ເປິດຝຶກອົບຮົມວິຊາສະເພາະ ວຽກງານພະລາທິການ ໄລຍະສັ້ນ ຊຸດທີ I ທົ່ວກອງບັນຊາການ ປກສ ແຂວງບໍລິຄຳໄຊ
ເປິດຝຶກອົບຮົມວິຊາສະເພາະ ວຽກງານພະລາທິການ ໄລຍະສັ້ນ ຊຸດທີ I ທົ່ວກອງບັນຊາການ ປກສ ແຂວງບໍລິຄຳໄຊ

ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ເປິດຝຶກອົບຮົມວິຊາສະເພາະ ວຽກງານພະລາທິການ ໄລຍະສັ້ນ ຊຸດທີ I ທົ່ວກອງບັນຊາການ ປກສ ແຂວງບໍລິຄຳໄຊ ເປັນປະທານໂດຍ ພັທ ສົມຄິດ ໄຊສົງຄາມ ຫົວໜ້າ ຫ້ອງພະລາທິການ ກອງບັນຊາການ ປກສ ແຂວງ, ມີ ຄະນະຫ້ອງ, ກອງ, ຄ້າຍຄຸມຂັງ – ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ພ້ອມທັງມີ ນັກສຳມະນາກອນ ຈາກບັນດາຫ້ອງ ອ້ອມຂ້າງ ແລະ ປກສ 7 ຕົວເມືອງເຂົ້າຮ່ວມ ໃນວັນທີ 8 ກໍລະກົດ 2019 ທີ່ຜ່ານມາ.

ພັທ ຈັນເພັງ ຫຼ້າວິໄລ ຮອງຫົວໜ້າຫ້ອງພະລາທິການ ກ່າວວ່າ:

ການຝຶກອົບຮົມໃນຄັ້ງນີ້ ຈັດຂຶ້ນເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານທິດສະດີ ແລະ ພຶດຕິກຳລະບຽບຫຼັກການຂອງ ວຽກງານພະລາທິການ ໃຫ້ແກ່ ພະນັກງານ – ນັກຮົບ ຜູ້ທີ່ເຮັດວຽກງານດັ່ງກ່າວ ນັບແຕ່ແຂວງລົງຮອດເມືອງ, ແນໃສ່ເພື່ອເຮັດໃຫ້ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດເຮັດສຳເລັດໜ້າທີ່ວຽກງານການເມືອງ ພ້ອມທັງຮັບກັນໄດ້ 3 ດ້ານ ຄື: ຮັບປະກັນ ດ້ານລະບຽບຫຼັກການຂອງວິຊາສະເພາະ, ຮັບປະກັນ ດ້ານລະບຽບກົດໝາຍ, ຮັບປະກັນຕໍ່ໜ້າການເມືອງ ແລະ ເພື່ອຄວາມເປັນເອກະພາບຂອງ ວຽກງານພະລາທິການ ໄປໃນທິດທາງດຽວກັນ ແລະ ມີຜົນ ສຳເລັດ ໃນການຮັບໃຊ້ໃນຕໍ່ໜ້າ.

ເອກະສານ ທີ່ນຳມາຝຶກອົບຮົມ ໃນຄັ້ງນີ້ ປະກອບມີ 4 ເອກະສານທີ່ສໍາຄັນ ຄື:

  • ເອກະສານ ວຽກງານແຜນການ – ການເງິນ
  • ວຽກງານກໍ່ສ້າງ – ຊັບສິນ
  • ວຽກງານເຕັກນິກ – ຍຸດໂທ
  • ວຽກງານອຸປະໂພກ – ບໍລິໂພກ

ການຝຶກອົບຮົມໃນຄັ້ງນີ້ ແມ່ນຈະດຳເນີນໄປເປັນເວລາ 5 ວັນ ເລີ່ມແຕ່ວັນທີ 8 – 12 ກໍລະກົດ 2019 ຈຶ່ງສໍາເລັດ.