ໃນວັນທີ 4 ກໍລະກົດ 2019, ຄະນະນຳສູນກາງສະຫະພັນກໍາມະບານລາວ ນໍາໂດຍ ທ່ານ ປ້ານ ນ້ອຍມະນີ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມກໍາມະບານກະ ຊວງ ປກສ ເພື່ອຊຸກຍູ້ກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງສະຫະພັນກໍາມະບານ ກະຊວງ ປກສ; ມີ ພັທ ສົມພອນ ວົງສຸທິ ປະທານສະຫະພັນກໍາມະບານກະຊວງ ປກສ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ, ສະມາຊິກກໍາມະບານທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ, ພັທ ສົມພອນ ວົງສຸທິ ໄດ້ລາຍງານການເຄື່ອນໄຫວວຽກງານຂອງສະຫະພັນກໍາມະບານ ກະຊວງ ປກສ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນຜົນງານວ່າ: ຄະນະພັກສະຫະພັນກໍາມະບານ ໄດ້ນໍາພາ ແລະ ຊຸກຍູ້ພະນັກ ງານສະມາຊິກກຳມະບານເຄື່ອນໄຫວ ເຮັດໜ້າທີ່ວິຊາສະເພາະຕາມພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍ 4 ແຜນງານ, 41 ໂຄງການຂອງອົງຄະນະພັກກະຊວງ ປກສ ແລະ ແຜນຍຸດທະ ສາດການພັດທະນາວຽກງານກໍາມະບານລາວ ມາເປັນແຜນວຽກເປັນກິດຈະກໍາຍົກສູງຄຸນນະພາບຂອງອົງການຈັດຕັ້ງກໍາມະບານແມ່ນມີຜົນສໍາເລັດໃນຫຼາຍດ້ານ. ພົ້ນເດັ່ນແມ່ນໄດ້ປະກອບສ່ວນໃນການປ້ອງກັນວັນບຸນສໍາຄັນຂອງພັກ-ຂອງຊາດ, ປ້ອງກັນກອງປະຊຸມໃນແຕ່ລະລະດັບ, ປ້ອງກັນສໍານັກງານ-ອົງການຂອງແຕ່ລະປະເທດ ນັບທັງພື້ນຖານການຜະລິດແມ່ນມີຄວາມປອດໄພ.

ຜ່ານການຈັດຕັ້ງປະຕິບັດເຫັນວ່າ ພະນັກງານ, ສະມາຊິກກໍາມະບານ ໄດ້ມີຄວາມກ້າວໜ້າເຕີບໃຫຍ່ໃນລະດັບດີ, ໄດ້ຮັບການຄັດເລືອກປະເພດເຂັ້ມແຂງ, ປະເພດແຂງກວມອັດຕາສ່ວນຫຼາຍ, ສະມາຊິກກໍາມະບານໄດ້ເປັນສະມາຊິກ 5 ເປັນເຈົ້າຈໍານວນ 699 ສະຫາຍ ຍິງ 270 ສະຫາຍ ໃນຈໍານວນສະມາຊິກກໍາມະບານທັງໝົດ 748 ສະຫາຍ, ໄດ້ຮັບໃບຢັ້ງຢືນໜ່ວຍກໍາມະບານ 5 ເປັນເຈົ້າມີ 45 ໜ່ວຍ, ພ້ອມທັງໄດ້ຮັບການຍ້ອງຍໍເລື່ອນຊັ້ນ, ເລື່ອນຕໍາແໜ່ງ ແລະ ຍ້ອງຍໍຜົນງານດ້ານຕ່າງໆຈາກຂັ້ນເທິງ, ສະຫະພັນກໍາມະບານກະຊວງ ປກສ ໄດ້ຮັບ ທຸງໄຊໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າໄດ້ 4 ຜືນ, ໄດ້ຮັບຮອງເປັນສະຫະພັນກໍາມະບານ 2 ດີ 5 ເປັນເຈົ້າ ແລະ ໄດ້ຮັບນາມມະຍົດ ກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ 9 ປີຊ້ອນ.

ໃນໂອກາດດັ່ງກ່າວ, ປະທານສູນກາງສະຫະພັນກໍາມະບານລາວ ໄດ້ເຂົ້າພົບປະ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມທັງລາຍງານຈຸດປະສົງໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ພ້ອມທັງສະ
ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫະພັນກໍາມະບານກະຊວງ ປກສ ຍາດມາໄດ້ພ້ອມທັງໃຫ້ຮັກສາມູນເຊື້ອ ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງກໍາມະບານລາວ ແລະ 8 ຂະ ບວນການແຂ່ງຂັນຂອງຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ປກສ ໃຫ້ກາຍເປັນຄວາມຮັບຜິດ ຊອບໃຫ້ພະນັກງານສະມາຊິກກໍາມະບານ, ກໍາມະກອນ ແລະ ປະຕິບັດໃຫ້ໄດ້ຄາດໝາຍສູ້ຊົນເປັນສະມາຊິກກໍາມະບານ 5 ເປັນເຈົ້າ, ເປັນໜ່ວຍກໍາມະບານ, ກໍາມະບານຮາກຖານ ແລະ ສະຫະພັນກໍາມະບານ 5 ເປັນເຈົ້າໃນທຸກໆປີ.