ກອງປະຊຸມຮ່ວມມືສະກັດກັ້ນ-ຕ້ານອາຊະຍາກຳ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ລະ ຫວ່າງກຳລັງຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ກຳລັງຕຳຫຼວດ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ຄັ້ງທີ X, ໄດ້ຈັດຂຶ້ນໃນວັນທີ 8-11 ກໍລະກົດ 2019, ເປັນປະທານໂດຍ ພົຈວ ປອ ທອງ ສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ພັອ ວູ້ ກວັກຖັງ ຮອງຫົວໜ້າຫ້ອງການອົງການສືບສວນ -ສອບສວນ ກະ ຊວງຕຳຫຼວດ ສສ ຫວຽດນາມ, ມີບັນດາຄະນະຜູ້ແທນຈາກຕຳຫຼວດລາວ ແລະ ຕຳ ຫຼວດຫວຽດນາມ ເຂົ້າຮ່ວມ.

ກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ແລກປ່ຽນສະພາບ ແລະ ຜົນການຈັດຕັ້ງປະຕິບັດບົດບັນທຶກອງປະຊຸມຄັ້ງທີ່ຜ່ານມາ ແລະ ຄົ້ນຄວ້າທິດທາງການຮ່ວມມືໃນການແກ້ໄຂບັນຫາອາຊະຍາກຳປະເພດຕ່າງໆຮ່ວມກັນໃນຕໍ່ໜ້າ ເປັນຕົ້ນແມ່ນການຮ່ວມມືແລກປ່ຽນຂໍ້ມູນຂ່າວສານໃນຂອບເຂດວຽກງານຕຳຫຼວດ, ບັນຫາການລັກລອບຄ້າ ຂາຍຢາເສບຕິດ, ການຄ້າມະນຸດ, ການກະທຳຜິດທາງດ້ານເສດຖະກິດ, ການສືບສວນ-ສອບສວນຄະດີອາຍາ, ການນຳຈັບເປົ້າໝາຍກະທຳຜິດ ແລະ ບັນຫາອື່ນໆ, ເຊິ່ງ ພັອ ປອ ພູທອນ ວໍລະເພັດ ຫົວໜ້າຫ້ອງການກົມໃຫຍ່ ຕໍາຫຼວດ ໄດ້ຍົກໃຫ້ເຫັນສະພາບອາຊະຍາກຳ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ວ່າ: ສະເພາະ 6 ເດືອນຕົ້ນປີ 2019, ທົ່ວປະເທດມີອາຊະຍາກຳເກີດ ຂຶ້ນທັງໝົດ 3.470 ເລື່ອງ, ທຽບ ໃສ່ 6 ເດືອນຕົ້ນປີຜ່ານມາ ເພີ່ມຂຶ້ນ 812 ເລື່ອງ ເທົ່າກັບ 23,40%; ໃນນີ້, ອາຊະຍາກຳທີ່ພົ້ນເດັ່ນ ແລະ ເກີດຂຶ້ນຫຼາຍກວ່າໝູ່ ແມ່ນບັນຫາຄ້າ-ຂາຍຢາເສບຕິດ, ເຊິ່ງໃນ 6 ເດືອນຕົ້ນປີ 2019 ສາມາດມ້າງໄດ້ 1.763 ລາຍ, ກັກຜູ້ຖືກຫາໄດ້ 2.607 ຄົນ ເພີ່ມຂຶ້ນ 21,78%.

ຜ່ານການຈັດຕັ້ງຮ່ວມມືລະຫວ່າງສອງກຳລັງຕຳຫຼວດລາວ-ຫວຽດນາມ ຕາມບົດບັນທຶກກອງປະຊຸມ ຄັ້ງທີ 9 ທັງສອງຝ່າຍໄດ້ ພ້ອມກັນເຮັດສຳໜ້າທີ່ ແລະ ຮັບໝາກຜົນຕົວຈິງໃນຫຼາຍດ້ານ ສະແດງອອກຄື: ໄດ້ປະສານງານແລກປ່ຽນຂໍ້ມູນຂ່າວສານດ້ານອາຊະຍະກຳ, ການກວດພິສູດເປົ້າໝາຍອາຊະຍາກຳປະເພດຕ່າງໆທີ່ ສສ ຫວຽດນາມ ສະເໜີມາໃຫ້ກົມໃຫຍ່ຕຳຫຼວດຊ່ວຍກວດກາມີທັງໝົດ 21 ເລື່ອງ, ໄດ້ກວດພິສູດ ແລະ ແກ້ໄຂແລ້ວ 8 ເລື່ອງ, ຍັງສືບຕໍ່ດຳເນີນຢູ່ 13 ເລື່ອງ, ຮ່ວມກັນມ້າງຄະດີໄດ້ທັງໝົດ 20 ເລື່ອງ, ກັກຜູ້ຖືກຫາໄດ້ 39 ຄົນ ຍິງ 3 ຄົນ, ຢຶດຂອງກາງຢາເສບຕິດປະເພດຕ່າງໆ ເຊັ່ນ: ເຮໂຣອິນ 182 ແທ່ງ 63,7 ກິໂລກຼາມ, ຢາບ້າ 704.725 ເມັດເທົ່າ 70,47 ກິໂລກຼາມ, ຢາໄອສ໌ 56 ກິໂລກຼາມ, ຢາຝິ່ນ 12,5 ກິໂລກຼາມ, ອາວຸດສິກ 11 ກະບອກ, ລຸກປືນ 40 ລູກ, ລົດໃຫຍ່ 8 ຄັນ, ລົດຈັກ 4 ຄັນ. ນອກນັ້ນ, ຍັງມີຊັບສິນອີກຈຳນວນໜຶ່ງ.

ໃນພິທີທັງສອງຝ່າຍໄດ້ຮ່ວມກັນລົງນາມເຊັນບົດບັນທຶກກອງປະຊຸມວ່າດ້ວຍການຮ່ວມມືສະກັດກັ້ນ-ຕ້ານອາຊະຍາກຳ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ລະຫວ່າງກຳລັງຕຳຫຼວດກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກຳລັງຕຳຫຼວດ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ຄັ້ງທີ X ເພື່ອສືບຕໍ່ຮ່ວມມືດ້ານວິຊາສະເພາະ ເປັນຕົ້ນແມ່ນຈະສືບຕໍ່ຊີ້ນຳກົມກອງວິຊາສະເພາະ, ກອງບັນຊາການ ປກສ ແຂວງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໃຫ້ຕັ້ງໜ້າປະຕິບັດຕາມບົດບັນທຶກການຮ່ວມມືທີ່ໄດ້ຕົກລົງກັນໃນ ກອງປະຊຸມຄັ້ງນີ້, ສືບຕໍ່ຊີ້ນຳທ້ອງຖິ່ນເອົາໃຈໃສ່ສຶກສາອົບຮົມປະຊາຊົນຢູ່ລຽບຕາມຊາຍແດນໃຫ້ຮັບຮູ້ ແລະ ປະຕິບັດລະບຽບກົດໝາຍຂອງສອງປະເທດຢ່າງເຂັ້ມງວດ, ສືບຕໍ່ຮັກສາ ແລະ ສົ່ງເສີມການພົບປະປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນແລະກັນໃຫ້ເປັນປົກກະຕິກໃນແຕ່ລະໄລຍະ ໂດຍພັດປ່ຽນກັນເປັນເຈົ້າພາບ, ຫັນ ເອົາການພົບປະໄປສູ່ຂັ້ນກົມວິຊາສະເພາະ ແລະ ລົງເລິກວຽກງານທີ່ສອງຝ່າຍເຫັນວ່າມີຄວາມຈຳເປັນ.