ມື້ວານນີ້, ສະຫະພັນແມ່ຍິງ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ (ສວສຊ) ໄດ້ຈັດກອງປະຊຸມປາຖະກະຖາມູນເຊື້ອວັນສະຫະພັນແມ່ຍິງລາວ ຄົບຮອບ 64 ປີ (20 ກໍລະກົດ 1955-20 ກໍລະກົດ 2019), ໂດຍການເຂົ້າຮ່ວມ ແລະ ເຜີຍແຜ່ ໂດຍ ທ່ານ ປອ ນາງ ອໍາໄພວັນ ຄໍາແສງສີວິໄລ ຮອງປະທານ ສວສຊ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະພັກ-ຄະນະນໍາ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ພາກສ່ວນກ່ຽວຂ້ອງ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.

ກອງປະຊຸມ ສວສຊ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ

ທ່ານ ປອ ນາງ ອໍາໄພວັນຄໍາ ແສງສີວິໄລ ໄດ້ກ່າວເຖິງມູນເຊື້ອອັນສະຫງ່າລາສີຂອງແມ່ຍິງລາວ ທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ, ສຸມທຸກສະຕິປັນຍາຄຽງບ່າ-ຄຽງ ໄຫຼ່ກັບເພດຊາຍ ໃນການຕໍ່ສູ້ກູ້ຊາດ ຍາດໄດ້ເອກະລາດ ອະທິປະໄຕ ແລະ ປະກອບສ່ວນສ້າງໜ້າປະຫວັດສາດ ອັນສະຫວ່າງສະໄຫວຂອງຊາດລາວ ນັບແຕ່ຫົວທີທີ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ ຂຶ້ນ ແລະ ພັກໄດ້ວາງແນວທາງໃນການປົດປ່ອຍແມ່ຍິງ, ພັກຖືວ່າ ແມ່ຍິງກວມຈຳນວນເຄິ່ງໜຶ່ງຂອງພົນລະເມືອງໃນທົ່ວປະເທດ, ເປັນກຳລັງແຮງອັນໃຫຍ່ຫຼວງ ໃນທຸກຂົງເຂດວຽກງານ, ເປັນກຳລັງແຮງພິເສດທີ່ຜະລິດກຳລັງແຮງງານ, ແມ່ຍິງມີຖານະທີ່ຕັ້ງອັນສຳຄັນຍິ່ງໃນຄອບຄົວ, ມີຄຸນປະໂຫຍດຕັດສິນຕໍ່ພາລະກິດຂອງລູກ ແລະ ຜົວ. ເຊິ່ງຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດ ແມ່ຍິງລາວບັນດາເຜົ່າກໍຄືສະຫະພັນແມ່ຍິງລາວ ໄດ້ປະກອບສ່ວນໃນການຂົນຂວາຍຂະບວນການແມ່ຍິງທົ່ວປະເທດ ເຮັດໜ້າທີ່ໃນການລ້ຽງດູ, ເບິ່ງແຍງ, ຊຸກ ເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດທີ່ຢູ່ແນວໜ້າ ແລະ ເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ; ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ-ນັກຮົບຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະເທດຊາດ, ປຸກລະດົມ ຂະບວນການຂອງແມ່ຍິງ ປະຕິບັດວຽກງານແນວຫຼັງ, ເພີ່ມພູນຜະລິດ ຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານ ເພື່ອສົ່ງໄປແນວໜ້າ, ພ້ອມທັງເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຢ່າງອົງອາດກ້າຫານ, ເຂົ້າຮ່ວມເປັນກຳລັງແຮງສຳຄັນໃນທຸກຂົງເຂດວຽກງານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປະຕິບັດວຽກງານອື່ນ ດ້ວຍຄວາມຮັບຜິດຊອບສູງໃນການຕໍ່ສູ້ກັບສັດຕູຕີເອົາຊະນະຈັກກະພັດຜູ້ຮຸກຮານນັບເປັນ ເວລາຫຼາຍສິບປີ.

ກອງປະຊຸມ ສວສຊ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ

ທັງນີ້, ກໍເພື່ອເປັນການປຸກລະ ດົມສະມາຊິກແມ່ຍິງທຸກສະຫາຍໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງແມ່ຍິງລາວ ແລະ ພ້ອມກັນເສີມຂະຫຍາຍມູນເຊື້ອດັ່ງກ່າວ ເຂົ້າໃນທຸກວຽກງານເປັນເຈົ້າການ ໃນການເຂົ້າຮ່ວມພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ຮຸ່ງເຮືອງຂຶ້ນໄປເລື້ອຍໆ.