ເຈນນີ ອາມບິວລາ ( ອາຍຸ 26 ປີ, ຄົນໂກໂລມບີ ) ເຄີຍເປັນຄົນທີ່່ມີຊີວິດຫຼູຫຼາ ເຮັດໃຫ້ຫຼາຍຄົນຕ້ອງງຶດງໍ້ ເມື່ອເວລາຮຽນມະຫາວິທະຍາໄລຢູ່ ໄມອາມີ ອາເມລິກາ; ໃນໜ້າສັງຄົມອອນໄລຂອງນາງ, ເວລາໃດກໍດຳລົງຊິວິດທີ່ຫຼູຫຼາ ຂີ່ລົດທີ່ລາຄາແພງໆ ແລະ ມີການທ່ອງທ່ຽວໄປມາ ໃນບັນດາສະຖານທີ່ຫ້າດາວ ໃນເຂດທະວີບເອີລົບ ຢູ່ຕະຫຼອດເວລາ.

ໃນບັນດາຮູບພາບທີ່ອັບຂຶ້ນໃນເຟດສ່ວນຕົວ, ເວລາໃດ ກໍໂຊບັນດາກະເປົາລາຄາແພງໆ ຍີ່ຫໍ້ Chanel ແລະ Louis Vuitton, ໃສ່ສາຍແອວ ຍີ່ຫໍ້ Hermes, ເສື້ອ Gucci, ຖືເກີບລາຄາແພງລະດັບ 1.000 USD ( ປະມານ 8 ລ້ານກວ່າກີບ ) ຍີ່ຫໍ້ Valentino; ດ້ວຍອາຍຸຍັງບໍ່ທັນຮອດ 30 ປີ ແຕ່ສາວ ເຈນນີ ກໍສາມາດຊື້ລົດລາຄາແພງ ຍີ່ຫໍ້ Porsche Cayenne ມາຂີ່ໄດ້ສະບາຍ; ພ້ອມນັ້ນ, ຍັງມີພາບໜຶ່ງທີ່ນາງອວດ ໃນເວລາຊື້ລົດ ຍີ່ຫໍ້ Lamborghini ໂດຍໄດ້ຂຽນຂໍ້ຄວາມວ່າ: “ ຫຼາຍຄົນໃຫ້ທັດສະນະວ່າ ເຂົາເຮັດບໍ່ໄດ້ ທ່ານກໍບໍ່ສາມາດເຮັດໄດ້. ດັ່ງນັ້ນ, ທ່ານຈົ່ງພິສູດວ່າ ເຂົາເຫຼົ່ານັ້ນເວົ້າຜິດ ”.

ນາງ ເຈນນີ ເວລາໃດກໍດຳລົງຊີວິດແບບຫຼູູຫຼາ, ຊົມໃຊ້ເຄື່ອງຂອງທີ່ມີລາຄາແພງໆຂອງຍີ່ຫໍ້ Gucci, Dolce & Gabanna ແລະ ທ່ອງທ່ຽວໄປບັນດາສະຖານທີ່ຊື່ດັງ, ໃຊ້ຈ່າຍແບບຫຼູູຫຼາ ເພື່ອທ່ອງທ່ຽວໄປບັນດາເມືອງທີ່ດັງໆ ເຊັ່ນ: Milan ແລະ Paris; ບໍ່ພຽງເທົ່ານັ້ນ, ໃນໜ້າອອນໄລ Instagram ສ່ວນຕົວຂອງນາງ ແມ່ນ ມີຄົນຕິດຕາມຫຼາຍກວ່າ 10.000 ຄົນ. ນາງ ເຈນນີ ຍັງໄດ້ອ້າງຕົວເອງວ່າ: ເປັນນັກລົງທຶນທີ່ສ່ຽງອັນຕະລາຍຄົນໜຶ່ງ ແລະ ເປັນຄົນທີ່ມີຜົນກະທົບທີ່ສຳຄັນ ໃນສັງຄົມອອນໄລ ນຳອີກ.

ເຖິງແນວນັ້ນກໍຕາມ, ຍ້ອນຄວາມໂອ້ອວດຂອງນາງ ຜ່ານບັນດາຮູບພາບ ໃນສັງຄົມອອນໄລ ຈຶ່ງເຮັດໃຫ້ ເຈົ້າໜ້າທີ່ ຈຳເປັນຕ້ອງເຂົ້າມາຫຍຸ້ງກ່ຽວ ເບິ່ງຄວາມຮັ່ງມີຂອງນາງ ວ່າມາຈາກໃສ; ບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງໂກໂລມບີ ໄດ້ຮ່ວມກັບ ເຈົ້າໜ້າທີ່ ສະຫະລັດອາເມລິກາ ກວດກາບັນດາການພົວພັນຂອງ ນາງ ເຈນນີ, ພິເສດແມ່ນ ການຊື້ລົດທີ່ມີລາຄາແພງ ຍີ່ຫໍ້ Lamborghini Huracan Spyder 2017 ໃນລາຄາ 300.000 USD; ມາຮອດທ້າຍເດືອນມີນາ ປີ 2019, ນາງ ເຈນນີ ພ້ອມກັບຄອບຄົວ ທ້າວ ໂອມາກ ຜູ້ເປັນພໍ່, ນາງ ອີວບາ ຈາຣາດ ຜູ້ເປັນແມ່ ແລະ ພະນັກງານພາສີຂັ້ນສູງຈຳນວນໜຶ່ງ ກໍຖືກຈັບກຸມ ໃນທີ່ສຸດ.

ເຈນນີ ອາມບິວລາ ( ອາຍຸ 26 ປີ, ຄົນໂກໂລມບີ ) ທີ່ຄັ້ງໜຶ່ງເຄີຍເປັນຄົນທີ່່ມີຊີວິດຫຼູຫຼາ ເຮັດໃຫ້ຫຼາຍຄົນຕ້ອງງຶດງໍ້
ເຈນນີ ອາມບິວລາ ( ອາຍຸ 26 ປີ, ຄົນໂກໂລມບີ ) ທີ່ຄັ້ງໜຶ່ງເຄີຍເປັນຄົນທີ່່ມີຊີວິດຫຼູຫຼາ ເຮັດໃຫ້ຫຼາຍຄົນຕ້ອງງຶດງໍ້

ເຈົ້າໜ້າທີ່ວິຊາສະເພາະ ໃຫ້ຮູ້ວ່າ:

ພໍ່ຂອງ ນາງ ເຈນນີ ເປັນພະນັກງານພາສີ ລະດັບຂັ້ນສູນກາງ ປະຈຳທີ່ດ່ານແບນເນເວນຕູຣາ ຂອງໂກໂລມບີ, ລາວຖືກຂໍ້ຫາຖານລັກລອບອະນຸຍາດສິນຄ້າເຂົ້າໂກໂລມບີ ແບບຜິດກົດໝາຍ ແລ້ວໂກຍເອົາເງິນເຂົ້າຖົງຂອງຕົນ ແລະ ເຄື່ອຂ່າຍ ນັບເປັນລ້ານໆໂດລາສະຫະລັດ.

( ຕິດຕາມຕອນຕໍ່ໄປ… )