸກຍູ້ເສຍຄ່າທຳນຽມທາງຜ່ານລະບົບ ທະນາຄານ, ເຂົ້າຮ່ວມ ພັອ ວັນໄຊ ລີໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມຄະນະມີ ຮອງຫົວໜ້າສ່ວຍສາອາກອນແຂວງ, ຮອງຫົວໜ້າທະນາຄານການຄ້າສາຂາແຂວງສະຫວັນນະເຂດ ມີພະແນກການອ້ອມຂ້າງແຂວງ ແລະ 14 ຕົວ ເມືອງ 1 ນະຄອນ ເຂົ້າຮ່ວມ.

ກອງປະຊຸມຝຶກອົບຮົມການເສຍຄ່າທຳນຽນທາງ ໃຫ້ຕຳຫຼວດຈະລາຈອນ ແຂວງສະຫວັນນະເຂດ

ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວ ໜ້າກົມຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຂຶ້ນຜ່ານດຳລັດທະບັນຍັດຂອງປະທານປະເທດ ເລກທີ 001/ປປທ ລົງວັນທີ 20 ກັນຍາ 2017 ນະຄອນຫຼວງວຽງຈັນ ວ່າດ້ວຍການເສຍ ຄ່າທຳນຽມທາງກ່ຽວກັບການກຳນົດຄ່າທຳນຽມທາງປະຈຳປີ ເພື່ອຄຸ້ມຄອງລວມ ສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນໃນຂອບເຂດທົ່ວປະເທດບຸກ ຄົນນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ດຳລົງຊີວິດ ແລະ ດຳເນີນການເຄື່ອນໄຫວທຸ ລະກິດຢູ່ໃນດິນແດນຂອງ ສປປ ລາວ ລ້ວນແຕ່ມີພັນທະເສຍຄ່າທຳນຽມທາງຮັບປະກັນໃຫ້ທຸກແຫຼ່ງລາຍຮັບຈາກຄ່າທຳນຽມທາງ ຕ້ອງມອບເຂົ້າງົບປະມານແຫ່ງລັດຢ່າງລວມສູນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ລະບຽບການທີ່ວາງອອກ ພ້ອມທັງດຳເນີນການເຜີຍແຜ່, ແນະນຳ ແລະ ນຳພາການຈັດຕັ້ງປະຕິບັດເກັບໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ກອງປະຊຸມຝຶກອົບຮົມການເສຍຄ່າທຳນຽນທາງ ໃຫ້ຕຳຫຼວດຈະລາຈອນ ແຂວງສະຫວັນນະເຂດ

ທ່ານ ນາງ ພອນທິດາ ຊາຍສີ ຮອງຫົວໜ້າສ່ວຍສາອາກອນແຂວງ ໄດ້ຍົກໃຫ້ເຫັນຄ່າທຳນຽມທາງຂອງຍານພາຫະນະແຕ່ລະປະເພດ ເຊັ່ນ: (ລົດຈັກ) ທີ່ມີຄວາມແຮງແຕ່ 110 cc ລົງມາ 15.000 ກີບ ລົດຈັກທີ່ມີຄວາມແຮງແຕ່ 111cc ເຖິງ 150cc 20.000 ກີບ ລົດຈັກທີ່ມີຄວາມແຮງແຕ່ 151cc ເຖິງ 200cc 30.000 ກີບ ລົດຈັກທີ່ມີຄວາມແຮງເກີນ 200cc ຂຶ້ນໄປ 100.000 ກີບ (ປະເພດລົດຂົນສົ່ງສ່ວນຕົວລົດເກັງ, ລົດຈິບ, ລົດຕູ້) ລົດກະບະທີ່ມີຄວາມແຮງແຕ່ 1000 cc ລົງມາ 100.000 ກີບ ລົດກະບະທີ່ມີຄວາມແຮງແຕ່ 1001 ຫາ 1600cc 150.000 ກີບ ລົດກະບະທີ່ມີຄວາມແຮງແຕ່ 1601 ຫາ 2000 cc 200.000 ກີບ ລົດກະບະທີ່ມີຄວາມແຮງແຕ່ 2001 ຫາ 2500 cc 250.000 ກີບ ລົດກະບະທີ່ມີຄວາມແຮງແຕ່ 2501 ຫາ 3000 cc 300.000 ກີບ ລົດກະບະທີ່ມີຄວາມແຮງແຕ່ 3001 ຫາ 4000 cc 350.000 ກີບ ລົດກະ ບະທີ່ມີຄວາມແຮງແຕ່ 4001 ຫາ 5000cc 400.000 ກີບ ລົດກະບະທີ່ມີຄວາມແຮງແຕ່ 5001cc ຂຶ້ນໄປ 500.000 ກີບ ( ລົດຂົ່ນສົ່ງສິນຄ້າ ).

ນອກນັ້ນ, ລົດບັນທຸກຂະໜາດນ້ອຍ ມີຄວາມແຮງ 2500cc ລົງມາ ຫຼື ມີນໍ້າໜັກບັນທຸກລວມທັງນໍ້າໜັກລົດ ແຕ່ 3,5 ໂຕນລົງມາ 150.000 ກີບ ລົດບັນທຸກຂະໜາດກາງ ມີຄວາມແຮງແຕ່ 2501 ຫາ 5.000 cc ຫຼື ມີນ້ຳໜັກບັນທຸກລວມທັງນ້ຳໜັກລົດເກີນ 3,5 ໂຕນ ຫາ 15 ໂຕນ 200.000 ກີບ ແລະ ຫຼາຍປະເພດ.