ກອງປະຊຸມໃຫຍ່ ຄັ້ງທີ III ຂອງສະຫະພັນກຳມະບານ ພະແນກສຶກສາທິການ ແລະ ກິລາ

0
3026

ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ສະຫະພັນກໍາມະບານ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຈັດຂຶ້ນ ໃນວັນທີ 19 ກໍລະກົດ 2019, ເຂົ້າຮ່ວມໂດຍ ທ່ານ ຊົມພູ ແກ້ວປັນຍາ ຄະນະພັກ ນວ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ແກ່ນຄໍາ ຫົດທິລາດ ປະທານສະຫະພັນກໍາມະບານ ນວ, ມີ ຄະນະສະຫະພັນກໍາມະບານ, ພາກສ່ວນກ່ຽວຂ້ອງ, ແຂກຮັບເຊີນ ແລະ ພ້ອມດ້ວຍ ສະມາຊິກສະຫະພັນ ພາຍໃນພະແນກ ເຂົ້າຮ່ວມ.

ທ່ານ ພູທອນ ແສງດາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໃຫ້ຮູ້ວ່າ:

ກອງປະຊຸມໃຫຍ່ຄັ້ງທີ III ຂອງ ສະຫະພັນກຳມະບານ ພະແນກສຶກສາທິການ ແລະ ກິລາ
ກອງປະຊຸມໃຫຍ່ຄັ້ງທີ III ຂອງ ສະຫະພັນກຳມະບານ ພະແນກສຶກສາທິການ ແລະ ກິລາ

+ ຕະຫຼອດໄລຍະ 5 ປີ ຜ່ານມາ:

ຄະນະສະຫະພັນກໍາມະບານ ພະແນກສຶກສາທິການ ແລະ ກິລາ ໄດ້ຖືເອົາວຽກງານການເມືອງ-ນໍາພາແນວຄິດ ເປັນກົກ ເພື່ອສຶກສາອົບຮົມ ສະມາຊິກກໍາມະບານ, ພະນັກງານ, ຄູ – ອາຈານ ໃຫ້ເຊື່ອມຊຶມຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ທິດທາງແຜນການຂອງ ສະຫະພັນກໍາມະບານພະແນກ ວາງອອກ.

ນອກຈາກນີ້, ສະມາຊິກກໍາມະບານ ແຕ່ລະໜ່ວຍ ກໍໄດ້ເຂົ້າຮ່ວມຮັງຟັງປາຖະກະຖາ ເລົ່າມູນເຊື້ອວັນສໍາຄັນຂອງພັກ – ຂອງຊາດ, ວັນປະຫວັດສາດສໍາຄັນຕ່າງໆ, ຜ່ານການຮໍ່າຮຽນ ແລະ ຮັບຟັງບັນດາເອກະສານການເມືອງ ແລະ ມູນເຊື້ອສໍາຄັນຕ່າງໆຂອງພັກ – ຂອງຊາດນັ້ນ ເຮັດໃຫ້ສະມາຊິກທຸກສະຫາຍ ມີຄວາມຮັບຮູ້ເຊື່ອມຊຶມ, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ອຸ່ນອຽນທຸ່ນທ່ຽງ ແລະ ມີຄວາມເຊື່ອໝັ້ນຕໍ່ ການນໍາພາຂອງພັກ, ມີຄວາມດຸໝັ້ນຂະຫຍັນອົດທົນ ຜ່ານຜ່າບັນດາຄວາມຫຍຸ້ງຍາກ ແລະ ເອົາໃຈໃສ່ໃນການປະຕິບັດ ພາລະໜ້າທີ່ວຽກງານ ທີ່ຖືກມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຢ່າງດີ.

ເຊິ່ງສະແດງອອກຄື: ບໍ່ມີ ສະຫາຍສະມາຊິກກໍາມະບານ ທີ່ຖືກປະຕິບັດວິໄນ ຫຼື ກະທໍາຜິດຕໍ່ ລະບຽບກົດໝາຍຂອງພັກ ແລະ ລັດ ວາງອອກ.

ການປ່ອນບັດຄັດເລືອກເອົາ ຄະນະສະຫະພັນກໍາມະບານ ພະແນກສຶກສາທິການ ແລະ ກິລາ ຊຸດໃໝ່
ກອງປະຊຸມໃຫຍ່ຄັ້ງທີ III ຂອງ ສະຫະພັນກຳມະບານ ພະແນກສຶກສາທິການ ແລະ ກິລາ

+ ທິດທາງແຜນການ ແຕ່ນີ້ຮອດປີ 2024:

ຄະນະສະຫະພັນກໍາມະບານ ພະແນກສຶກສາທິການ ແລະ ກິລາ ຍັງຈະສືບຕໍ່ເອົາໃຈໃສ່ ສຶກສາອົບຮົມ ສະມາຊິກກໍາມະບານ, ພະນັກງານ, ຄູ – ອາຈານ, ຮໍ່າຮຽນເຊື່ອມຊຶມ ແລະ ກໍາແໜ້ນ ແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ, ຂໍ້ກໍານົດກົດລະບຽບກົດໝາຍຂອງລັດ, ກົດລະບຽບກໍາມະບານ, ມູນເຊື້ອວັດທະນາທໍາ ອັນດີງາມຂອງຊາດ, ຍົກສູງນໍ້າໃຈຮັກຊາດ ຮັກລະບອບໃໝ່, ມີສະຕິລະວັງຕົວຕໍ່ ກົນອຸບາຍຂອງບຸກຄົນ, ຂອງກຸ່ມຄົນບໍ່ຫວັງດີ, ຮູ້ຈໍາແນກມິດ ແລະ ສັດຕູ ຢ່າງຈະແຈ້ງ.

ພ້ອມກັນນັ້ນ, ກໍຕ້ອງຍົກສູງສະຕິ ຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານ, ມີຄວາມເປັນແບບຢ່າງນໍາໜ້າ, ມີແບບແຜນນໍາພາວິທີເຮັດວຽກ, ຈັດຕັ້ງປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງ ອົງການຈັດຕັ້ງກໍາມະບານລາວ ວາງອອກ ຕິດພັນກັບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄປພ້ອມໆກັບ ວຽກງານວິຊາສະເພາະ, ຍົກສູງການມີສະຕິ ປະຕິບັດລະບຽບກົດໝາຍຂອງລັດ ຢ່າງເຂັ້ມງວດ, ມີນໍ້າໃຈເສຍສະຫຼະເພື່ອສ່ວນລວມ ຢ່າງສູງສົ່ງ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງຮັ່ງມີຜາສຸກ ດ້ວຍຕົນເອງ.

ການປ່ອນບັດຄັດເລືອກເອົາ ຄະນະສະຫະພັນກໍາມະບານ ພະແນກສຶກສາທິການ ແລະ ກິລາ ຊຸດໃໝ່
ການປ່ອນບັດຄັດເລືອກເອົາ ຄະນະສະຫະພັນກໍາມະບານ ພະແນກສຶກສາທິການ ແລະ ກິລາ ຊຸດໃໝ່

ທັ້ງນີ້, ໃນກອງປະຊຸມ ຍັງໄດ້ມີ ການປ່ອນບັດຄັດເລືອກເອົາ ຄະນະສະຫະພັນກໍາມະບານ ພະແນກສຶກສາທິການ ແລະ ກິລາ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກຈໍານວນ 7 ທ່ານ ແລະ ເລືອກເອົາ 5 ທ່ານ; ເຊິ່ງກອງປະຊຸມ ໄດ້ເປັນເອກະສັນເລືອກເອົາ ທ່ານ ສົມພອນ ສອນດາລາ ເປັນ ປະທານ, ທ່ານ ພູໃສ ແກ້ວວິໄລ ເປັນ ຮອງປະທານ ພ້ອມທັງເປັນ ປະທານກວດກາ, ທ່ານ ນາງ ອໍລະດີ ແກ້ວດວງເດດ, ທ່ານ ສົມກຽດ ສຸດທິມະນີວົງ ແລະ ທ່ານ ສົມນຶກ ພິມມະສາດ ເປັນ ຄະນະ.