ສະຖິຕິໂລກຮ້ອນ

ສຳນັກຂ່າວຊິນຫົວຂອງ ທາງການປະເທດຈີນ ລາຍງານ ໃນວັນທີ 23 ກໍລະກົດນີ້ ວ່າ:

ຂໍ້ມູນຈາກ ອົງການບໍລິຫານ ມະຫາສະໝຸດສາດ ແລະ ບັນຍາກາດແຫ່ງຊາດ ສະຫະລັດອາເມລິກາ ຫຼື NOAA ໄດ້ເປີດເຜີຍຂໍ້ມູນທີ່ຊັດເຈນວ່າ ໃນເດືອນມິຖຸນາ 2019 ທີ່ຜ່ານມາ ຫຼາຍພື້ນທີ່ທົ່ວໂລກ ຕ່າງກໍປະເຊີນໜ້າກັບ ສະພາບອາກາດທີ່ຮ້ອນທີ່ສຸດ ເປັນປະຫວັດສາດ.

ອຸນຫະພູມສະເລ່ຍທົ່ວໂລກ ໃນເດືອນມິຖຸນາ ທີ່ຜ່ານມາ ເພີ່ມຂຶ້ນ 0,95 ອົງສາເຊ ເມື່ອທຽບກັບ ຄ່າສະເລ່ຍຂອງສະຕະວັດທີ 20 ເຊິ່ງຢູ່ທີ່ 15,5 ອົງສາເຊ; ຕົວເລກດັ່ງກ່າວ ສົ່ງຜົນໃຫ້ເດືອນມິຖຸນາຂອງປີນີ້ ກາຍເປັນປີທີ່ຮ້ອນທີ່ສຸດ ໃນຮອບ 140 ປີ ຕາມສະຖິຕິທີ່ມີການຈົດບັນທຶກເອົາໄວ້ຂອງ NOAA.

ທັ້ງນີ້, ຈາກສະຖິຕິ ບົ່ງຊີ້ໄດ້ວ່າ:

ໃນໄລຍະເຄິ່ງປີທຳອິດຂອງຫຼາຍພາກພື້ນ ເຊັ່ນ ອາຟຣິກກາໃຕ້, ອາຊີຕາເວັນອອກ ແລະ ການາດາຝັ່ງຕາເວັນຕົກ ລ້ວນແຕ່ມີ ສະພາບອາກາດທີ່ປ່ຽນແປງໄປຈາກເດີມຫຼາຍ ພ້ອມທັງຍັງເປັນສັນຍານເຕືອນເຖິງ ພື້ນທີ່ນໍ້າແຂງປົກຄຸມ ໃນພາກພື້ນແອນຕາກຕິກ ຫຼື ຂົ້ວໂລກໃຕ້ ເພາະວ່າ ນໍ້າແຂງໄດ້ຫຼຸດຕໍ່າລົງທີ່ສຸດ ເຊັ່ນກັນ.

ເຊິ່ງທັງໝົດນີ້ ເປັນຜົນສືບເນື່ອງມາຈາກ ອຸນຫະພູມທີ່ຮ້ອນ ແບບບໍ່ເຄີຍເປັນມາກ່ອນ ໃນເດືອນມິຖຸນາ ທີ່ຜ່ານມາ ແລະ ຍັງເປັນເດືອນທີ 2 ທີ່ອຸນຫະພູມສູງຕິດຕໍ່ກັນ.

ອາກາດຮ້ອນ

ນອກຈາກນີ້, ທະວີບເອີຣົບ ແລະ ທະວີບອາເມລິກາ ກຳລັງປະເຊີນໜ້າກັບ ຄື້ນຄວາມຮ້ອນ ທີ່ສົ່ງຜົນກະທົບ ຕັ້ງແຕ່ກ່ອນຈະເຂົ້າສູ່ລະດູຮ້ອນ ຢ່າງເຕັມຕົວ ແລະ ຍັງຖືກເຝົ້າຕິດຕາມ ຢ່າງໃກ້ຊິດ ເນື່ອງຈາກມີການພະຍາກອນຈາກຂໍ້ມູນ ວ່າ:

ສະພາບອາກາດທີ່ຮ້ອນຮຸນແຮງ ໃນພື້ນທີ່ທັງ 2 ທະວີບນັ້ນ ຍັງຈະແຜ່ກະຈາຍຕໍ່ໄປອີກຢ່າງໜ້ອຍ ຈົນເຖິງເດືອນສິງຫາ ປີນີ້.