ເຜີຍແຜ່ຜົນໄດ້ຮັບ ຈາກການປະຕິບັດໂຄງສ້າງຄວາມທົນທານຕໍ່ ຄວາມສ່ຽງໄພພິບັດ

0
1532

ກົມຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການອ໊ອກສະຟາມ ຈັດກອງປະຊຸມເຜີຍແຜ່ຜົນໄດ້ຮັບຂອງ ການຈັດຕັ້ງປະຕິບັດກິດຈະກຳ ໂຄງການສ້າງຄວາມທົນທານຕໍ່ກັບ ຄວາມສ່ຽງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ໃຫ້ແກ່ຊຸມຊົນເຂດເນີນສູງ ຢູ່ແຂວງອຸດົມໄຊ ສປປ ລາວ ໃນວັນທີ 9 ກໍລະກົດ 2019, ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ; ເຊິ່ງເຂົ້າຮ່ວມໂດຍ ທ່ານ ສັງຂານ ທ່ຽງທຳມະວົງ ຫົວໜ້າກົມຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ແລະ ທ່ານ ທີໂບ ອັອງເກ ອຳນວຍການອົງການອ໊ອກສະຟາມ ເບວຢຽມ ເພື່ອຄວາມສາມັກຄີ ປະຈຳ ສປປ ລາວ, ພ້ອມທັງມີ ບັນດາພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ກ້າ ໄຊຊະນະ ຫົວໜ້າຜູ້ປະສານງານໂຄງການເບື້ອງລັດ ກົມຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:

ໂຄງການສ້າງຄວາມເຂັ້ມແຂງ ດ້ານການດຳລົງຊີວິດ ໃຫ້ຊຸມຊົນ ຢູ່ແຂວງອຸດົມໄຊ ແມ່ນເປັນໂຄງການ 3 ປີ ໂດຍເລີ່ມຈັດຕັ້ງປະຕິບັດ ມາແຕ່ເດືອນຕຸລາ 2016 ແລະ ຈະສິ້ນສຸດ ໃນປີ 2019 ເພາະໂຄງການດັ່ງກ່າວ ໄດ້ປະຕິບັດຢູ່ 2 ເມືອງ ຄື: ເມືອງປາກແບ່ງ ແລະ ເມືອງແບ່ງ, ເຊິ່ງມີເປົ້າໝາຍທັງໝົດ 30 ບ້ານ, ມີຈຳນວນຜູ້ໄດ້ຮັບຜົນປະໂຫຍດທັງໝົດ 16.581 ຄົນ ຍິງ 7.948 ຄົນ.

ໂດຍມີຈຸດປະສົງຂອງໂຄງການ ແມ່ນ ສ້າງຄວາມເຂັ້ມແຂງ ທາງດ້ານການດຳລົງຊີວິດຂອງຜູ້ຍິງ ແລະ ຄອບຄົວຂອງປະຊາຊົນ ຢູ່ໃນເຂດດັ່ງກ່າວ ທີ່ກຳລັງປະສົບກັບບັນຫາຄວາມແປປ່ວນຂອງ ສະພາບດິນຟ້າອາກາດ, ບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມບໍ່ແນ່ນອນຂອງສະພາບອາກາດ.

ໃນນັ້ນ, ເພື່ອໃຫ້ບັນລຸຈຸດປະສົງດັ່ງກ່າວແລ້ວ ໂຄງການໄດ້ຕັ້ງເປົ້າໝາຍໃຫ້ສຳເລັດ 4 ຜົນໄດ້ຮັບ ຄື:

ເພີ່ມຂີດຄວາມອາດສາມາດ ໃຫ້ກັບຊຸມຊົນ ແລະ ອຳນາດການປົກຄອງ ເພື່ອກະກຽມ ແລະ ຕອບໂຕ້ກັບໄພອັນຕະລາຍ, ການປັ່ນປ່ວນ ແລະ ການປ່ຽນແປງຂອງດິນຟ້າອາກາດ; ເພີ່ມຄວາມເຂັ້ມແຂງ ດ້ານການດຳລົງຊີວິດ ເພື່ອຕ້ານກັບສະພາບດິນຟ້າອາກາດ ທີ່ປັ່ນປ່ວນ; ປັບປຸງການເຂົ້າເຖິງ, ຄວບຄຸມ ແລະ ການນຳໃຊ້ ຊັບພະຍາກອນທຳມະຊາດ ແບບຍືນຍົງ ແລະ ປັບປຸງການປະສານງານ ແລະ ແບບວິທີການເຮັດວຽກ ເພື່ອເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຜູ້ຈັດຕັ້ງປະຕິບັດ.

ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການ ແລະ ຜົນໄດ້ຮັບ ທຽບໃສ່ຕົວຊີ້ວັດ ໂດຍທຽບໃສ່ເວລາທີ່ຍັງເຫຼືອ ການປະຕິບັດຂອງໂຄງການ ແຕ່ເລີ່ມໂຄງການ ມາຮອດປັດຈຸບັນ ( ເດືອນຕຸລາ 2017 ຫາ ເດືອນພຶດສະພາ 2018 ) ແມ່ນ ສາມາດຈັດຕັ້ງປະຕິບັດໄດ້ປະມານ 67%, ໂດຍສະເລ່ຍຜົນໄດ້ຮັບ 1, 2, 3 ແລະ 4 ສາມາດປະຕິບັດໄດ້ 85%, 87%, 40% ແລະ 55% ຕາມລຳດັບ ຢ່າງມີຜົນສຳເລັດ ຕາມລະດັບແຜນການ.

ຫຼັງຈາກນັ້ນ, ທ່ານ ສັງຂານ ທ່ຽງທຳມະວົງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນສືບຕໍ່ປະສານສົມທົບກັບ ອຳນາດການປົກຄອງທ້ອງຖິ່ນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍ ຢ່າງເຂັ້ມງວດ; ໂດຍສະເພາະແມ່ນ ສ້າງຄວາມເຂັ້ມແຂງໃຫ້ບັນດາຄອບຄົວຂອງປະຊາຊົນ ຢູ່ໃນເຂດເນີນສູງ ໃຫ້ເຝົ້າລະວັງການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມບໍ່ແນ່ນອນຂອງສະພາບອາກາດ ເປັນປົກກະຕິ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນຳໃຊ້ ຊັບພະຍາກອນທຳມະຊາດ ແບບຍືນຍົງຂອງຊຸມຊົນ ໃນ 2 ເມືອງ ຂອງເເຂວງອຸດົມໄຊ ມີຄວາມປອດໄພດີຂຶ້ນ ເທື່ອລະກ້າວ ແລະ ມີຜົນສຳເລັດ ຕາມແຜນການທີ່ວາງໄວ້.