ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກ ແຂວງ ທັງເປັນ ປະທານສະພາປະຊາຊົນ ແຂວງ
ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກ ແຂວງ ທັງເປັນ ປະທານສະພາປະຊາຊົນ ແຂວງ

ວັນທີ 2 ກໍລະກົດ 2019, ຫ້ອງວ່າການ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ ການຈັດຕັ້ງຂຶ້ນ ເຊິ່ງເຂົ້າຮ່ວມໂດຍ ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກ ແຂວງ ທັງເປັນ ປະທານສະພາປະຊາຊົນ ແຂວງ, ໂດຍມີ ບັນດາຫົວໜ້າພະແນກການ, ເຈົ້າເມືອງ 11 ເມືອງ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາພຽນ ປັນຍາວົງ ຮອງຫົວໜ້າຄະນະຈັດຕັ້ງ ແຂວງໄຊຍະບູລີ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງ ຄະນະເລຂາທິການສູນກາງພັກ ແລະ ຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆໄຊຍະບູລີ ວ່າດ້ວຍ ການອະນຸມັດພະນັກງານ ອອກພັກການ ຮັບອຸດໜູນບໍານານ, ການໂຍກຍ້າຍ, ສັບຊ້ອນ ແລະ ແຕ່ງຕັ້ງ ພະນັກງານ ຢູ່ບັນດາພະແນກການ ອ້ອມຂ້າງແຂວງ ໄປຮັບໜ້າທີ່ໃໝ່.

ໃນນີ້, ໄດ້ປະກາດໂຍກຍ້າຍ – ແຕ່ງຕັ້ງ ແຕ່ລະຂັ້ນ ຄື: ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ; ຮັກສາການ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ; ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ; ເຈົ້າເມືອງໆຊຽງຮ່ອນ; ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ; ຫົວໜ້າອໍານວຍການໂຮງຮຽນ ການເມືອງ – ການປົກຄອງ ແຂວງ; ຮອງຫົວໜ້າໂຮງຮຽນ ການເມືອງ – ການປົກຄອງ ແຂວງ; ເຈົ້າເມືອງໆເງິນ; ຫົວໜ້າພະແນກພາຍໃນ ແຂວງ; ຮອງຫົວໜ້າໂຄສະນາອົບຮົມ ແຂວງ; ປະທານກໍາມະບານ ແຂວງ; ເຈົ້າເມືອງໆຫົງສາ; ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ; ເຈົ້າເມືອງໆຄອບ; ຫົວໜ້າພະແນກ ຍທຂ; ຮອງຫົວໜ້າພະແນກ ຮສສ; ຫົວໜ້າສູນປະກັນສັງຄົມ ແຂວງ ແລະ ຮອງຫົວໜ້າສູນປະກັນສັງຄົມ ແຂວງ.

ມີ ບັນດາຫົວໜ້າພະແນກການ, ເຈົ້າເມືອງ 11 ເມືອງ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງແຂວງ ເຂົ້າຮ່ວມ
ມີ ບັນດາຫົວໜ້າພະແນກການ, ເຈົ້າເມືອງ 11 ເມືອງ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງແຂວງ ເຂົ້າຮ່ວມ

ໂອກາດດັ່ງກ່າວ, ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກ ແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ ໄດ້ຮຽກຮ້ອງໃຫ້ ພະນັກງານທີ່ຖືກແຕ່ງຕັ້ງ ແລະ ໂຍກຍ້າຍຄັ້ງນີ້ ຈົ່ງເອົາໃຈໃສ່ຊີ້ນໍາ – ນໍາພາວຽກງານທີ່ໄດ້ຮັບມອບໝາຍ ໃຫ້ໄດ້ຮັບຜົນສໍາເຮັດເປັນກ້າວໆ, ສືບຕໍ່ສ້າງຄວາມສາມັກຄີພາຍໃນ ໃຫ້ ແໜ້ນແຟ້ນ ແລະ ກໍານົດແຜນວຽກງານແຕ່ລະໄລຍະ ຢ່າງມີຈຸດສຸມ.