ຄະນະຜູ້ແທນ ກອງພົນທະຫານຮາບ ທີ 2 ແລະ ກອງພົນທະຫານຮາບ ທີ 1 ກະຊວງປ້ອງກັນປະເທດ ໄດ້ພົບປະແລກປ່ຽນບົດຮຽນ ວຽກງານວິຊາສະເພາະ ໃນອາທິດຜ່ານມາ, ນໍາໂດຍ ພັອ ປອ ສີພອນ ແກ້ວສະໄໝ ຫົວໜ້າການເມືອງ ກອງພົນທະຫານຮາບ ທີ 2 ແລະ ພົຈວ ແສງຍືນ ລັດສະໝີ ຫົວໜ້າການ ເມືອງ ກອງພົນທະຫານຮາບ ທີ 1 ພ້ອມທັງມີ ຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບທີ່ຕັ້ງ, ໜ້າທີ່ພາລະບົດບາດ ແລະ ຄວາມຮັບຜິດຊອບ; ການຈັດຕັ້ງເຄື່ອນໄຫວວຽກງານຂອບເຂດ ທີ່ຕົນຮັບຜິດຊອບ ໃຫ້ມີຄວາມສະຫງົບ ຕິດພັນກັບ ການປັບປຸງກໍ່ສ້າງກໍາລັງ, ກໍ່ສ້າງພັກ – ພະນັກງານ ແລະ ການປັບປຸງກໍ່ສ້າງ ເຄຫາສະຖານ ຄ້າຍທີ່ຢູ່ອາໄສ, ການແກ້ໄຂຊີວິດການເປັນຢູ່ຂອງ ກົມກອງ; ພ້ອມທັງໄດ້ຕີລາຄາສູງ ຕໍ່ຜົນງານ ແລະ ຜົນສໍາເລັດ ການຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈໍາແຮກສ່ຽວ, ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນ 1 ປີຜ່ານມາ; ໂດຍລວມແລ້ວ ທັງສອງກົມກອງ ມີຜົນງານອັນຕັ້ງໜ້າຫຼາຍດ້ານ ທີ່ພົວພັນແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນແລະກັນ ເຫັນວ່າ: ນັບມື້ໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນ ຢ່າງບໍ່ຢຸດຢັ້ງ.

ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນຫຼາຍຂົງເຂດວຽກງານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່, 26 ແຜນງານ ຂອງຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ເຊັ່ນ:

ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນ ບັນຫາປະກົດການຍໍ້ທໍ້ ແລະ ໜໍ່ແໜງທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ໃນຂອບເຂດ ກົມກອງຮັບຜິດຊອບ, ວຽກງານກໍ່ສ້າງພັກ – ພະນັກງານ, ອົງການຈັດຕັ້ງມະຫາຊົນ, ວຽກງານປັບປຸງກໍ່ສ້າງກໍາລັງອົບຮົມ – ຫັດແອບ, ປັບປຸງລະບຽບແບບແຜນ, ວຽກງານກິລາ, ສິລະປະ – ວັນນະຄະດີ ແລະ ວຽກງານຫັນລົງກໍ່ສ້າງຮາກຖານ ການເມືອງ – ແນວຄິດ, ພັດທະນາຊົນບົດ ແລະ ວຽກງານພະລາທິການ; ບໍ່ພຽງເທົ່ານັ້ນ, ຍັງຕ້ອງຮັບປະກັນທາງດ້ານເສດຖະກິດ, ແກ້ໄຂຊີວິດການເປັນຢູ່ຂອງ ກົມກອງ ໃຫ້ນັບມື້ມີຄວາມເຕີບໃຫຍ່, ເຂັ້ມແຂງ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອຂອງ ກອງທັບ ແລະ ຮັດແໜ້ນຄວາມສາມັກຄີ ເພື່ອຊ່ວຍເຊິ່ງກັນແລະກັນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ປົກປັກຮັກສາສ້າງສາພັດທະນາກົມກອງຂອງຕົນ ໃຫ້ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ໂດຍພື້ນຖານ ແລະ ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.

ຄະນະຜູ້ແທນ ກອງພົນທະຫານຮາບ ທີ 2 ແລະ ກອງພົນທະຫານຮາບ ທີ 1 ກະຊວງປ້ອງກັນປະເທດ ໄດ້ພົບປະແລກປ່ຽນບົດຮຽນ ວຽກງານວິຊາສະເພາະ
ຄະນະຜູ້ແທນ ກອງພົນທະຫານຮາບ ທີ 2 ແລະ ກອງພົນທະຫານຮາບ ທີ 1 ກະຊວງປ້ອງກັນປະເທດ ໄດ້ພົບປະແລກປ່ຽນບົດຮຽນ ວຽກງານວິຊາສະເພາະ