ກະຊວງ ປກສ ປາຖະກະຖາມູນເຊື້ອ ວັນເກີດ ປະທານ ສຸພານຸວົງ

0
1643

ວັນທີ 11 ກໍລະກົດຜ່ານມາ, ກະຊວງ ປກສ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ ( 13 ກໍລະກົດ 1909 – 13 ກໍລະກົດ 2019 ), ປາຖະກະຖາໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະພັກ – ຄະນະກົມກອງ ອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ພົຕ ກົງທອງ ພົງວິຈິດ ໃຫ້ຮູ້ເຖິງ ປະຫວັດຄວາມເປັນມາ ແລະ ຜົນງານຂອງ ປະທານ ສຸພານຸວົງ ໂດຍຫຍໍ້ວ່າ:

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ແຂວງຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດຂອງ ເຈົ້າມະຫາອຸປະຣາດ ບຸນຄົງ ແລະ ໝ່ອມ ຄໍາອ້ວນ, ມີເອື້ອຍ-ນ້ອງ 2 ຄົນ ຄື: ເຈົ້າຍິງ ທະວີວັນ ແລະ ເຈົ້າຍິງ ຈິນດາຣັດສະໝີ, ມີອ້າຍ-ນ້ອງຕ່າງມານດາ 2 ຄົນ ຄື: ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ.

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ
ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ

+ ເມື່ອ ປະທານ ສຸພານຸວົງ ອາຍຸໄດ້ 7 ປີ

ທ່ານໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາ ທີ່ຫຼວງພະບາງ, ເພິ່ນເປັນນັກຮຽນທີ່ຂະຫຍັນໝັ່ນພຽນ ແລະ ມີພອນສະຫວັນຫຼາຍດ້ານ, ຮຽນເກັ່ງ ແລະ ສອບເສັງໄດ້ຄະແນນດີເລີດ ມາຕະຫຼອດຈົນຈົບຊັ້ນປະຖົມສົມບູນ.

+ ມາກາງປີ 1920, ທ່ານໄດ້ໄປຮຽນຕໍ່ຊັ້ນມັດທະຍົມ ຢູ່ອານແບກຊາໂຣ ທີ່ຮ່າໂນ້ຍ ສສ ຫວຽດນາມ

ຢູ່ທີ່ນັ້ນ ທ່ານໄດ້ຕັ້ງໃຈຮຽນທັງວິຊາທໍາມະຊາດ ແລະ ສັງຄົມ, ຮຽນພາສາຕ່າງປະເທດ ຫຼາຍພາສາ, ຮຽນທາງດ້ານສິລະປະ – ວັນນະຄະດີ, ທັງຫຼິ້ນກິລາ ແລະ ດົນຕີ, ມີພອນສະຫວັນໃນດ້ານແຕ້ມຮູບ ແລະ ຂຽນບົດກະວີ, ທ່ານໄດ້ຮຽນຈົບ ຂະແໜງວິຊາວິທະຍາສາດ ແລະ ອັກສອນສາດ ດ້ວຍຄະແນນດີເລີດ ແລະ ຖືກ ຄັດເລືອກເປັນນັກຮຽນດີເດັ່ນຂອງ ໂຮງຮຽນໂປຼເຕັກໂຕຣາ ແຫ່ງແຄວ້ນ ອິນດູຈີນ.

+ ມາປີ 1931, ທ່ານໄດ້ໄປສຶກສາຕໍ່ ຢູ່ປະເທດຝຣັ່ງ ທີ່ມະຫາວິທະຍາໄລຂົວທາງແຫ່ງຊາດ

ທ່ານມີພອນສະຫວັນ ໃນການຮຽນຮູ້ພາສາຂອງຊາດຕ່າງໆ ເຊິ່ງເພິ່ນສາມາດເວົ້າໄດ້ເຖິງ 10 ພາສາ ທີ່ໃຊ້ຫຼາຍໃນສາກົນ ແລະ ປີ 1937, ປະທານ ສຸພານຸວົງ ໄດ້ຮັບ ໃບປະກາສະນີຍະບັດ ວິສາວະກອນຂົວທາງ ທີ່ຝຣັ່ງ ເປັນຄົນທໍາອິດຂອງປະເທດລາວ.

ປະທານ ສຸພານຸວົງ ເປັນຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ ອຸດົມການປະຕິວັດ ຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນ ແລະ ພິລະອາດຫານ; ເຊິ່ງຍາມໃດ, ກໍຍົກສູງສະຕິລະບຽບວິໄນຕໍ່ ການຈັດຕັ້ງ, ນັບຖື ໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍ ຢ່າງຈິງຈັງ, ດຳລົງຊີວິດ ຢ່າງຊື່ສັດສຸດຈະລິດ ແລະ ລຽບງ່າຍ, ມີນໍ້າໃຈຮັກຊາດອັນດູດດື່ມ, ມີນໍ້າໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະລະອັນສູງສົ່ງ ເພື່ອ ຊາດ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ; ທ່ານເປັນໜຶ່ງໃນບັນຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວ ບັນດາເຜົ່າ ເພາະວ່າ ທ່ານປະທານ ສຸພານຸວົງ ບໍ່ວ່າຈະຢູ່ໃນຕຳແໜ່ງໃດ, ຄວາມຮັບຜິດຊອບໃດ ເພິ່ນກໍໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນລາວ.

ມີບັນດາຄະນະພັກ - ຄະນະກົມກອງ ອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ
ມີບັນດາຄະນະພັກ – ຄະນະກົມກອງ ອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ

ຫຼັງຈາກນັ້ນ, ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ເຜີຍແຜ່ ດຳລັດ ເລກທີ 184/ລບ ລົງວັນທີ 26 ມິຖຸນາ 2019 ວ່າດ້ວຍ ຈັນຍາບັນຂອງ ພະນັກງານ – ລັດຖະກອນ ເຊິ່ງປະກອບມີ 3 ໝວດ ແລະ 14 ມາດຕາ.

ໃນນັ້ນ, ມາດຕາ 1 ໄດ້ ລະບຸວ່າ:

ດຳລັດສະບັບນີ້ ໄດ້ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອເປັນບ່ອນອີງໃຫ້ ການຈັດຕັ້ງພັກ – ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດແນໃສ່ຄຸ້ມຄອງ ແລະ ສຶກສາອົບຮົມໃຫ້ ພະນັກງານ – ລັດຖະກອນ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໜັກແໜ້ນ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານຂອງຕົນ, ມີສະຕິຕື່ນຕົວເຄົາລົບ, ປະຕິບັດກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ພ້ອມທັງ ມີປະສິດທິພາບ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.