ໃນວັນທີ 10 ກໍລະກົດ ນີ້ວ່າ: ທາງການປາປົວນິວກິເນ ລະດົມກຳລັງເຈົ້າໜ້າທີ່ອອກໄລ່ລ່າຜູ້ກໍ່ເຫດຄາດຕະກຳໝູ່ ໃນເຫດການຄາດວ່າ ເປັນສົງຄາມລະຫວ່າງຊົນເຜົ່າ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 24 ຄົນ. ໃນຈຳນວນນີ້ ມີແມ່ຍິງກຳລັງຖືພາ 2 ຄົນ ເຫດເກີດຂຶ້ນຢູ່ແຂວງເຮລາ, ເຊິ່ງເປັນພື້ນທີ່ຊົນນະບົດຫ່າງໄກຈາກຕົວເມືອງທາງພາກຕາເວັນຕົກຂອງປະເທດ.

ເຫດຕໍ່ສູ້ກັນເກີດຂຶ້ນນານເຖິງ 3 ວັນ, ເຈົ້າໜ້າທີ່ຄາດວ່າ ຕົວເລກຜູ້ເສຍຊີວິດອາດເພີ່ມຂຶ້ນອີກ ເພາະນັກຮົບຊົນເຜົ່າມີອາວຸດທີ່ທັນສະໄໝ ໂດຍຜູ້ເຫັນເຫດການ ກ່າວວ່າ ກຸ່ມຄົນຮ້າຍຍິງປືນໃສ່ຜູ້ຄົນແບບບໍ່ເລືອກເປົ້າປະມານ 30 ນາທີ ບໍ່ວ່າຈະເປັນການກາດຍິງ ຫຼື ໃຊ້ມີດໄລ່ແທງເດັກນ້ອຍ ແລະ ແມ່ຍິງ, ເຊິ່ງລວມທັງແມ່ຍິງກຳລັງຖືພານຳອີກ.

ທ່ານ ວິນລ່ຽມ ບັນດູ ເຈົ້າແຂວງໆເຮລາ ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດຢູ່ໃນລະຫວ່າງການກວດສອບຊຸມຊົນໃນພື້ນທີ່ເກີດເຫດ ແລະ ອາດຈະພົບຜູ້ເສຍຊີວິດເພີ່ມອີກ ໂດຍ ທ່ານ ວິນລ່ຽມ ບັນດູ ໄດ້ຂໍກຳລັງເຈົ້າໜ້າທີ່ຕຳ ຫຼວດຈາກສູນກາງເພີ່ມອີກ 100 ກວ່າຄົນ ເພື່ອເຂົ້າຄວບຄຸມສະຖານະການ ເນື່ອງຈາກກຳລັງເຈົ້າໜ້າທີ່ໃນຂະນະນີ້ມີພຽງ 40 ຄົນ ຖືວ່າບໍ່ພຽງພໍ.

ເຫດຄາດຕະກຳໝູ່ດັ່ງກ່າວເກີດຂຶ້ນ ຍັງສ້າງຄວາມຕົກໃຈໃຫ້ກັບຊາວປາປົວກິເນ ແລະ ທ່ານ ເຈມ ມາຣາປີ ນາຍົກລັດຖະມົນຕີຄົນໃໝ່ທີ່ຫາກໍເຂົ້າຮັບຕຳແໜ່ງ ໂດຍທ່ານ ມາຣາປີ ກ່າວວ່າ ມັນເປັນເຫດການທີ່ເສົ້າສະຫຼົດໃຈທີ່ສຸດໃນຊີວິດ ພ້ອມທັງກ່າວປະນາມຜູ້ກໍ່ເຫດວ່າ ຈະນຳຄົນຮ້າຍທີ່ກໍ່ເຫດມາລົງໂທດຕາມກົດໝາຍໃຫ້ໄດ້.