ສະຖານະການນ້ຳຖ້ວມໃນອາຊີໃຕ້ ເຮັດໃຫ້ຜູ້ຄົນຕ້ອງອົບພະຍົບໜີນໍ້າ ເປັນຈຳນວນຫຼາຍ
ສະຖານະການນ້ຳຖ້ວມໃນອາຊີໃຕ້ ເຮັດໃຫ້ຜູ້ຄົນຕ້ອງອົບພະຍົບໜີນໍ້າ ເປັນຈຳນວນຫຼາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກໍລະກົດ ນີ້ວ່າ:

ສະຖານະການນ້ຳຖ້ວມໃນອາຊີໃຕ້, ເຊິ່ງເກີດຂຶ້ນຕັ້ງແຕ່ຕົ້ນເດືອນກໍລະກົດນີ້ ໄດ້ສ້າງຄວາມເສຍຫາຍເປັນວົງກວ້າງໃຫ້ແກ່ຫຼາຍປະເທດ ໂດຍສະເພາະ ອິນເດຍ, ເນປານ ແລະ ບັງກລາເທດ ລວມທັງບາງພື້ນທີ່ຂອງປາກິດສະຖານ ນຳອີກ.

ໄພນໍ້າຖ້ວມຄັ້ງນີ້ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລວມກັນຫຼາຍກວ່າ 10 ລ້ານ
ໄພນໍ້າຖ້ວມຄັ້ງນີ້ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລວມກັນຫຼາຍກວ່າ 10 ລ້ານ

ເຊິ່ງໄພນໍ້າຖ້ວມຄັ້ງນີ້ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລວມກັນຫຼາຍກວ່າ 10 ລ້ານ ເນື່ອງຈາກວ່າ ຝົນຍັງຕົກລົງມາຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳພົມມະບຸດ ທີ່ໄຫຼຜ່ານອິນເດຍ ແລະ ບັງກລາເທດ ສ້າງສະຖິຕິສູງສຸດໃນຮອບ 44 ປີ ໄຫຼຖ້ວມເຮືອນປະຊາຊົນ ແລະ ພື້ນທີ່ການກະສິກໍາ. ປັດຈຸບັນ, ສະຖານະການນ້ຳຖ້ວມຍັງບໍ່ມີທ່າອ່ຽງວ່າຈະຫຼຸດລົງ, ສ່ວນລະດັບນ້ຳໃນແມ່ ນ້ຳຄົງຄາສູງຂຶ້ນລົ້ນຝັ່ງເຊັ່ນດຽວກັນ.

ປະຊາຊົນຕ່າງກໍໄດ້ຮັບຄວາມເດັດຮ້ອນ ພ້ອມທັງຂາດເຂີນອາຫານການກິນ ແລະ ທີ່ຢູ່ອາໄສ
ປະຊາຊົນຕ່າງກໍໄດ້ຮັບຄວາມເດັດຮ້ອນ ພ້ອມທັງຂາດເຂີນອາຫານການກິນ ແລະ ທີ່ຢູ່ອາໄສ

ເຈົ້າໜ້າທີ່ທາງການ ລັດພິຫານ, ລັດອັດສຳ ແລະ ລັດອຸດຕອນປະເທດ ທີ່ຢູ່ທາງພາກເໜືອຂອງອິນເດຍ ລາຍງານວ່າ:

ມີຈຳນວນຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 467 ຄົນ; ນອກຈາກນີ້, ທີ່ລັດອຸດຕອນປະເທດ ຍັງມີລາຍງານການ ເກີດຟ້າຜ່າ ຢ່າງຮ້າຍແຮງ ໃນພື້ນທີ່ຫຼາຍແຫຼ່ງ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 37 ຄົນ; ຂະນະທີ່ ລັດຖະບານ ເນປານ ລາຍງານຈຳນວນຜູ້ເສຍຊີວິດ ຢ່າງໜ້ອຍ 90 ຄົນ; ແຕ່ຍັງມີຜູ້ສູນຫາຍ ຕາມການລາຍງານຂອງທາງການ ອີກປະມານ 30 ຄົນ.

ເຫດການຄັ້ງນີ້ ອິນເດຍມີຜູ້ເສຍຊີວິດ 504 ສ່ວນເນປານ ມີປະມານ 90 ແລະ ຍັງຫາຍສາບສູນອີກ 30
ເຫດການຄັ້ງນີ້ ອິນເດຍມີຜູ້ເສຍຊີວິດ 504 ສ່ວນເນປານ ມີປະມານ 90 ແລະ ຍັງຫາຍສາບສູນອີກ 30

ດ້ານສະຖານະການ ໃນບັງກລາເທດ ແມ່ນມີຄວາມກັງວົນຫຼາຍ ໂດຍສະເພາະ ທີ່ຄ້າຍລີ້ໄພຊາວໂຣຮິງຢາ ໃນເມືອງຄ໊ອກບາຊາ ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ເນື່ອງຈາກວ່າ ມີຜູ້ລີ້ໄພອາໄສຢູ່ຮ່ວມກັນ ຢ່າງແອອັດ ຫຼາຍກວ່າ 700.000 ຄົນ; ເຖິງແມ່ນວ່າ ຍັງບໍ່ມີການເປີດເຜີຍຈຳນວນຜູ້ເສຍຊີວິດ ຢ່າງເປັນທາງການ ແຕ່ປະລິມານນ້ຳຝົນ ຍັງຖ້ວມສູງຫຼາຍຈຸດຂອງ ສູນອົບພະຍົບຊົ່ວຄາວ ແລະ ອາດສ່ຽງຕໍ່ການເກີດພະຍາດລະບາດ.