ເຈົ້າໜ້າທີ່ພະແນກຈະລາຈອນ ປກສ ແຂວງໄຊຍະບູລີ ສົບທົບກັບເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນ ປກສ ເມືອງໄຊຍະບູລີ ໄດ້ອອກກວດກາຮັກສາຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນຕາມທ້ອງຖະໜົນເຂດເທດສະບານ ເມືອງໄຊຍະບູລີ ພົບເຫັນນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ເຊິ່ງອາດຈະນຳໄປສູ່ການເກີດອຸບັດຕິເຫດຕາມທ້ອງຖະໜົນ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ.

ຈະລາຈອນແຂວງໄຊຍະບູລີ ສຶກສາອົບຮົມນັກຂັບຂີ່

ຕໍ່ມາໃນວັນທີ 3 ກໍລະກົດ 2019 ຜ່ານມານີ້, ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົມຮົມບຸກຄົນທີ່ກ່ຽວຂ້ອງ, ພ້ອມທັງປະຕິບັດຢ່າງເຂັ້ມງວດຕາມລະບຽບກົດໝາຍ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພັຕ ຄຳຜ່ານ ວົງສີ ຮອງຫົວໜ້າພະແນກຕໍາຫຼວດ ຈະລາຈອນແຂວງ ມີພະນັກງານທີ່ກ່ຽວຂ້ອງພ້ອມດ້ວຍນັກຂັບຂີ່ເຂົ້າຮ່ວມ.ໂດຍໄດ້ສຶກສາອົບຮົມຜູ້ກະທໍາຜິດ ແລະ ພໍ່ -ແມ່ຜູ້ປົກຄອງ ຈົ່ງຍົກສູງສະຕິເປັນເຈົ້າຕົນເອງ, ສະຕິເຄົາລົບລະບຽບກົດໝາຍ, ເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນໃຫ້ດີ ເພື່ອບໍ່ໃຫ້ກັບມາກະທຳຜິດ ຕໍ່ລະບຽບກົດໝາຍຕື່ມອີກ.

ນອກນັ້ນ, ຍັງຍົກໃຫ້ເຫັນກົດໝາຍບາງມາດຕາ: ເປັນຕົ້ນ ກົດໝາຍວ່າດ້ວຍມາດຕະການປັບໃໝຕໍ່ຜູ່ລະເມີດກົດລະບຽບຈະລາຈອນ ໂດຍສະເພາະແມ່ນການດັດແປງສະພາບເຕັກນິກລົດ-ໃຊ້ ສຽງດັງ, ລົດບໍ່ມີເອກະສານ, ບໍ່ໃສ່ໝວກ ກັນກະທົບ, ບໍ່ໃສ່ແວ່ນສ່ອງຫຼັງ, ການໃຊ້ເສັ້ນທາງຫຼວງທີ່ບໍ່ຕ້ອງ ແລະ ບັນຫາອື່ນໆທີ່ຜິດຕໍ່ກົດລະບຽບຈະລາຈອນ ໃຫ້ຜູ້ກ່ຽວຂ້ອງ ແລະ ພໍ່-ແມ່ຜູ້ປົກຄອງ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການ ກະທຳດັ່ງກ່າວ ແມ່ນຜິດຕໍ່ລະບຽບກົດ ໝາຍ, ທັງສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນ, ເປັນສາເຫດຂອງການເກີດອຸບັດເຫດກ້າວໄປເຖິງຂັ້ນບາດເຈັບ ແລະ ເສຍຊີວິດ ຍິ່ງໄປກວ່ານັ້ນຍັງເປັນເງື່ອນໄຂ ແລະ ຊ່ອງຫວ່າງ ໃຫ້ກຸ່ມຄົນບໍ່ດີນຳໃຊ້ພາຫະນະທີ່ບໍ່ຖືກຕ້ອງເຄື່ອນໄຫວປຸ້ນຈີ້, ຊິງຊັບພົນລະເມືອງແລ້ວຫຼົບໜີ ແລະ ມີລັກສະນະທ້າທາຍຕໍ່ເຈົ້າໜ້າທີ່ໃນການປະຕິບັດໜ້າທີ່ຢູ່ຕາມຈຸດຕ່າງໆ.