ພະແນກຕຳຫຼວດຈະລາຈອນສ້າງຂະບວນການອອກແຮງງານ

0
1234

ພະແນກຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານລວມ ໃນວັນທີ 5 ກໍລະກົດ 2019 ຢູ່ທີ່ສາງເກັບມ້ຽນລົດຂອງພະແນກ ຕັ້ງຢູ່ບ້ານສີບຸນເຮືອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ນໍາພາອອກແຮງງານໂດຍ ພັທ ຄໍາໄຕ ໝັ້ນໂນລິນ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ, ມີອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ, ສະມາຊິກຊາວໜຸ່ມ, ພະນັກງານ-ນັກຮົບເຂົ້າຮ່ວມ.

ຂະບວນການອອກແຮງງານລວມ
ພະແນກຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ

ພັທ ຄໍາໄຕ ໝັ້ນໂນລິນ ໃຫ້ ສໍາພາດວ່າ: ການສ້າງຂະບວນການ ອອກແຮງງານລວມຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ທີ່ຈະຈັດຂຶ້ນໃນມໍ່ໆນີ້ໃຫ້ເປັນຂະບວນການຟົດ ຟື້ນ; ພ້ອມນັ້ນ, ຍັງເປັນການສ້າງຄວາມສາມັກຄີລະຫວ່າງພະນັກງານ-ນັກຮົບ, ສະມາຊິກຊາວໜຸ່ມໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ທັງເປັນການອະນາໄມສະຖານທີ່ດັ່ງກ່າວ ໃຫ້ມີຄວາມສະອາດຈົບງາມ.

ການອອກແຮງງານ ຄັ້ງນີ້, ໄດ້ ມີການລ່ວງຮ່ອງລະບາຍນໍ້າ, ຖາງ ປ່າແລບຕາມແລວຮົ້ວ, ປັດກວາດ ໃບໄມ້ ແລະ ປັດກວາດບໍລິເວນ ເດີ່ນອ້ອມຂ້າງສາງ.