ເຫດລົດຕູ້ພິກຄວໍ່າ

ເວັບໄຊຂ່າວ ເດິ ໂຄຣຽນທາມ ຂອງ ສ ເກົາຫຼີ ລາຍງານ ໃນວັນທີ 22 ກໍລະກົດ ທີ່ຜ່ານມາ ວ່າ:

ເກີດອຸບັດຕິເຫດ ລົດຕູ້ໂດຍສານຄັນໜຶ່ງ ພ້ອມຄົນຂັບ ແລະ ຜູ້ໂດຍສານ ລວມທັງໝົດ 16 ຄົນ, ເປັນຊາວ ສ ເກົາຫຼີ 9 ຄົນ ແລະ ແຮງງານຕ່າງດ້າວອີກ 7 ຄົນ, ສ່ວນຫຼາຍເປັນຍິງສູງອາຍຸ ເສຍຫຼັກພິກຄວໍ່າ ອອກນອກທາງ ແລະ ໄຫຼລົງຈາກເນີນພູ ໃນພື້ນທີ່ເມືອງຊຳໂຊກ ແຂວງກັງວອນ ໃນຕອນເຊົ້າຂອງວັນທີ 22 ກໍລະກົດ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ.

ອຸບັດຕິເຫດດັ່ງກ່າວ ເຮັດໃຫ້ຜູ້ໂດຍສານໃນລົດຕູ້ທັງໝົດ ໄດ້ຮັບບາດເຈັບ; ທາງເຈົ້າໜ້າທີ່ ຕ້ອງເລັ່ງນຳຕົວສົ່ງໂຮງໝໍ ຈາກນັ້ນໃນເວລາຕໍ່ມາ ຄົນຂັບລົດ ແລະ ຜູ້ໂດຍສານ 3 ຄົນ ໄດ້ເສຍຊີວິດຢູ່ທີ່ໂຮງໝໍ ເຊິ່ງເປັນແຮງງານໄທເພດຍິງ 2 ຄົນ; ສ່ວນຜູ້ໂດຍສານທີ່ໄດ້ຮັບບາດເຈັບມີ 9 ຄົນ ແລະ ໃນນີ້ອາການສາຫັດມີ 3 ຄົນ.

ລົດຕູ້ໂດຍສານ ຂົນສົ່ງແຮງງານຕ່າງດ້າວ ພິກຄວໍ່າລະຫວ່າງ ເດີນທາງໄປສົ່ງແຮງງານ
ລົດຕູ້ໂດຍສານ ຂົນສົ່ງແຮງງານຕ່າງດ້າວ ພິກຄວໍ່າລະຫວ່າງ ເດີນທາງໄປສົ່ງແຮງງານ

ນອກຈາກນີ້, ຕຳຫຼວດ ຍັງພົບຂໍ້ມູນວ່າ:

ມີແຮງງານຕ່າງດ້າວ 3 ຄົນ ຫາຍຕົວໄປຈາກສະຖານທີ່ເກີດເຮັດ ເຊິ່ງເຊື່ອວ່າ ເປັນແຮງງານໄທທີ່ຫຼົບໜີ ເພື່ອຢ້ານຖືກ ເຈົ້າໜ້າທີ່ຈຸບກຸມ ເລື່ອງລັກລອບເຂົ້າມາເຮັດວຽກ ຢ່າງຜິດກົດໝາຍ.

ສື່ທາງການຂອງ ສ ເກົາຫຼີ ລາຍງານຕື່ມ ວ່າ:

ແຮງງານໄທ 2 ຄົນ ທີ່ເສຍຊີວິດ ອາດເປັນນາຍໜ້າຫາແຮງງານຕ່າງດ້າວ ເຂົ້າໄປເຮັດວຽກຢູ່ຟາມການກະສິກຳ ໃນພື້ນທີ່ເຂດຊົນນະບົດຂອງ ສ ເກົາຫຼີ ໂດຍໃຫ້ຄ່າຈ້າງ 60.000 ເຖິງ 100.000 ວອນຕໍ່ມື້.

ເສຍຫຼັກຫຼຸດອອກນອກທາງ
ເສຍຫຼັກຫຼຸດອອກນອກທາງ

ເຈົ້າໜ້າທີ່ຕຳຫຼວດ ບອກວ່າ:

ລົດຕູ້ໂດຍສານຄັນນີ້ ຢູ່ລະຫວ່າງເດີນທາງໄປສົ່ງ ແຮງງານ ເຮັດວຽກຫວ່ານເມັດຫົວຫອມ ຢູ່ທີ່ຟາມກະສິກຳ ທີ່ບໍ່ໄກຈາກຈຸດເກີດເຫດປານໃດ.

ສ່ວນສາເຫດຫຼັກ ທີ່ພາໃຫ້ມີຜູ້ເສຍຊີວິດ ໃນເຫດການຄັ້ງນີ້ ເປັນເພາະຜູ້ໂດຍສານສ່ວນຫຼາຍ ບໍ່ໄດ້ໃສ່ເຂັມຂັດນິລະໄພ ແລະ ລົດຕູ້ ບັນທຸກຜູ້ໂດຍສານເກີດກວ່າທີ່ກົດໝາຍກຳນົດ.