ປັດຈຸບັນ, ບັນຫາການເກີດອຸບັດຕິເຫດ ຢູ່ຕາມທ້ອງຖະໜົນ ສ່ວນຫຼາຍແມ່ນເກີດຈາກ ນັກຂັບຂີ່ ດື່ມສິ່ງມຶນເມົາ ແລະ ຂັບຂີ່ລົດໄວເກີນກໍານົດ; ແຕ່ມີອີກບັນຫາໜຶ່ງທີ່ມັກພົບເຫັນ ຢູ່ໃນປັດຈຸບັນ ກໍຄື ບັນຫາແຊງຂຶ້ນໜ້າບໍ່ຮັບປະກັນ ເຊິ່ງເປັນອີກບັນຫາໜຶ່ງ ທີ່ພາໃຫ້ເກີດອຸບັດຕິເຫດ, ເຮັດຜູ້ຄົນບາດເຈັບ ແລະ ເສຍຊີວິດເປັນຈໍານວນບໍ່ໜ້ອຍ ໃນແຕ່ລະປີ; ເຊິ່ງໃນ 6 ເດືອນ ຕົ້ນປີ 2019 ຜ່ານມາ, ມີນັກຂັບຂີ່ 300 ກວ່າຄົນ ແຊງຂຶ້ນໜ້າບໍ່ຮັບປະກັນ ແລ້ວພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ.

ການແຊງລົດຂຶ້ນໜ້າທີ່ຖືກຕ້ອງ ແມ່ນໃຫ້ແຊງຂຶ້ນກ້ໍາຊ້າຍມືສະເໜີ ຍົກເວັ້ນແຕ່ລົດຄັນທາງໜ້າໄດ້ເປີດໄຟສັນຍ້ານລ້ຽວຊ້າຍ ພ້ອມປະຕິບັດ ເຮົາຈຶ່ງແຊງຂຶ້ນເບື້ອງຂວາມືໄດ້; ກ່ອນຈະແຊງ ເຮົາຕ້ອງຄໍານວນເບິ່ງຊ່ອງທາງສັນຈອນຂ້າງໜ້າເສຍກ່ອນວ່າ ມີຄວາມກວ້າງພຽງພໍບໍ່ ຫຼື ມີລົດສ່ວນທາງມາບໍ່ ແລະ ມີລົດກໍາລັງຈະແຊງເຮົາ ຫຼື ບໍ່; ດັ່ງນັ້ນ, ທ່ານຕ້ອງລໍເວລາທີ່ເໝາະສົມ.

ບັນຫາແຊງຂຶ້ນໜ້າບໍ່ຮັບປະກັນ ເຊິ່ງເປັນອີກບັນຫາໜຶ່ງ ທີ່ພາໃຫ້ເກີດອຸບັດຕິເຫດ
ບັນຫາແຊງຂຶ້ນໜ້າບໍ່ຮັບປະກັນ ເຊິ່ງເປັນອີກບັນຫາໜຶ່ງ ທີ່ພາໃຫ້ເກີດອຸບັດຕິເຫດ

ສ່ວນການແຊງລົດ ໃນຍາມກາງເວັນ ຢູ່ນອກເຂດເທດສະບານ ຕ້ອງໃຊ້ສຽງແກ, ສ່ວນກາງຄືນ ຕ້ອງເປີດໄຟຕາຕໍ່າ – ສູງສະລັບກັນ ຫຼື ໄຟຂໍທາງເມື່ອລົດຄັນທາງໜ້າບໍ່ຫຼີກທາງໃຫ້ ແລະ ບໍ່ປ່ອຍທາງໃຫ້ ທ່ານບໍ່ຄວນແຊງ.

  • ເມື່ອຮູ້ວ່າ ລົດຄັນທາງໜ້າແລ່ນໄວຢູ່ແລ້ວ ແລະ ບໍ່ປ່ອຍທາງໃຫ້ເຮົາ ເມື່ອທ່ານແຊງຂຶ້ນແລ້ວ ຢ່າຫຼົບ ຫຼື ຫັກຫົວລົດເຂົ້າມາທາງຂວາມື ໃນທັນທີທັນໃດ ເພາະວ່າ ລົດຄັນທີ່ເຮົາຫາກໍແຊງຂຶ້ນມານັ້ນ ຈະແລ່ນຕໍາເອົາເຮົາ;
  • ທ່ານບໍ່ຄວນແຊງຂຶ້ນໜ້າຕາມທາງແຍກ, ທາງໂຄງ, ທາງທີ່ມີເສັ້ນຂີດໝາຍກາງທາງ ເປັນເສັ້ນເຕັມຍາວ ໂດຍບໍ່ຈົ່ງເປັນວັກ, ທາງທີ່ເປັນຄ້ອຍ, ທາງແຄບ, ໃນຂົວ, ເວລາຝົນຕົກທາງມື່ນ, ນ້ໍາໝອກລົງ ອາກາດມືດມົວ ເບິ່ງເຫັນບໍ່ໄກ;
  • ທີ່ສໍາຄັນ ກ່ອນຈະແຊງຂັນໜ້າ ຕ້ອງໝັ້ນໃຈສະເໝີວ່າ ມີຄວາມປອດໄພ 100% ຈຶ່ງຄວນຈະແຊງຂຶ້ນໜ້າ ເພື່ອຫຼີກລ່ຽງບັນຫາການເກີດອຸບັດຕິເຫດ ທີ່ຈະຕາມມາ.

ຕໍ່ກັບບັນຫາການແຊ່ງຂຶ້ນໜ້າບໍ່ຮັບປະກັນ ແລ້ວພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນນີ້ ສ່ວນຫຼາຍແມ່ນເກີດ ຈາກການຖືເບົາ ແລະ ບໍ່ຄໍານຶງເຖິງ ຜົນທີ່ຈະຕາມມາຂອງ ນັກຂັບຂີ່, ຈຸດທີ່ມັກເກີດອຸບັດຕິເຫດ ໃນການແຊງຂຶ້ນໜ້າ ສ່ວນຫຼາຍແມ່ນເກີດຢູ່ເຂດທີ່ກໍານົດຫ້າມແຊງ, ຢູ່ຕາມທາງໂຄ້ງ ແລະ ຢູ່ຕາມເສັ້ນທາງຊື່ ຫຼື ເສັ້ນທາງແຄບ.

ພາບປະກອບ: ມາລະຍາດໃນການຂັບຂີ່
ພາບປະກອບ: ມາລະຍາດໃນການຂັບຂີ່

+ ເຊິ່ງສະແດງອອກໃນ 6 ເດືອນຕົ້ນປີ 2019 ຜ່ານມາ ດັ່ງນີ້:

  • ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ ທັງໝົດ 3.554 ຄັ້ງ
  • ພາຫະນະເປ່ເພ ທັງໝົດ 6.279 ຄັນ
  • ຄົນໄດ້ຮັບບາດເຈັບ 5.601 ຄົນ
  • ເສຍຊີວິດທັງໝົດ 612 ຄົນ

ຕໍ່ກັບການລະເມີດຂອງ ນັກຂັບຂີ່ ດ້ວຍການແຊງຂຶ້ນໜ້າບໍ່ຮັບປະກັນ ມີທັງໝົດ 301 ຄົນ ແລະ ປ່ຽນທິດທາງການສັນຈອນ 328 ຄົນ; ນອກຈາກນີ້, ຍັງລະເມີດ ດ້ວຍການດື່ມສິ່ງມືນເມົາ ມີ 915 ຄົນ, ເຕັກນິກບໍ່ດີ 200 ຄັນ ແລະອື່ນໆ 822 ຄົນ.

ເຊິ່ງດໍາລັດ 188 ຂອງ ນາຍົກລັດຖະມົນຕີ ລະບຸໄວ້ ໃນມາດຕາ 18 ວ່າ:

  • ຜູ້ຂັບຂີ່ຜູ້ໃດ ຫາກໄດ້ຂັບຂີ່ແຊງຂຶ້ນໜ້າລົດຄັນອື່ນ, ຂັບຖອຍຫຼັງ, ຂັບລົດລ້ຽວຊ້າຍ – ຂວາ ຫຼື ລ້ຽວກັບ ໂດຍບໍ່ສົ່ງສັນຍານໃຫ້ຜູ້ຂັບຂີ່ລົດຄັນອື່ນຮູ້ລ່ວງໜ້າ ເຊັ່ນ: ສົ່ງໄຟສັນຍານ ຫຼື ເດ່ແຂນອອກ ແລະ ໂດຍບໍ່ຢູ່ໃນໄລຍະທີ່ຮັບປະກັນຄວາມປອດໄພ 30 ແມັດ ຈະຖືກປັບໃໝຕາມປະເພດລົດ ແຕ່ 20.000 – 80.000 ກີບ;
  • ແຕ່ຖ້າວ່າບຸກຄົນໃດ ຫາກລະເມີດກົດລະບຽບຈະລາຈອນ ແລ້ວພາໃຫ້ເກີດອຸບັດຕິເຫດ ແມ່ນຈະຖືກປັບໃໝ 30.000 ກີບ ຫຼື ຖືກດໍາເນີນຄະດີ ຕາມລະບຽບກົດໝາຍ;
  • ແຕ່ຖ້າວ່າບຸ ກຄົນໃດ ຫາກເຮັດໃຫ້ເກີດອຸບັດຕິເຫດແລ້ວຫຼົບໜີ ຈະຖືກປັບໃໝຕາມປະເພດລົດ ແຕ່ 100.000 – 500.000 ກີບ.
ອຸບັດຕິເຫດຕາມທ້ອງຖະໜົນ ມັກເກີດຂຶ້ນເປັນປະຈຳ ບໍ່ວ່າຈະມາຈາກ ຄວາມປະໝາດ ແຊງບໍ່ຮັບປະກັນ ກໍລ້ວນແຕ່ເປັນສິ່ງທີ່ຜູ້ຂັບຂີ່ທັງຫຼາຍ ຄວນຄຳນຶງເຖິງຢູ່ສະເໝີ
ອຸບັດຕິເຫດຕາມທ້ອງຖະໜົນ ມັກເກີດຂຶ້ນເປັນປະຈຳ ບໍ່ວ່າຈະມາຈາກ ຄວາມປະໝາດ ແຊງບໍ່ຮັບປະກັນ ກໍລ້ວນແຕ່ເປັນສິ່ງທີ່ຜູ້ຂັບຂີ່ທັງຫຼາຍ ຄວນຄຳນຶງເຖິງຢູ່ສະເໝີ

ແນວໃດກໍຕາມ, ບັນຫາການແຊງບໍ່ຮັບປະກັນ ແມ່ນບັນຫາໜຶ່ງທີ່ສົ່ງຜົນເຮັດໃຫ້ລົດຂອງທ່ານ ເກີດອຸບັດຕິເຫດ, ເຊິ່ງບັນຫານີ້ ແມ່ນສາມາດປ້ອງກັນບໍ່ໃຫ້ເກີດຂຶ້ນໄດ້ ຖ້າຫາກວ່າ ນັກຂັບຂີ່ທຸກທ່ານ ມີຄວາມລະມັດລະວັງໃນການໄປ – ມາ, ຂັບຂີ່ຢ່າງມີສະຕິ, ບໍ່ຄວນຟ້າວຝັ່ງ, ຄ່ອຍໄປ – ຄ່ອຍມາ, ແຊງຂຶ້ນໜ້າ ໃຫ້ຖືກວິທີ ແລະ ບໍ່ຝືນດື້ ລະເມີດກົດລະບຽບ ດ້ວຍການແຊງບໍ່ຮັບປະກັນ.

ນອກຈາກນີ້, ຖ້າວ່າ ນັກຂັບຂີ່ ຍັງລະເມີດ ດ້ວຍການແຊງບໍ່ຮັບປະກັນ ຜົນທີ່ຈະຕາມມາ ກໍຄື ອຸບັດຕິເຫດ ແລະ ຮ້າຍແຮງໄປກວ່ານັ້ນ ທ່ານອາດເສຍຊີວິດ ຫຼື ຜູ້ອື່ນເສຍຊີວິດ ຍ້ອນຄວາມປະໝາດ ແລະ ຂາດວິໄນ ໃນການຂັບຂີ່.