ປັດຈຸບັນ, ພັກ-ລັດຖະບານ ໄດ້ເອົາໃຈໃສ່ໃນການຍົກສູງລະດັບ ແລະ ໃຫ້ຄວາມສໍາຄັນເປັນພິເສດວຽກງານອາຊີວະສຶກສາ ເພື່ອການສ້າງນາຍຊ່າງ, ກໍາມະກອນສີມືດີທີ່ມີເຕັກນິກ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ.

ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃຫ້ສໍາພາດໃນວັນທີ 5 ກໍລະກົດ ຜ່ານມາວ່າ: ພັກ-ລັດຖະບານ ໄດ້ເອົາໃຈໃສ່ເປັນພິເສດໃນການກໍ່ສ້າງນັກວິຊາການ, ນາຍຊ່າງທີ່ມີສີ ມືເປັນຜູ້ຜະລິດ, ເຊິ່ງໄດ້ຮັບການສະໜັບສະໜູນທຶນຈາກລັດ ແລະ ບັນດາປະເທດຄູ່ຮ່ວມພັດທະນາ, ໄດ້ຕັ້ງເປົ້າທົ່ວປະເທດຕ້ອງມີໂຮງຮຽນວິຊາອາຊີບ (ສາຂາອາຊີວະສຶກສາ) ໝົດທຸກແຂວງ ເພື່ອຕັ້ງເປົ້າໝາຍໃນການສ້າງນາຍຊ່າງກໍາມະກອນໃນອາຊີບຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະທ້ອງ ຖິ່ນ.

Skills development, Vientiane, ‪#‎Laos‬ Photo by Adrian Gnägi

ນັບແຕ່ປີ 2005 ເປັນຕົ້ນມາ, ໄດ້ມີຫຼາຍປະເທດ, ທະນາຄານ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ເຊັ່ນ: ຫວຽດ ນາມ, ຈີນ, ໄທ ເພື່ອກໍ່ສ້າງ, ປັບປຸງໂຮງຮຽນສາຍອາຊີວະສຶກສາມາຕະຫຼອດ. ຈົນມາຮອດປັດຈຸບັນ, ທົ່ວປະ ເທດມີໂຮງຮຽນ 25 ແຫ່ງ ທີ່ເປັນຂອງລັດ ແລະ ມີນັກສຶກສາເພີ່ມຂຶ້ນຈາກເມືອກ່ອນ 10 ພັນກວ່າຄົນມາເປັນ 35 ພັນກວ່າຄົນໃນປັດຈຸບັນ.

ນອກນັ້ນ, ຍັງມີສະຖາບັນອາຊີວະສຶກສາພາກເອກະຊົນມີ 60 ກວ່າແຫ່ງ ມີນັກ ຮຽນເກືອບ 20 ພັນກວ່າຄົນ ແລະ ສ່ວນຫຼາຍແມ່ນສາຂາພາສາອັງກິດ, ຄອມພິວເຕີ ແລະ ບໍລິຫານທຸລະກິດ, ເຊິ່ງແຕກຕ່າງຈາກພາກລັດແມ່ນມີທຸກວິຊາອາຊີບ. ປັດຈຸບັນ, ສາມາດເວົ້າໄດ້ວ່າ ສະເພາະຫຼັກສູດການຮຽນວິຊາອາຊີບຫຼາຍສາຂາວິຊາທຽບເທົ່າກັບພາກພື້ນ, ເຊິ່ງຈັດຢູ່ໃນອັນດັບຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງ.

ນັບແຕ່ໄດ້ປະກາດໃຊ້ກົດໝາຍອາຊີວະສຶກສາ ປີ 2014 ເປັນຕົ້ນມາ ວຽກງານອາຊີວະໄດ້ຮັບການພັດທະນາ ທາງດ້ານປະລິມານ ແລະ ຄຸນນະພາບ. ມາຮອດປີ 2019, ໄດ້ນໍາສະເໜີຕໍ່ສະພາແຫ່ງຊາດ ເພື່ອປັບປຸງຮ່າງກົດ ໝາຍອາຊີວະສຶກສາຄືນໃໝ່ໃຫ້ສ່ອດຄ່ອງ ແລະ ແທດເໝາະກັບການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸ ບັນ.