ປະກາດເລື່ອນຊັ້ນ ນາຍທະຫານຂັ້ນສູງ ຈາກຊັ້ນພົນຕີ ຂຶ້ນ ພົນໂທ

0
3375
ທ່ານ ປອ ພັນຄຳ ວິພາວັນ ຮອງປະທານປະເທດ

ໃນວັນທີ 25 ກໍລະກົດ 2019 ທີ່ຜ່ານມາ, ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນ ພົນຕີ ຂຶ້ນພົນໂທ ໃຫ້ ທ່ານ ທອງລອຍ ສີລິວົງ, ພາຍໃຕ້ການເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ທ່ານ ປອ ພັນຄຳ ວິພາວັນ ຮອງປະທານປະເທດ, ມີ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ບັນດາການນຳ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ພິທີປະກາດເລື່ອນຊັ້ນ ພົນຕີ ຂຶ້ນພົນໂທ ໃຫ້ ທ່ານ ທອງລອຍ ສີລິວົງ

ໃນພິທີ, ທ່ານ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດຂອງ ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລກທີ 249/ປປທ, ລົງວັນທີ 19 ກໍລະກົດ 2019 ວ່າດ້ວຍ ການເລື່ອນຊັ້ນນາຍທະຫານຂັ້ນສູງ ຊັ້ນພົນຕີ ຂຶ້ນ ຊັ້ນພົນໂທ; ໃນນີ້, ໄດ້ຕົກລົງເລື່ອນຊັ້ນ ພົນຕີ ທອງລອຍ ສີລິວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ ຂຶ້ນເປັນ ຊັ້ນພົນໂທ.

ທ່ານ ປອ ພັນຄຳ ວິພາວັນ ໄດ້ມີຄໍາເຫັນວ່າ:

ການເລື່ອນຊັ້ນ ພົນໂທ ໃນຄັ້ງນີ້ ເປັນຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ກໍາລັງປະກອບອາວຸດຂອງ ກອງທັບປະຊາຊົນລາວ ແລະ ສະແດງເຖິງຄວາມເຊື່ອໝັ້ນຂອງພັກຕໍ່ບຸກຄົນ, ທັງເປັນການມອບໝາຍໜ້າທີ່ໃໝ່ ມີກຽດສະຫງ່າງາມໃຫ້ແກ່ກອງທັບ ກໍຄື ບຸກຄົນ.

ກະຊວງປ້ອງກັນປະເທດ

ດັ່ງນັ້ນ, ສະຫາຍ ຈົ່ງເຮັດໜ້າທີ່ໜັກໜ່ວງກວ່າເກົ່າ ໃຫ້ສົມກັບ ພັກ – ລັດ ໄວ້ເນື້້ອເຊື່ອໃຈ ແລະ ເອົາໃຈໃສ່ກໍ່ສ້າງກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນໄປເລື້ອຍໆ.

ການປະດັບຊັ້ນຄັ້ງນີ້ ມີ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ບັນດາການນຳ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ