ຄະນະບໍລິຫານງານຊາວໜຸ່ມຮາກຖານ ລັດວິສາຫະກິດນໍ້າປະ ປານະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ X ຂຶ້ນ ໃນວັນທີ 9 ກໍລະກົດ 2019 ເພື່ອ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ ແລະ ປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຊຸດໃໝ່, ໂດຍການເປັນປະທານຂອງ ທ່ານ ພອນວິໄລ ທາວົງ ເລຂາຄະນະບໍລິຫານ ງານຊາວໜຸ່ມ ປປລ ຮາກຖານລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ແລະ ເຂົ້າຮ່ວມມີ ທ່ານ ນາງ ສຸມາລີ ທໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ, ມີສະມາ ຊິກຊາວໜຸ່ມ, ແຂກທີ່ຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະບໍລິຫານງານຊາວໜຸ່ມ ລັດວິສາຫະກິດນ້ຳປະປາ ນວ

ທ່ານ ພອນວິໄລ ທາວົງ ກ່າວວ່າ: ໃນໄລຍະ 5 ປີຜ່ານມາ ( 2013-2018 ), ອົງການຈັດ ຕັ້ງຊາວໜຸ່ມໄດ້ເອົາໃຈໃສ່ ແລະ ຖືບັນຫາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ເອົາ ໃຈໃສ່ໃນການພັດທະນາຄວາມ ຮູ້-ຄວາມສາມາດ, ວິຊາຊີບ-ວຽກ ເຮັດງານທໍາໃຫ້ສະມາຊິກຊາວ ໜຸ່ມທັງພາຍໃນ ແລະ ຕ່າງປະ ເທດ; ເຂົ້າຮ່ວມໃນການປະກອບສ່ວນວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ຊ່ວຍເປັນຫູ ເປັນຕາໃຫ້ເຈົ້າໜ້າທີ່ ບ້ານເມືອງ, ສໍານັກງານ-ຫ້ອງການຂອງຕົນສັງ ກັດ ເພື່ອໃຫ້ມີຄວາມສະຫງົບປອດໄພທຸກໆດ້ານ ເປັນຕົ້ນແມ່ນ ໄດ້ມີການແບ່ງຄວາມຮັບຜິດຊອບວຽກງານປ້ອງກັນເວນຍາມແມ່ນ ຢູ່ແຕ່ລະຈຸດໃນການເວນຍາມວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເຊັ່ນ ງານບຸນປີໃໝ່ລາວ, ວັນຊາດ ທີ 2 ທັນວາ, ກອງປະຊຸມໄອປາ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະອື່ນໆ ເຫັນໄດ້ວ່າ ແຕ່ລະສະຫາຍທີ່ຖືກມອບໝາຍແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ມີຄວາມຫ້າວຫັນເປັນພິເສດ, ສາມາດເຮັດສໍາເລັດໜ້າທີ່ໄດ້ເປັນຢ່າງດີ.

ກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະບໍລິຫານງານຊາວໜຸ່ມ ລັດວິສາຫະກິດນ້ຳປະປາ ນວ

ນອກນັ້ນ, ຍັງໄດ້ນຳພາສະມາຊິກປະຕິບັດຂໍ້ແຂ່ງຂັນ 4 ບຸກ, ເຊິ່ງຄະນະຊາວໜຸ່ມ ໄດ້ກວດກາ ແລະ ດໍາເນີນຊີວິດການເມືອງຂອງຊາວໜຸ່ມ ໂດຍຕິດພັນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນປະຈໍາທຸກໆປີ ເພື່ອຕິດຕາມກວດກາປະເມີນຜົນງານ ຜ່ານການກວດກາສາມາດຕີລາຄາແບ່ງປະເພດຄະນະຊາວໜຸ່ມຮາກ ຖານໄດ້ 5 ຄັ້ງ, ໜ່ວຍ 4 ບຸກໄດ້ 5 ຄັ້ງ ມີສະມາຊິກດີເດັ່ນໃນຂະ ບວນການ 4 ບຸກ ປະເພດແຂງໄດ້ 1.864 ເທື່ອສະຫາຍ ແລະ ປະ ເພດກາງ 39 ສະຫາຍ, ສະມາຊິກຊາວໜຸ່ມໄດ້ຮັບການຍ້ອງຍໍຈາກ ຂັ້ນຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນໃນຂະບວນການຂໍ້ແຂ່ງຂັນ 4 ບຸກ; ໃນນີ້, ລວມໝູ່ 8 ໜ່ວຍ ຈໍານວນ 4 ຄັ້ງ ແລະ ບຸກຄົນດີເດັ່ນ ຈໍານວນ 4 ຄັ້ງ ມີ 346 ສະຫາຍ ແລະ ໄດ້ຮັບທຸງໄຊນໍາໜ້າ 1 ຜືນ, ໄດ້ຮັບການຍ້ອງຍໍສັນລະເສີນຜົນງານຈາກອໍານາດການປົກຄອງລັດປະເພດບຸກຄົນດີເດັ່ນ 321 ສະຫາຍ ຍິງ 101 ສະຫາຍ.

ທິດທາງແຜນການໃນ 5 ປີ ຕໍ່ໜ້າ (2019-2024) ແມ່ນຈະ ເພີ່ມທະວີສຶກສາອົບຮົມການ ເມືອງ-ແນວຄິດ, ຍົກສູງສະຕິຕື່ນຕົວທາງດ້ານການເມືອງ, ເຊີດຊູນໍ້າ ໃຈຮັກຊາດ-ຮັກລະບອບໃໝ່, ຍົກ ສູງລະດັບຄວາມຮູ້ວິທະຍາສາດ, ເທັກໂນໂລຊີວິຊາຊີບ ແລະ ພາສາ ຕ່າງປະເທດ ແນໃສ່ເພີ່ມທະວີບຸກ ຄະລາກອນໜຸ່ມທີ່ໜັກແໜ້ນໃຫ້ແກ່ສໍານັກງານ-ອົງການ, ຕັ້ງໜ້າປະ ຕິບັດແນວທາງ, ມະຕິຕ່າງໆຂອງ ພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ດ້ວຍການນໍາພາ ສະມາຊິກຊາວໜຸ່ມຈັດຕັ້ງປະຕິ ບັດຂະບວນການຕ່າງໆໃຫ້ກວ້າງ ຂວາງ ເນື່ອງນິດລຽນຕິດ ເປັນຂະ ບວນການຟົດຟື້ນ ແລະ ເຂັ້ມແຂງ ຂຶ້ນກວ່າເກົ່າ, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆໃນຖັນແຖວຊາວໜຸ່ມ-ໄວ ໜຸ່ມໃຫ້ໝົດໄປເທື່ອລະກ້າວ.