ໃນວັນທີ 25 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ເອັກສ໌ເພຣສ ລາຍງານວ່າ: ອົງການບໍລິຫານການລິນ ແລະ ອາວະກາດແຫ່ງຊາດ ສະຫະລັດອາເມລິກາ (NASA) ເປີດເຜີຍວ່າ ໂລກກຳລັງມີອັດຕາການປິ່ນທີ່ຊ້າລົງ ເຊິ່ງອາດສົ່ງຜົນໃຫ້ແຜ່ນດິນໄຫວ ເກີດຂຶ້ນປະຈຳ ໂດຍບໍ່ຮູ້ສາເຫດແນ່ນອນ.

ທ່ານ ແມັດທິວ ຟັງກີ ໜຶ່ງໃນສະມາຊິກໂຄງການທູດແຫ່ງ ລະບົບສຸລິຍະ ເຊິ່ງເປັນໂຄງການເຜີຍແຜ່ຄວາມຮູ້ໃໝ່ ແລະ ການຄົ້ນພົບຕ່າງໆ ພາຍໃຕ້ການບໍລິຫານຂອງ ພະແນກຫ້ອງປະຕິບັດການ ລະບົບຂັບເຄື່ອນໄອພົ່ນຂອງ ນາຊາ ເປີດເຜີຍວ່າ: ໂລກກຳລັງມີອັດຕາການປິ່ນ ທີ່ຊ້າລົງເລື້ອຍໆ.

ທ່ານ ຟັງກີ ອະທິບາຍວ່າ:

ຕາມປົກກະຕິແລ້ວ ດວງເດືອນນັ້ນ ເຮັດໜ້າທີ່ເພື່ອຮັກສາອັດຕາການປິ່ນຂອງໂລກໄວ້ ເພາະໂລກປິ່ນຊ້າລົງຈາກການສູນເສຍພະລັງງານ.

ແຕ່ດ້ວຍ ຄວາມສຳພັນໂມເມນຕຳກ່ຽວກັບມຸມຂອງວັກຖຸ ອ້ອມຮອບຈຸດກຳເນີດ ( Angular Momentum ) ລະຫວ່າງ ໂລກ ກັບ ດວງເດືອນ ເຮັດໃຫ້ດວງເດືອນນັ້ນ ຈະລອຍຫ່າງອອກໄປຈາກໂລກເລັກນ້ອຍ ແລ້ວເຮັດໃຫ້ອັດຕາການປິ່ນຂອງໂລກ ເພີ່ມກັບຄືນມາໄດ້ ແຕ່ບັນຫາກໍຄື ດວງເດືອນ ກຳລັງລອຍຫ່າງອອກໄປເລື້ອງໆ ແລະ ບໍ່ກັບເຂົ້າມາ.

ນັກວິທະຍາສາດ ເຊື່ອວ່າ:

ການທີ່ໂລກມີອັດຕາການປິ່ນຊ້າລົງເລື້ອຍໆ ຈະສົ່ງຜົນໃຫ້ເກີດແຜ່ນດິນໄຫວເປັນປະຈຳຫຼາຍຂຶ້ນ ແຕ່ຍັງບໍ່ຮູ້ສາເຫດແນ່ນອນ ແລະ ຄາດວ່າ ເປັນຜົນມາຈາກ ພາວະການປ່ຽນແປງໃນແກນໂລກ ເຊິ່ງສ້າງຜົນກະທົບຕໍ່ເປືອກໂລກ ໃຫ້ເຄື່ອນທີ່.

ສາດສະດາຈານ ໂຣເຈີ ບິແຮມ ນັກວິໄຈຈາກ ມະຫາວິທະຍາໄລ ລັດໂຄໂລຣາໂດ ເມືອງບັບເດີ ແລະ ສາດສະດາຈານ ຣີເບັກກາ ເບັນດິກ ຈາກມະຫາວິທະຍາໄລ ມອນແທນາ ເມືອງມິສຊູລາ ເຊິ່ງສຶກສາຂໍ້ມູນການເກີດເເຜ່ນດິນໄຫວ ແມັກນິຈູດ 7,0 ຂຶ້ນໄປ ຕັ້ງແຕ່ປີ ຄ.ສ 1900 ເຊິ່ງເປັນການເລີ່ມຕົ້ນຂອງ ສະຕະວັດທີ 20 ໂດຍນັກວິໄຈທັງຄູ່ ພົບວ່າ:

ການເກີດແຜ່ນດິນໄຫວ ຄວາມຮຸນແຮງຫຼາຍກວ່າ ແມັກນິຈູດ 7,0 ຂຶ້ນໄປນັ້ນ ເກີດຂຶ້ນເປັນປະຈຳ ໃນປີທີ່ໂລກມີອັດຕາການໝຸນຫຼຸດລົງ ( 25 – 30 ຄັ້ງ ) ເມື່ອທຽບກັບປີທີ່ມີອັດຕາການປິ່ນປົກກະຕິ ເຊິ່ງມີຄ່າສະເລ່ຍການເກີດແຜ່ນດິນໄຫວ ແມັກນິຈູດດັ່ງກ່າວ ຢູ່ທີ່ປະມານ 15 ຄັ້ງຕໍ່ປີ.

ສາດສະດາຈານ ບິແຮມ ກ່າວວ່າ:

“ ການເຊື່ອມໂຍມກັນ ລະຫວ່າງ ອັດຕາການປິ່ນຂອງໂລກ ແລະ ການເກິດເເຜ່ນດິນໄຫວນັ້ນ ຊັດເຈນຫຼາຍ ແລະ ບົ່ງຊີ້ວ່າ ການເກີດແຜ່ນດິນໄຫວ ຈະຖີ່ຂຶ້ນເລື້ອຍໆ ໃນອະນາຄົດ ”.

ແນວໃດກໍຕາມ, ທ່ານ ພໍ ວາລອສກີ ນັກຟີຊິກ ລະບຸວ່າ: ອັດຕາການປິ່ນສະເລ່ຍຂອງໂລກ ຫາກຊ້າລົງ ຈະເຮັດໃຫ້ວັນເດືອນມີເວລາດົນນານຂຶ້ນ ເຊິ່ງຄາດວ່າ ຈະເກີດຂຶ້ນແນ່ນອນໃນອະນາຄົດ ອີກຫຼາຍພັນລ້ານປີຂ້າງໜ້າ.

“ ເມື່ອເຖິງວັນນັ້ນ ໜຶ່ງມື້ຈະຍາວເທົ່າກັບປະມານ 1 ເດືອນ ຫຼື ຖ້າຈະເອົາເປັນຕົວເລກ ກໍຍາວເທົ່າກັບ 47 ວັນ ” ທ່ານ ວາລອສກີ ກ່າວ.