ໃນວັນທີ 25 ກໍລະກົດ 2019, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຫງວຽນ ທິເລ ປະທານສະພາປະຊາຊົນ ນະຄອນໂຮ່ຈິມິນ ສສ ຫວຽດນາມ ເນື່ອງໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມທັງເປັນການສະເໜີຕົວທີ່ທ່ານໄດ້ຮັບຕຳແໜ່ງໃໝ່ເປັນປະທານສະພາປະຊາຊົນ ນະຄອນໂຮ່ຈິມິນ.

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ
ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນສະພາປະຊົນ ນະຄອນໂຮ່ຈິມິນ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະພາປະຊາຊົນ ນະຄອນ ຫຼວງວຽງຈັນ, ເຊິ່ງມັນສະແດງເຖິງ ການພົວພັນຮ່ວມມືລະຫວ່າງ ສອງພັກ-ສອງລັດ ແລະ ປະຊາ ຊົນ ສອງຊາດລາວ-ຫວຽດນາມ; ເຊິ່ງຕະຫຼອດໄລຍະຜ່ານມາ, ທັງສອງປະເທດໄດ້ສືບຕໍ່ຮັດແໜ້ນເສີມຂະ ຫຍາຍສາຍພົວພັນ ແລະ ຮ່ວມມືນໍາກັນຕະຫຼອດມາ ໂດຍໄດ້ມີການແລກປ່ຽນຢ້ຽມຢາມ ແລະ ໄປ – ມາຫາສູ່ກັນຢ່າງເປັນປົກກະຕິ ນັບແຕ່ການນໍາຂັ້ນສູງທັງສອງປະເທດ ຈົນຮອດລະດັບວິຊາການ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໄດ້ມີການຮ່ວມມືກັນໃນຫຼາຍຂົງເຂດວຽກງານ ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນການຮ່ວມມືໃນຂົງເຂດການສຶກສາ, ການພັດທະນາຊັບພະຍາກອນມະນຸດ.

ທ່ານ ນາງ ຫງວຽນ ທິເລ ໄດ້ກ່າວສະແດງຄວາມຂອບໃຈຕໍ່ປະທານສະພາແຫ່ງຊາດ
ທ່ານ ນາງ ຫງວຽນ ທິເລ ໄດ້ກ່າວສະແດງຄວາມຂອບໃຈຕໍ່ປະທານສະພາແຫ່ງຊາດ

ທ່ານ ນາງ ຫງວຽນ ທິເລ ໄດ້ກ່າວສະແດງຄວາມຂອບໃຈຕໍ່ປະທານສະພາແຫ່ງຊາດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ພ້ອມທັງແລກປ່ຽນຄໍາຄິດເຫັນກ່ຽວກັບການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າລະ ຫວ່າງ ລາວ-ຫວຽດນາມ ກໍຄືສະພາປະຊາຊົນນະຄອນໂຮ່ຈິມິນ ກັບສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃຫ້ເກີດດອກອອກຜົນຂຶ້ນໄປເລື້ອຍໆ.