ໜ່ວຍພັກ ກອງຮ້ອຍ 1 ຈະສືບຕໍ່ວຽກງານວິຊາສະເພາະ ໃຫ້ໜັກແໜ້ນ – ເຂັ້ມແຂງ ກວ່າເກົ່າ

0
2592

ພັທ ຈັນທະນີ ອິນຫອມປະດິດ ເລຂາໜ່ວຍພັກ ກອງຮ້ອຍ I ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກ ກອງຮ້ອຍ I ໃນວັນທີ 19 ກໍລະກົດ 2019, ເຂົ້າຮ່ວມເປັນປະທານໂດຍ ພັອ ບຸນແພງ ທິລະສັກ ຄະນະປະຈໍາພັກ, ຮອງຫົວໜ້າ ກອງບັນຊາການ ປ້ອງກັນທີ່ຕັ້ງ, ມີ ຄະນະພັກ-ຄະນະບັນຊາ, ສະມາຊິກພັກສົມບູນ – ສໍາຮອງເຂົ້າຮ່ວມ, ເຊິ່ງທ່ານໄດ້ກ່າວວ່າ:

ພັທ ຈັນທະນີ ອິນຫອມປະດິດ ເລຂາໜ່ວຍພັກກອງຮ້ອຍ I
ພັທ ຈັນທະນີ ອິນຫອມປະດິດ ເລຂາໜ່ວຍພັກກອງຮ້ອຍ I

ໃນຕໍ່ໜ້າ, ຄະນະໜ່ວຍພັກ ກອງຮ້ອຍ I ຈະສືບຕໍ່ເອົາໃຈໃສ່ຍົກສູງ ບົດບາດການນໍາພາ ວຽກງານວິຊາສະເພາະຂອງ ພະນັກງານ – ນັກຮົບ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ເຂັ້ມງວດ ເພື່ອຕອບສະໜອງໃຫ້ແກ່ ວຽກງານດັ່ງກ່າວ ມີຄວາມຮັບປະກັນສູງຂຶ້ນກວ່າເກົ່າ ແລະ ເພື່ອເປັນການຕອບສະໜອງ ໃຫ້ແກ່ວຽກງານໃນໄລຍະໃໝ່ ໂດຍການລົງເລິກຊີ້ນໍາ – ນໍາພາ ສະມາຊິກພັກ, ພະນັກງານ – ນັກຮົບ ໃຫ້ມີຄວາມກຽມພ້ອມສູ້ຮົບ ຕະຫຼອດ 24 ຊົ່ວໂມງ, ເອົາໃຈໃສ່ກວດກາ ແລະ ປ້ອງກັນບັນດາຈຸດປ້ອງກັນ ເປັນຕົ້ນແມ່ນ ປ້ອງກັນສະຖານທູດ, ກອງປະຊຸມລະດັບຕ່າງໆ, ງານລ້ຽງ ແລະ ງານບຸນສໍາຄັນຕ່າງໆ ຂອງພັກ – ຂອງຊາດ ແມ່ນໃຫ້ມີຄວາມສະຫງົບປອດໄພ.

ກອງປະຊຸມໜ່ວຍພັກ ກອງຮ້ອຍ 1 ຈະສືບຕໍ່ເຮັດວຽກງານວິສະເພາະໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງຂຶ້ນກວ່າເກົ່າ
ກອງປະຊຸມໜ່ວຍພັກ ກອງຮ້ອຍ 1 ຈະສືບຕໍ່ເຮັດວຽກງານວິສະເພາະໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງຂຶ້ນກວ່າເກົ່າ

ທ່ານເລຂາໜ່ວຍພັກ ກອງຮ້ອຍ I ຍັງໄດ້ໃຫ້ຮູ້ຕື່ມອີກ ວ່າ:

ໄລຍະ 5 ປີຜ່ານມາ, ຄະນະໜ່ວຍພັກ ຍັງໄດ້ເອົາໃຈໃສ່ຊີ້ນໍາ – ນໍາພາ ສະມາຊິກພັກ, ພະນັກງານ – ນັກຮົບປະຕິບັດ ວຽກງານວິຊາສະເພາະ; ເປັນຕົ້ນແມ່ນ ໄດ້ປັບປຸງກໍາລັງຂອງ ກົມກອງ ໃນແຕ່ລະໄລຍະ ໃຫ້ມີລະບຽບວິໄນເຂັ້ມງວດ ໂດຍສະເພາະແມ່ນ ການບັນຈຸຊັບຊ້ອນ ພະນັກງານ – ນັກຮົບ ແລະ ການປະຈໍາການ ກຽມພ້ອມສູ້ຮົບ ຕະຫຼອດ 24 ຊົ່ວໂມງ.

ພ້ອມກັນນັ້ນ, ກໍຍັງສາມາດຮັບປະກັນຄວາມສະຫງົບປອດໄພ ໃຫ້ແກ່ ອົງການ ແລະ ສະຖານທູດ; ພ້ອມທັງ ໄດ້ປ້ອງກັນງານບຸນປະເພນີ, ວັນສໍາຄັນຕ່າງໆ ຂອງພັກ – ຂອງຊາດ ໄດ້ 50 ຄັ້ງ, ປະຈໍາການລວມສູນປ້ອງກັນກອງປະຊຸມຕ່າງໆໄດ້ 8 ຄັ້ງ, ປ້ອງກັນງານລ້ຽງສະຖານທູດ 12 ຄັ້ງ, ບັນທຶກລົດເຂົ້າ – ອອກສະຖານທູດ 320 ຖ້ຽວ, ອອກກວດກາລາດຕະເວນອ້ອມຂ້າງ 15 ຄັ້ງ ແລະ ລົງກວດກາອາວຸດ 60 ຄັ້ງ.

ກອງປະຊຸມໜ່ວຍພັກ ກອງຮ້ອຍ 1 ຈະສືບຕໍ່ເຮັດວຽກງານວິສະເພາະໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງຂຶ້ນກວ່າເກົ່າ
ກອງປະຊຸມໜ່ວຍພັກ ກອງຮ້ອຍ 1ຈະສືບຕໍ່ເຮັດວຽກງານວິສະເພາະໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງຂຶ້ນກວ່າເກົ່າ

ໃນກອງປະຊຸມ, ຍັງໄດ້ປ່ອນບັດເລືອກເອົາ ຄະນະໜ່ວຍພັກ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 5 ສະຫາຍ ເລືອກ 3 ສະຫາຍ ແລະ ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ພັທ ຈັນທະນີ ອິນຫອມປະດິດ ເປັນ ເລຂາໜ່ວຍພັກ, ສະຫາຍ ພັທ ອຸດອນສັກ ບົງຈັນດີ ເປັນ ຮອງເລຂາ ແລະ ສະຫາຍ ພັທ ວຽງມອນ ເປັນ ຄະນະ.