ສະຫຼຸບການແກ້ໄຂ ສຳມະໂນຄົວຕົກຄ້າງ ແລະ ຄົນຕົກຫຼົ່ນ ຢູ່ 16 ບ້ານ ເຂດໂພນໄຊ

0
1150

ໃນວັນທີ 19 ກໍລະກົດ 2019, ພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງປາກຊັນ ໄດ້ສົມທົບກັບ ຫ້ອງການພາຍໃນ ເມືອງປາກຊັນ ແຂວງບໍລິຄຳໄຊ ລົງແກ້ໄຂບັນຫາສຳມະໂນຄົວຕົກຄ້າງ ແລະ ຄົນຕົກຫຼົ່ນ ຢູ່ 16 ບ້ານ ເຂດໂພນໄຊ ເມືອງປາກຊັນ; ເຊິ່ງການລົງແກ້ໄຂຄັ້ງນີ້ ເລີ່ມດຳເນີນການ ມາຕັ້ງແຕ່ໃນວັນທີ 25 ມິຖຸນາ ຫາວັນທີ 18 ກໍລະກົດ 2019.

ມີ ຄະນະພະແນກ, ອໍານາດການປົກຄອງບ້ານ, ນາຍບ້ານ, ປກສ ບ້ານ ທັງ 16 ບ້ານ ຕະຫຼອດຮອດ ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ
ມີ ຄະນະພະແນກ, ອໍານາດການປົກຄອງບ້ານ, ນາຍບ້ານ, ປກສ ບ້ານ ທັງ 16 ບ້ານ ຕະຫຼອດຮອດ ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ເຊິ່ງເຂົ້າຮ່ວມໂດຍ ທ່ານ ນາງ ຄໍາເພັດ ດວງມະນີ ຫົວໜ້າຄະນະຈັດຕັ້ງເມືອງ ທັງເປັນ ຫົວໜ້າຜູ້ຊີ້ນໍາ ໂຄງການແກ້ໄຂບັນຫາຄົນເຖື່ອນ, ມີ ພັທ ຄໍາຜັນ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ມີ ຄະນະພະແນກ, ອໍານາດການປົກຄອງບ້ານ, ນາຍບ້ານ, ປກສ ບ້ານ ທັງ 16 ບ້ານ ຕະຫຼອດຮອດ ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ພູວາ ຜາຍພະຈັນ ຫົວໜ້າພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງປາກຊັນ ໄດ້ຜ່ານບົດສະຫຼຸບການລົງເຄື່ອນໄຫວແກ້ໄຂ ບັນຫາສໍາມະໂນຄົວຕົກຄ້າງ ແລະ ຄົນຕົກຫຼົ່ນ ຢູ່ 16 ບ້ານ ເຂດໂພນໄຊ ດັ່ງນີ້:

ທາງຄະນະຮັບຜິດຊອບ ໄດ້ນໍາເອົາ ບັນດາເອກະສານທີ່ສໍາຄັນ ລົງເຜີຍແຜ່ເຊື່ອມຊຶມໃຫ້ແກ່ ພໍ່ – ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເພື່ອເຮັດໃຫ້ການຄຸ້ມຄອງພົນລະເມືອງ ຫັນເຂົ້າສູ່ລະບົບ.

ເຂົ້າຮ່ວມໂດຍ ທ່ານ ນາງ ຄໍາເພັດ ດວງມະນີ ຫົວໜ້າຄະນະຈັດຕັ້ງເມືອງ ທັງເປັນ ຫົວໜ້າຜູ້ຊີ້ນໍາ ໂຄງການແກ້ໄຂບັນຫາຄົນເຖື່ອນ
ເຂົ້າຮ່ວມໂດຍ ທ່ານ ນາງ ຄໍາເພັດ ດວງມະນີ ຫົວໜ້າຄະນະຈັດຕັ້ງເມືອງ ທັງເປັນ ຫົວໜ້າຜູ້ຊີ້ນໍາ ໂຄງການແກ້ໄຂບັນຫາຄົນເຖື່ອນ

ພ້ອມນັ້ນ, ກໍເພື່ອແນໃສ່ເຮັດໃຫ້ສັງຄົມ ກໍຄື ຢູ່ບັນດາບ້ານ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ບັນດາໜໍ່ແໜງ ປະກົດການຫຍໍ້ທໍ້ຕ່າງໆ ໄດ້ຫຼຸດໜ້ອຍຖອຍລົງ, ຍົກໃຫ້ເຫັນຄວາມໝາຍ – ຄວາມສໍາຄັນຂອງ ປຶ້ມສໍາມະໂນຄົວ, ການເກັບກໍາສະຖິຕິ ການເພີ່ມຂຶ້ນ, ຫຼຸດລົງ, ການໂຍກຍ້າຍ ແລະ ການເໜັງຕີງຂອງພົນລະເມືອງ; ພ້ອມທັງ ຂຶ້ນທະບຽນຮັບຮອງເອົາ ພົນລະເມືອງທີ່ໂຍກຍ້າຍມາຢູ່ເປັນຄອບຄົວ, ມາເປັນໄພ້, ເປັນເຂີຍ, ມາຢູ່ນໍາຍາດພີ່ນ້ອງ ແລະ ຄົນຕົກຫຼົ່ນ ເຊິ່ງມີລາຍລະອຽດ ດັ່ງນີ້:

  • ໂຍກຍ້າຍມາເປັນຄອບຄົວ ມີ 41 ຄອບຄົວ, ຈໍານວນ 183 ຄົນ, ຍິງ 100 ຄົນ
  • ຂຶ້ນທະບຽນແລ້ວ 28 ຄອບຄົວ, ຈໍານວນ 136 ຄົນ, ຍິງ 77 ຄົນ, ຍັງຄ້າງ 13 ຄອບຄົວ, ຈໍານວນ 25 ຄົນ, ຍິງ 25 ຄົນ
  • ໂຍກຍ້າຍມາເປັນໄພ້ 153 ຄົນ, ຂຶ້ນທະບຽນແລ້ວ 93 ຄົນ, ຍັງຄ້າງ 60 ຄົນ
  • ໂຍກຍ້າຍມາເປັນເຂີຍ 174 ຄົນ, ຂຶ້ນທະບຽນແລ້ວ 118 ຄົນ, ຍັງຄ້າງ 56 ຄົນ
  • ມາຢູ່ນໍາພີ່ນ້ອງ 31 ຄົນ, ຍິງ 16 ຄົນ, ຂຶ້ນທະບຽນແລ້ວ 11 ຄົນ, ຍິງ 6 ຄົນ, ຍັງຄ້າງ 20 ຄົນ, ຍິງ 10 ຄົນ
  • ຄົນຕົກຫຼົ່ນ 69 ຄົນ, ຍິງ 24 ຄົນ, ຂຶ້ນທະບຽນແລ້ວ 33 ຄົນ, ຍິງ 9 ຄົນ, ຍັງຄ້າງ 36 ຄົນ, ຍິງ 15 ຄົນ
ພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງປາກຊັນ
ພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງປາກຊັນ

ທັ້ງນີ້, ນາງ ຄໍາເພັດ ດວງມະນີ ຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ ພະນັກງານວິຊາສະເພາະ, ອໍານາດການປົກຄອງບ້ານ ແລະ ພໍ່ – ແມ່ປະຊາຊົນ ທີ່ມີຄວາມຕັດສິນໃຈສູງ ແລະ ໃຫ້ຄວາມຮ່ວມມື ໃນການແກ້ໄຂບັນຫາດັ່ງກ່າວຮ່ວມກັນ ຈົນໄດ້ຮັບຜົນສໍາເລັດ.

ນອກຈາກນັ້ນ, ທ່ານ ນາງ ຄຳເພັດ ດວງມະນີ ກໍຍັງໄດ້ເນັ້ນໃຫ້ ພະນັກງານວິຊາສະເພາະ ຈົ່ງສືບຕໍ່ແກ້ໄຂ ບັນຫາສໍາມະໂນຄົວຕົກຄ້າງ, ການໂຍກຍ້າຍ ແລະ ການເໜັງຕີງຂອງພົນລະເມືອງ ໃຫ້ໄດ້ຮັບການຄຸ້ມຄອງ ແລະ ຫັນເຂົ້າສູ່ລະບົບ, ຖືກຕ້ອງສອດຄ່ອງ ຕາມລະບຽບກົດໝາຍ ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງລາວ.