ປີ 2018 ຜ່ານມາ, ຄະນະປ້ອງກັນພາຍໃນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ກະຊວງ ຮສສ ) ໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ ແລະ ຂອບເຂດສິດຂອງຕົນ ເພື່ອຕິດຕາມສະພາບການຮອບດ້ານ, ເຮັດໃຫ້ ສຳນັກງານ – ອົງການຂອງ ຂະແໜງການ ຮສສ ສາມາດຮັບປະກັນໄດ້ ຄວາມສະຫງົບ – ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໃນທຸກກໍລະນີ.

ໃນກອງປະຊຸມຫຼຸບ ວຽກງານປ້ອງກັນພາຍໃນ ກະຊວງ ຮສສ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019, ຄັ້ງວັນທີ 10 ກໍລະກົດ 2019, ໂດຍມີ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ, ມີບັນດາສະຫາຍ ຕາງໜ້າອົງການ ອ້ອມຂ້າງ ກະຊວງ ເຂົ້າຮ່ວມ; ທ່ານ ສາຍທອງ ອິນທິພົນ ຫົວໜ້າຄະນະປ້ອງກັນພາຍໃນ ກະຊວງ ຮສສ ກໍໃຫ້ຮູ້ວ່າ:

ທ່ານ ສາຍທອງ ອິນທິພົນ ຫົວໜ້າຄະນະປ້ອງກັນພາຍໃນ ກະຊວງ ຮສສ
ທ່ານ ສາຍທອງ ອິນທິພົນ ຫົວໜ້າຄະນະປ້ອງກັນພາຍໃນ ກະຊວງ ຮສສ

ໃນໄລຍະຜ່ານມາ, ຄະນະປ້ອງກັນພາຍໃນ ກະຊວງ ຮສສ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນຳ – ນຳພາເຄື່ອນໄຫວ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນຂອບເຂດຄວາມຮັບຜິດຊອບຕົນ ໂດຍໄດ້ສຸມໃສ່ຕິດຕາມ, ກວດກາ ການເຄື່ອນໄຫວຂອງເປົ້າໝາຍ ຢ່າງແທດເຖິງຕົວຈິງຊັດເຈນ ແລະ ມີຈຸດສຸມຕາມຫຼັກການວິຊາສະເພາະ ຢ່າງເຂັ້ມງວດ.

ໂດຍສະເພາະແມ່ນ ວຽກງານປ້ອງກັນສຳນັກງານ – ອົງການ ອ້ອມຂ້າງ ກະຊວງ ໃຫ້ມີຄວາມສະຫງົບ ເປັນຕົ້ນແມ່ນ ໄດ້ຕິດຕັ້ງ ລະບົບກ້ອງວົງຈອນ ໃນຈຸດທີ່ຈຳເປັນ ແລະ ສຳຄັນ ເພື່ອຕິດຕາມ, ເກັບກຳຂໍ້ມູນ ແລະ ຄຸ້ມຄອງ ການເຂົ້າ – ອອກຂອງພາຫະນະ ແລະ ບຸກຄົນ ທີ່ມາເຄື່ອນໄຫວວຽກພົວພັນກັບ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ; ທັງໝົດນັ້ນ ກໍເພື່ອເຮັດໃຫ້ ສຳນັກງານ, ອົງການ, ສະຖາບັນ ແລະ ບັນດາສູນ ທີ່ຂຶ້ນກັບ ຄວາມຮັບຜິດຊອບຂອງ ອົງຄະນະພັກ ກະຊວງ ຮສສ ມີຄວາມສະຫງົບ – ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ 100%.

ທ່ານ ສາຍທອງ ອິນທິພົນ ຫົວໜ້າຄະນະປ້ອງກັນພາຍໃນ ກະຊວງ ຮສສ
ທ່ານ ສາຍທອງ ອິນທິພົນ ຫົວໜ້າຄະນະປ້ອງກັນພາຍໃນ ກະຊວງ ຮສສ

ໃນຕໍ່ໜ້າ, ຄະນະພັກ ແລະ ຄະນະນຳ ແຕ່ລະຂັ້ນ ຈະສືບຕໍ່ກຳແໜ້ນທັດສະນະພື້ນຖານຂອງພັກ ກ່ຽວກັບ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ເປັນບັນຫາສຳຄັນ, ເປັນຄວາມຮັບຜິດຊອບຂອງຕົນ ແລະ ເຄື່ອນໄຫວປະຕິບັດໜ້າທີ່; ໂດຍຈະຖືເອົາ ວຽກງານຕິດຕາມ, ກວດກາ, ການເຄື່ອນໄຫວຂອງເປົ້າໝາຍປະເພດຕ່າງໆ ນັບທັງຄົນພາຍໃນ ແລະ ຊ່ຽວຊານຕ່າງປະເທດ ຢ່າງແທດເຖິງຕົວຈິງ, ມີຈຸດສຸມຕາມຫຼັກການວິຊາສະ ເພາະ ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ແກ່ວຽກງານປ້ອງກັນຄວາມສ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ສຳນັກງານ – ອົງການ ທີ່ຂຶ້ນກັບ ການຄຸ້ມຄອງຂອງ ກະຊວງ ຮສສ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%.