ຂ່າວຕ່າງປະເທດ ລາຍງານ ໃນວັນທີ 26 ກໍລະກົດນີ້ ວ່າ:

ເກີດເຫດເຮືອຂົນຜູ້ອົບພະຍົບ ຫຼົ້ມນອກຝັ່ງເມືອງຄອມສ໌ ປະເທດລິບີ ເຊິ່ງຢູ່ຫ່າງຈາກນະຄອນຫຼວງຕຣິໂປລີ ເມືອງຫຼວງຂອງລິບີ ໄປປະມານ 100 ກິໂລແມັດ ໂດຍຫຼົ້ມຫ່າງຈາກຝັ່ງປະມານ 5 ມາຍທະເລD

ຂະນະທີ່ ຜູ້ລອດຊີວິດ ເລົ່າວ່າ:

ໄດ້ມັດເຮືອ 3 ລຳເຂົ້າດ້ວຍກັນ ແລະ ຂະນະເຮືອຫຼົ້ມນັ້ນ ມີຜູ້ອົບພະຍົບເກືອບ 400 ຄົນ.

ເຈົ້າໜ້າທີ່ຍາມຝັ່ງ ລິບີ ເປີດເຜີຍວ່າ: ຊ່ວຍຜູ້ລອດຊີວິດໄດ້ແລ້ວ 145 ຄົນ ໂດຍສ່ວນຫຼາຍເປັນຊາວເອທິໂອເປຍ ແລະ  ມີບາງສ່ວນເປັນຊາວປາເລສຕາຍ ແລະ ຊັອກດານີ.

ຂະນະທີ່ ອົງກອນແພດໄຮ້ພົມແດນ ລະບຸວ່າ:

ຍັງມີຜູ້ສູນຫາຍອີກເກືອບ 250 ຄົນ; ສ່ວນທາງດ້ານ ທ່ານ ຟິລິບໂປ ກຣັນດີ ຂ້າຫຼວງໃຫຍ່ເພື່ອຜູ້ລີ້ໄພແຫ່ງ ສະຫະປະຊາຊາດ ໂພສຂໍ້ຄວາມຜ່ານທາງ ທະວິດເຕີ ວ່າ: ເຫດເຮືອຫຼົ້ມຄັ້ງນີ້ ນັບວ່າເປັນເຫດການທີ່ຮ້າຍແຮງທີ່ສຸດ ໃນເມດີເຕີເຣນຽນ ໃນປີນີ້.

ປັດຈຸບັນ, ລິບີ ມັກຖືກໃຊ້ເປັນທາງຜ່ານ ໃນການລຳລຽງຜູ້ອົບພະຍົບຈາກ ອາຟຣິກກາ ໄປຍັງ ເອີຣົບ ໂດຍເສັ້ນທາງອົບພະຍົບທາງທະເລຈາກ ລິບີ ສູ່ ເອີຣົບ ຖືວ່າເປັນ ໜຶ່ງໃນເສັ້ນທາງອົບພະຍົບ ທີ່ອັນຕະລາຍທີ່ສຸດເສັ້ນທາງໜຶ່ງຂອງໂລກ.