ສາເຫດທີ່ ອາເມລິກາ ກາຍມາເປັນຜູ້ພິທັກໂລກ ອີກມຸມໜຶ່ງ ກໍຄື ຜູ້ກໍ່ກວນໂລກ

0
1863

1. ກ່ອນສົງຄາມໂລກ ຄັ້ງທີ 2

ພາຍໃນປີ 1930, ອາເມລິກາ ບໍ່ແມ່ນມະຫາອໍານາດ ແຕ່ເປັນພຽງປະເທດທີ່ພວມພັດທະນາທີ່ຢຶດຖືນະໂຍບາຍ ” Isolationism ” ເປັນ “ ລັດທິໂດດດ່ຽວ ” ໝາຍຄວາມວ່າ ບໍ່ຫຍຸ້ງກ່ຽວກັບໂລກພາຍນອກ ເປັນຕົ້ນແມ່ນ ທາງດ້ານການເມືອງ ແລະ ບັນຫາພິບັດທີ່ກໍາລັງລະບາດຂຶ້ນ ຢູ່ທົ່ວທະວິບເອີຣົບ ແລະ ອາຊີ; ນັ້ນກໍຄື ໃນທະວິບເອິຣົບ ແມ່ນຖືກເຢຍລະມັນ ແລະ ອິດຕະລີ ແຜ່ຂະຫຍາຍອໍານາດ ສ່ວນທາງພາກທະວີບອາຊີ ກໍຕົກຢູ່ໃນກໍາມືຂອງ ຈັກກະພັດຍີ່ປຸ່ນ ໃນຊ່ວງນີ້ຜູ້ຄົນລົ້ມຕາຍກັນເປັນລ້ານໆ.

ຍີ່ປຸ່ນ ໂຈມຕີ ທ່າເຮືອ Pearl Harbor ຂອງ ອາເມລິກາ ໃນຮາວາຍ
ຍີ່ປຸ່ນ ໂຈມຕີ ທ່າເຮືອ Pearl Harbor ຂອງ ອາເມລິກາ ໃນຮາວາຍ

2. ໃນຂະນະທີ່ ສະພາບໂລກປັ່ນປ່ວນຢູ່ເອີຣົບ ແລະ ອາຊີ

ພາຍໃນຊຸມປີ 1930, ເຫດການຮ້າຍແຮງຂຶ້ນເລື້ອຍໆຈົນສຸດທ້າຍ ກໍເກີດສົງຄາມຢ່າງດຸເດືອດ ພາຍໃນປີ 1938 – 39 ເມື່ອ ເຢຍລະມັນ ເຂົ້າຢຶດພາກເອີຣົບຕາເວັນຕົກ ພິເສດແມ່ນ ຝຣັ່ງ; ສ່ວນ ຈັກກະພັດຍີ່ປຸ່ນ ກໍເຂົ້າຢຶດເອົາ ທະວີບອາຊີ ລວມທັງ ເກົາຫຼີ, ຈີນ, ອິນດູຈີນ ( ລາວ, ຫວຽດນາມ, ກຳປູເຈຍ ) ແລະ ບັນດາເກາະຕ່າງໆ ລວມທັງຟິລິປິນ.

ເຊິ່ງໃນຕອນນັ້ນ, ຟິລິປິນ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງ ອາເມລິກາ ໃນເງື່ອນໄຂທີ່ ແອັດສະປາຍ ເສຍສົງຄາມໃຫ້ ອາເມລິກາ ໃນປີ 1898, ຟິລິປິນ ຕົກເປັນຫົວເມືອງຂຶ້ນຂອງ ແອັດສະປາຍ ເລີ່ມແຕ່ປີ 1521 ຈົນເຖິງ ປີ 1898 ເຊິ່ງເປັນປີ ແອັດສະປາຍ ເສຍສົງຄາມໃຫ້ ອາເມລິກາ.

ຫຼັງຈາກເສຍສົງຄາມ, ແອັດສະປາຍ ກໍຕ້ອງໄດ້ຖອນທັບ ແລະ ອອກຈາກບັນດາປະເທດອານານິຄົມຂອງຕົນທັງໝົດ, ສ່ວນ ຟິລິປິນ ອີງຕາມສັນຍາປາລີ ໃນປີ 1898 ແອັດສະປາຍ ຕົກລົງຂາຍ ຟີລິີປິນ ໃຫ້ກັບ ອາເມລິກາລາຄາ $20 ລ້ານໂດລາ; ດັ່ງນັ້ນ, ເລີ່ມແຕ່ນັ້ນມາ ອາເມລິກາ ຈຶ່ງມີບົດບາດໃນດ້ານການເມືອງ ແລະ ທະຫານໃນ ຟີລິປິນ ຈົນເຖິງທຸກວັນນີ້.

ໃນຂະນະທີ່ ສະພາບໂລກປັ່ນປ່ວນຢູ່ນັ້ນ, ການເມືອງຕ່າງປະເທດຂອງ ອາເມລິກາ ຍັງຢຶດໝັ້ນໃນລັດທິໂດດດ່ຽວ ບໍ່ຫຍຸ້ງກ່ຽວກັບເລຶ່ອງພາຍນອກ ໃນຮູບແບບເດີມ. ອາເມລິກາ ໝຸ່ງໝັ້ນພັດທະນາປະເທດຊາດຂອງຕົນໃຫ້ເຂັ້ມແຂງ, ສາເຫດກໍຄື ຕົນເອງຫາກໍພົ້ນຈາກສົງຄາມກາງເມືອງ ແລະ ກໍາລັງປະເຊີນກັບ ບັນຫາພາຍໃນຫຼາຍປະການ ເຊັ່ນ: ບັນຫາແບ່ງຊັ້ນວັນນະ ຫຼື ແບ່ງແຍກຜິວໜັງ ແລະອື່ນໆ.

ກອງກຳລັງຟາຊິດເຢຍລະມັນ ເສຍໄຊ
ກອງກຳລັງຟາຊິດເຢຍລະມັນ ເສຍໄຊ

ແຕ່ສຸດທ້າຍ, ກໍບໍ່ພົ້ນກັບບັນຫາໂລກທີ່ມາຢືນເຄາະຢູ່ໜ້າປະຕູ; ເຊິ່ງ ເຢຍລະມັນ ແລະ ຍີ່ປຸ່ນ ເຫັນວ່າ ຖ້າຈະຢຶດຄອງໂລກໃຫ້ສໍາເລັດ ຕ້ອງກໍາຈັດການກັບ ອາເມລິກາ ໄປນໍາ ເພາະວ່າ ອາເມລິກາ ຄືຍັກໃຫຍ່ທີ່ກໍາລັງນອນຕີພຸງກິນເຫຼົ້າຊາເກຢູ່ ແລະ ຈະຄອງໂລກ ກໍຕ້ອງກໍາຈັດຍັກໂຕນີ້.

ດັ່ງນັ້ນ, ໃນປີ 1941 ຍີ່ປຸ່ນ ຈຶ່ງຕັດສິນໃຈດຶງເອົາ ອາເມລິກາ ເຂົ້າສູ່ສົງຄາມໂລກ ຄັ້ງທີ 2 ໂດຍການເປີດບັ້ນຮົບປະຫວັດສາດ ບຸກໂຈມຕີຖານທັບເຮືອຂອງອາເມລິກາ ທີ່ Pearl Harbor ລັດ Hawaii; ການໂຈມຕີທາງອາກາດຂອງຍີ່ປຸ່ນ ຄັ້ງນັ້ນ ເຮັດໃຫ້ ອາເມລິກາ ສູນເສຍເຮືອຮົບໄປຫຼາຍລໍາ ແລະ ຕາຍປະມານ 2,500 ຄົນ.

ເຢຍລະມັນ ແລະ ຍີ່ປຸ່ນ ເຫັນວ່າ ຖ້າຈະຢຶດຄອງໂລກໃຫ້ສໍາເລັດ ຕ້ອງກໍາຈັດການກັບ ອາເມລິກາ ໄປນໍາ
ເຢຍລະມັນ ແລະ ຍີ່ປຸ່ນ ເຫັນວ່າ ຖ້າຈະຢຶດຄອງໂລກໃຫ້ສໍາເລັດ ຕ້ອງກໍາຈັດການກັບ ອາເມລິກາ ໄປນໍາ

ຍີ່ປຸ່ນ ຄິດວ່າ ຖານທັບເຮືອຂອງ ອາເມລິກາ ຢູ່ Pearl Harbor ຄືແຄ່ງຂາຂອງ ອາເມລິກາ, ຖ້າຕັດແຄ່ງຂານັ້ນຖິ້ມ ອາເມລິກາ ກໍຈະກາຍເປັນຄົນພິການ ເຮັດຫຍັງບໍ່ໄດ້; ຂໍ້ນີ້ ຍີ່ປຸ່ນ ຄິດຜິດຢ່າງມະຫັນ. ຖານທັບເຮືອໃຫຍ່ຂອງ ອາເມລິກາ ສ່ວນໃຫຍ່ແມ່ນປະຈໍາການຢູ່ພາກທະເລ Atlantic ເຊິ່ງຢູ່ກົງກັນຂ້າມກັບ ເອີຣົບ.

ຕອນນັ້ນ, ອາເມລິກາ ສຸມກໍາລັງກະກຽມປ້ອງກັນນ່ານນໍ້າ ແລະ ຊາຍແດນຂອງຕົນທີ່ຢູ່ທາງດ້ານກົງກັນຂ້າມກັບ ເອີຣົບ ເພາະວ່າ ເຢຍລະມັນ ໄດ້ເລີ່ມສົ່ງເຮືອດໍານໍ້າມາພິຊິດໃກ້ເມືອງນິວຢອກ. ( …ອ່ານຕໍ່ສະບັບໜ້າ )

ບົດວິເຄາະຈາກ ນັກຂຽນ: ສ ປັນຍາສິນ