“ ຍ່າງເພື່ອສຸຂະພາບ ” ລະນຶກ ວັນສາກົນຕ້ານການຄ້າມະນຸດ 2019

ຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ ໄດ້ຈັດຕັ້ງ ຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດລະນຶກ ວັນສາກົນຕ້ານການຄ້າມະນຸດ

0
1161
ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ, ບັນດາທ່ານການນຳພັກ - ລັດ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ພາກລັດ - ເອກະຊົນ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ບັນດາປະຊາຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ
ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ, ບັນດາທ່ານການນຳພັກ – ລັດ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ພາກລັດ – ເອກະຊົນ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ບັນດາປະຊາຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ

ຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ ໄດ້ຈັດຕັ້ງ ຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດລະນຶກ ວັນສາກົນຕ້ານການຄ້າມະນຸດ ປະຈຳປີ 2019 ໃນຕອນເຊົ້າວັນທີ 27 ກໍລະກົດ 2019 ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ; ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ, ມີ ບັນດາທ່ານການນຳພັກ – ລັດ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ພາກລັດ – ເອກະຊົນ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ບັນດາປະຊາຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ
ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ

ໃນພິທີ, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ ທັງເປັນຮອງປະທານ ຜູ້ປະຈຳການ ຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ ໄດ້ກ່າວບົດຄຳເຫັນຕໍ່ພິທີ ເຊິ່ງມີບາງຕອນ ທ່ານ ໄດ້ກ່າວວ່າ:

ສປປ ລາວ ຍັງເປັນປະເທດຕົ້ນທາງຂອງ ຂະບວນການຄ້າມະນຸດ; ເຊິ່ງສາເຫດ ແມ່ນເກີດຈາກຫຼາຍປັດໄຈ ເປັນຕົ້ນ: ບັນຫາຄວາມທຸກຍາກ, ລະດັບການສຶກສາ, ຄວາມຮູ້ດ້ານວິຊາຊີບ, ສີມືແຮງງານ ແລະ ສະພາບຄວາມແຕກໂຕນດ້ານການພັດທະນາ ໃນອະນຸພາກພື້ນ ບວກກັບ ການຂະຫຍາຍຕົວຢ່າງໄວວາຂອງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ, ສາທາລະນະ, ເຕັກໂນໂລຊີ ແລະ ການສື່ສານ ທີ່ບໍ່ມີເຂດແດນ.

ພົທ ວິໄລ ຫຼ້າຄໍາຟອງ ກ່າວອີກວ່າ:

ບັນຫາດັ່ງກ່າວ ໄດ້ກາຍເປັນສິ່ງກະຕຸກຊຸກຍູ້, ເປັນປັດໄຈດຶງດູດ, ເຮັດໃຫ້ມີການເຄື່ອນຍ້ານພົນລະເມືອງ ຈາກຊົນນະບົດເຂົ້າສູ່ຕົວເມືອງ ແລະ ຈາກ ສປປ ລາວ ໄປຫາປະເທດອື່ນ ເພື່ອສະແຫວງຫາຊີວິດການເປັນຢູ່ທີ່ດີກວ່າ.

...

ປະເພດຂອງການຄ້າມະນຸດ ທີ່ພົ້ນເດັ່ນກວ່າໝູ່ ແມ່ນການຂູດຮິດທາງເພດ ແລະ ການຂູດຮີດແຮງງານ ດ້ວຍການຕົວະຍົວະຫຼອກລວງ ໃນຮູບການໄປທ່ອງທ່ຽວ, ຄ້າຂາຍ, ອອກແຮງງານ ແລະ ແຕ່ງດອງກັບຄົນຕ່າງປະເທດ ໂດຍບໍ່ຜ່ານອົງການທີ່ກ່ຽວຂ້ອງ.

ການຍ່າງຄັ້ງນີ້ ແມ່ນເລີ່ມແຕ່ຈຸດສວນເຈົ້າຟ້າງຸ່ມ ຮອດຈຸດໄຟແດງນາຄຳ ແລ້ວກັບຄືນຈຸດສວນເຈົ້າຟ້າງຸ່ມ
ການຍ່າງຄັ້ງນີ້ ແມ່ນເລີ່ມແຕ່ຈຸດສວນເຈົ້າຟ້າງຸ່ມ ຮອດຈຸດໄຟແດງນາຄຳ ແລ້ວກັບຄືນຈຸດສວນເຈົ້າຟ້າງຸ່ມ

ຕໍ່ກັບບັນຫາການຄ້າມະນຸດ, ອົງການສະຫະປະຊາຊາດ ໄດ້ໃຫ້ຄວາມສຳຄັນເປັນພິເສດ ດັ່ງນີ້:

  • ໃນປີ 2010, ກອງປະຊຸມສະມັດຊາໃຫຍ່ຂອງ ສະຫະປະຊາຊາດ ໄດ້ຮັບຮອງເອົາ ແຜນຜະຕິບັດງານສາກົນ ກ່ຽວກັບ ການຕ້ານການຄ້າມະນຸດ.
  • ຕໍ່ມາວັນທີ 18 ທັນວາ 2013, ກອງປະຊຸມສະມັດຊາໃຫຍ່ຂອງ ສະຫະປະຊາຊາດ ຄັ້ງທີ 68 ໄດ້ຮັບຮອງເອົາ ຍັດຕິ ເລກທີ 192 ກ່ຽວກັບ ການເພີ່ມທະວີ ຄວາມພະຍາຍາມ ໃນການປະສານງານ ເພື່ອການຕ້ານການຄ້າມະນຸດ ແລະ ຕົກລົງຮັບຮອງເອົາ ວັນທີ 30 ກໍລະກົດ ຂອງທຸກໆປີ ເປັນ “ ວັນສາກົນຕ້ານການຄ້າມະນຸດ ”.
ຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ ໄດ້ຈັດຕັ້ງ ຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດລະນຶກ ວັນສາກົນຕ້ານການຄ້າມະນຸດ
ຄະນະກຳມະການ ຕ້ານການຄ້າມະນຸດ ລະດັບຊາດ ໄດ້ຈັດຕັ້ງ ຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດລະນຶກ ວັນສາກົນຕ້ານການຄ້າມະນຸດ

ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມຄະນະນຳ ກໍໄດ້ປ່ອຍປຸ່ມເປົ້າເປີດ ຂະບວນການຍ່າງເພື່ອສຸຂະພາບ ລະນຶກວັນສຳຄັນດັ່ງກ່າວ ຢ່າງເປັນທາງການ; ຂະບວນການຍ່າງໃນຄັ້ງນີ້, ບັນດາຄະນະນຳ ແລະ ມວນຊົນ ໄດ້ເລີ່ມຍ່າງແຕ່ຈຸດສວນເຈົ້າຟ້າງຸ່ມ ຮອດຈຸດໄຟແດງນາຄຳ ແລ້ວກັບຄືນຈຸດສວນເຈົ້າຟ້າງຸ່ມ; ເຊິ່ງບັນດາທ່ານ ທີ່ເຂົ້າຮ່ວມຂະບວນການຍ່າງ ແມ່ນໄດ້ພ້ອມກັນນຸ່ງເສື້ອສີຂາວ – ຂຽວ ທີ່ມີຂໍ້ຄວາມຢູ່ດ້ານຫຼັງ ວ່າ: ຮ່ວມໃຈຕ້ານການຄ້າມະນຸດ ”; ເຊິ່ງບັນຍາກາດໂດຍລວມ ແມ່ນເຕັມໄປດ້ວຍຄວາມຟົດຟື້ນ ແລະ ມີຄວາມໝາຍ – ຄວາມສໍາຄັນ ເພື່ອເປັນການລະນຶກເຖິງວັນສຳຄັນດັ່ງກ່າວ.