ອົບຮົມວຽກງານການຊຸກຍູ້ ເສຍຄ່າທຳນຽມທາງ ຜ່ານທະນາຄານ

0
1400

ກົມຕໍາຫຼວດຈະລາຈອນ ກະຊວງ ປກສ ສົມທົບກັບ ກົມສ່ວຍສາອາກອນ ແລະ ທະນາຄານການຄ້າ ສາຂາ ແຂວງບໍລິຄໍາໄຊ ໄດ້ເປີດຝຶກອົບຮົມ ວຽກງານກວດກາການຊຸກຍູ້ ເສຍຄ່າທໍານຽມທາງ ຜ່ານລະບົບທະນາຄານ ໃຫ້ ກໍາລັງຕໍາຫຼວດຈາລະຈອນ ປກສ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ໃນລະຫວ່າງວັນທີ 22 – 24 ກໍລະກົດ 2019 ນີ້.

ປະທານ: ພັທ ຄໍາເຫຼັກ ໄຊຍະສິດ - ພັທ ຄໍາແພງ ນໍາພາວັນ - ທ່ານ ນາງ ຄອນມະນີ ພິມມະສັກ
ປະທານ: ພັທ ຄໍາເຫຼັກ ໄຊຍະສິດພັທ ຄໍາແພງ ນໍາພາວັນທ່ານ ນາງ ຄອນມະນີ ພິມມະສັກ

ພາຍໃຕ້ການເປັນປະທານໂດຍ ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ, ມີ ພັທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ນາງ ຄອນມະນີ ພິມມະສັກ ຮອງກົມສ່ວຍສາອາກອນ, ຄະນະຫ້ອງຕໍາຫຼວດ, ນັກວິທະຍາກອນ ທີ່ມາຈາກ ກົມສ່ວຍສາອາການ, ກົມຕໍາຫຼວດຈະລາຈອນ, ທະນາຄານການຄ້າ ສາຂາ ແຂວງບໍລິຄໍາໄຊ, ນັກສໍາມະນາກອນ ທີ່ມາຈາກ ປກສ ແຂວງ, ປກສ 7 ຕົວເມືອງ ແລະ ພະແນກການ ອ້ອມຂ້າງ ແຂວງ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກ ຄື:

+ ພາກທິດສະດີ:

ຄະນະຮັບຜິດຊອບ ໄດ້ຍົກໃຫ້ເຫັນຄວາມໝາຍ – ຄວາມສໍາຄັນຂອງ ການເສຍຄ່າທຳນຽມທາງ, ຄວາມເປັນມາຂອງການຝຶກອົບຮົມ, ນໍາສະເໜີລັດຖະບັນຍັດຂອງ ປະທານປະເທດ ສະບັບເລກທີ 001/ປປທ ລົງວັນທີ 20 ກັນຍາ 2019 ວ່າດ້ວຍ ຄ່າທໍານຽມທາງ, ຄໍາສັ່ງແນະນໍາຈັດຕັ້ງປະຕິບັດ ເສຍຄ່າທໍານຽມທາງຂອງ ລັດຖະມົນຕີ ກະຊວງການເງິນ, ແຈ້ງການຂອງ ກະຊວງການເງິນ ກ່ຽວກັບ ການເສຍຄ່າທໍານຽມທາງ ປະຈໍາປີ 2017, 2018 ແລະ 2019, ພາລະບົດບາດ, ຈັນຍາບັນ, ຈັນຍາທໍາ ແລະ ລະບຽບຂອງ ກໍາລັງຕໍາຫຼວດຈະລາຈອນ, ຫຼັກການຕັ້ງຈຸດຕັ້ງດ່ານກວດກາ ແລະ ເອກະສານກໍານົດຈຸດກວດກາຕາມເສັ້ນທາງນອກ ແລະ ໃນຕົວເມືອງ, ແນະນໍາວິທີຂຽນໃບຮັບສາລະພາບ, ໃບສັ່ງ, ວິທີການຊຳລະຄ່າທໍານຽມທາງ ແລະ ຄ່າປັບໃໝຜ່ານລະບົບທະນາຄານ ດ້ວຍລະບົບທີ່ທັນສະໄໝ ແລະ ທົດລອງການນໍາໃຊ້ຕົວຈິງ ໃນຫ້ອງປະຊຸມ

ກົມຕໍາຫຼວດຈະລາຈອນ ກະຊວງ ປກສ ສົມທົບກັບ ກົມສ່ວຍສາອາກອນ ແລະ ທະນາຄານການຄ້າ ສາຂາ ແຂວງບໍລິຄໍາໄຊ
ກົມຕໍາຫຼວດຈະລາຈອນ ກະຊວງ ປກສ ສົມທົບກັບ ກົມສ່ວຍສາອາກອນ ແລະ ທະນາຄານການຄ້າ ສາຂາ ແຂວງບໍລິຄໍາໄຊ

+ ພາກປະຕິບັດຕົວຈິງ: ໄດ້ແບ່ງອອກເປັນ 2 ຈຸດກວດກາ ຄື:

  • ຈຸດທີ່ໜຶ່ງ ຕັ້ງຢູ່ເສັ້ນທາງເລກທີ 13 ໃຕ້ ເຂດບ້ານໂພນສະຫວ່າງ
  • ຈຸດທີ 2 ຢູ່ເສັ້ນທາງເລກທີ 4B ເຂດບ້ານທົ່ງໃຫຍ່ ເມືອງປາກຊັນ

ເຊິ່ງໃນພາກນີ້ ແມ່ນໄດ້ເຮັດການກວດກາ ບັນດາເອກະສານ ແລະ ອໍານວຍຄວາມສະດວກ ໃຫ້ຜູ້ຂັບຂີ່ ມີຄວາມຕື່ນຕົວ ແລະ ປະກອບສ່ວນ ເຂົ້າໃນການເສຍຄ່າທໍານຽມທາງ.

ນັກວິທະຍາກອນ ທີ່ມາຈາກ ກົມສ່ວຍສາອາການ, ກົມຕໍາຫຼວດຈະລາຈອນ, ທະນາຄານການຄ້າ ສາຂາ ແຂວງບໍລິຄໍາໄຊ, ນັກສໍາມະນາກອນ ທີ່ມາຈາກ ປກສ ແຂວງ, ປກສ 7 ຕົວເມືອງ ແລະ ພະແນກການ ອ້ອມຂ້າງ ແຂວງ ເຂົ້າຮ່ວມ
ນັກວິທະຍາກອນ ທີ່ມາຈາກ ກົມສ່ວຍສາອາການ, ກົມຕໍາຫຼວດຈະລາຈອນ, ທະນາຄານການຄ້າ ສາຂາ ແຂວງບໍລິຄໍາໄຊ, ນັກສໍາມະນາກອນ ທີ່ມາຈາກ ປກສ ແຂວງ, ປກສ 7 ຕົວເມືອງ ແລະ ພະແນກການ ອ້ອມຂ້າງ ແຂວງ ເຂົ້າຮ່ວມ

ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ:

ໄດ້ຮັບປະສິດທິຜົນພໍສົມຄວນ, ຜູ້ຂັບຂີ່, ຜູ້ນໍາໃຊ້ລົດ – ໃຊ້ຖະໜົນ ແມ່ນໃຫ້ຄວາມຮ່ວມມື ແລະ ເຫັນດີ ໃນການກວດກາຂອງ ເຈົ້າໜ້າທີ່; ເຊິ່ງສະແດງອອກໃນການທົດລອງປະຕິບັດຕົວຈິງ ໄລຍະເວລາ 2 ຊົ່ວໂມງ ແມ່ນສາມາດຂຽນໃບສັ່ງໄດ້ 20 ໃບ, ຜູ້ຂັບຂີ່ເສຍຄ່າທໍານຽມທາງກັບທີ່ ໄດ້ 7 ຄັນ, ເປັນເງິນ 2.459.550 ກີບ.

ພາກປະຕິບັດຕົວຈິງ
ພາກປະຕິບັດຕົວຈິງ

ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດໄດ້ ຈາກການໝູນໃຊ້ທິດສະດີ ເຂົ້າສູ່ ການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ແທດເໝາະ ເພື່ອແນໃສ່ສ້າງຄວາມເປັນເອກະພາບກັນ ແລະ ນໍາໄປຈັດຕັ້ງປະຕິບັດ ໃນການເກັບຄ່າທໍານຽມທາງ ໃຫ້ໄດ້ຮັບຜົນສໍາເລັດ ຕາມລະດັບຄາດໝາຍທີ່ກໍານົດໄວ້.