ໃນວັນທີ 9 ກໍລະກົດ 2019, ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ແລະ ວິທະຍາຄານສັນຕິບານປະຊາຊົນ (ວສປ) ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານການຮຽນ-ການສອນໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການບັນດາວຽກຈຸດສຸມໃນ 6 ເດືອນທ້າຍປີ 2019 ເພື່ອພັດທະນາລະບົບການຮຽນ-ການສອນ ຂອງວິທະຍາຄານ ໃຫ້ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ; ໂດຍການເຂົ້າຮ່ວມຂອງ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ, ມີອໍານວຍການທັງ 2 ວິທະຍາຄານ ພ້ອມດ້ວຍຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ພົຈວ ບຸນຊູ ນາມມະຈັກ ອໍານວຍການ ວຕປ ກ່າວວ່າ: ໄລຍະ 6 ເດືອນຕົ້ນປີຜ່ານມາ, ພະນັກ ງານ, ຄູ-ອາຈານ ໄດ້ສຸມໃສ່ປັບປຸງໂຄງການຫຼັກສູດການສອນ-ການຮຽນ ໂດຍປະຕິບັດຕາມ 5 ຫຼັກມູນ, 3 ລັກ ສະນະຂອງການສຶກສາຕິດພັນກັບ 3 ທາດແທ້ 7 ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບ, ສ້າງເອກະສານຄົ້ນຄວ້າ, ສ້າງແຜນຕາຕະລາງຂຶ້ນຫ້ອງສອນຂອງຄູພາຍໃນ ແລະ ເຊີນນອກຢ່າງເປັນປົກກະຕິ, ຂຶ້ນແຜນການສອບເສັງຈົບວິຊາ, ພາກວິຊາ ແລະ ຈົບຊັ້ນ, ແຕ່ງຕັ້ງພະນັກງານ-ຄູອາຈານລົງເກັບກໍາຂໍ້າມູນ, ຈັດຕັ້ງຄະນະຮັບ ຜິດຊອບແປບົດວິທະຍາສາດປ້ອງກັນຄວາມສະຫງົບຂອງກະຊວງຕໍາຫຼວດຫວຽດນາມ ຈໍານວນ 4 ຫົວ ສໍາເລັດ ເກືອບ 98%, ນໍາພານັກສຶກສາລົງຝຶກຫັດ-ໄປທັດສະນະເບິ່ງບົດຮຽນຕົວຈິງຢູ່ກົມກອງວິຊາສະເພາະ ແນໃສ່ເຮັດໃຫ້ທິດສະດີຕິດພັນກັບວຽກຕົວຈິງ ກໍຄືການປັບປຸງໂຄງການຫຼັກສູດການສອນ-ການຮຽນໃຫ້ສູງຂຶ້ນ, ເຊິ່ງໃນສົກປີຜ່ານມາ ສາມາດສົ່ງນັກສຶກສາອອກຮັບໃຊ້ສະໜາມຮົບໄດ້ 393 ສະຫາຍ ຍິງ 50 ສະຫາຍ.

ໂອກາດດຽວກັນນີ້, ພົຈວ ວັນເຮືອງ ນັນທະຈັກ ອໍານວຍການ ວສປ ກ່າວວ່າ: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດຂອງພະນັກງານ, ຄູ-ອາຈານ ແລະ ນັກສຶກສາປັບປຸງວຽກງານຄຸ້ມຄອງກວດກາ ແລະ ແກ້ ໄຂປະກົດການຫຍໍ້ທໍ້ພາຍໃນສະແດງອອກ ຄື: ຂຶ້ນຫ້ອງສິດສອນນັກຮຽນທຸກຮຸ່ນ-ທຸກລະບົບໄດ້ 10.581 ຊົ່ວ ໂມງ, ແປບົດວິທະຍາສາດປ້ອງກັນຄວາມສະຫງົບຈາກພາສາຫວຽດນາມ ເປັນພາສາລາວ ໄດ້ 380 ໜ້າ, ແຕ່ງ-ຮຽບຮຽງເອກະສານຕໍາລາບົດສອນໄດ້ 55 ບົດ, ສ້າງຕໍາລາສອນໄດ້ 5 ຫົວ, ເຊີນກົມຂຶ້ນຫ້ອງລາຍງານຕົວຈິງ 10 ຄັ້ງ, ກວດບົດສອບເສັງຂອງນັກສຶກສາທຸກຮຸ່ນ ໄດ້ 5.119 ບົດ, ຄົ້ນຄວ້າຫົວຂໍ້ບົດໂຄງການຈົບຊັ້ນໃຫ້ນັກສຶກສາຈໍານວນ 30 ຫົວຂໍ້, ນໍາພານັກສຶກສາລົງຝຶກຫັດຕົວຈິງ 3 ຄັ້ງ. ນອກນີ້, ຍັງໄດ້ປະສານງານກັບບັນດາສະ ຖາບັນອື່ນໆ ເພື່ອແລກປ່ຽນບົດຮຽນ ແລະ ປັບປຸງໂຄງການຫຼັກສູດການສຶກສາເຂົ້າສູ່ລະບົບສາກົນເທື່ອລະ ກ້າວ.

ໂອກາດດັ່ງກ່າວ, ພົຕ ປອ ສົມຫວັງ ທໍາມະສິດ ຍັງໄດ້ເນັ້ນໃຫ້ທັງ 2 ວິທະຍາຄານພ້ອມກັນຄົ້ນຄວ້າກ່ຽວ ກັບຫຼັກສູດການສອນ -ການຮຽນໃຫ້ຮັດກຸມຫຼາຍຂຶ້ນ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ ເພື່ອເຮັດໃຫ້ນັກສຶກສາທີ່ສໍາເລັດການສຶກສາອອກໄປແລ້ວສາມາດນໍາໄປໜູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຢູ່ແຕ່ລະເຂດທ້ອງຖິ່ນໃຫ້ມີປະສິດທິຜົນ ຮັບປະກັນຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍໃນສັງຄົມ.