ອົງການປະກັນສຸຂະພາບແຫ່ງຊາດ ໄດ້ ເຜີຍແຜ່ກົດໝາຍ ວ່າດ້ວຍການປະກັນສຸຂະພາບ ໃນວັນທີ 31 ກໍລະກົດ 2019, ມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ຄໍາພອນ ພຸດທະວົງ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ, ມີຕາງໜ້າຈາກສະພາປະຊາຊົນແຂວງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຫົວໜ້າ-ຮອງພະແນກ, ອໍານວຍການໂຮງໝໍຂັ້ນສູນ ກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

 ເຜີຍແຜ່ກົດໝາຍ ວ່າດ້ວຍການປະກັນສຸຂະພາບ
ເຜີຍແຜ່ກົດໝາຍ ວ່າດ້ວຍການປະກັນສຸຂະພາບ

ທ່ານ ປອ ບຸນແຝງ ພູມມະໄລສິດ ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ເຜີຍແຜ່ກົດໝາຍ ວ່າດ້ວຍການປະກັນສຸຂະພາບ ໃຫ້ຮູ້ວ່າ:

ກົດໝາຍສະ ບັບນີ້ໄດ້ຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ສະມາຊິກສະພາໄດ້ລົງຄະແນນສຽງ ຮັບຮອງເອົາ 95 ຄະແນນສຽງ, ລວມມີ 8 ພາກ, 7 ໝວດ, 79 ມາດຕາ, ໄດ້ກໍານົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານປະກັນສຸຂະພາບ.

ເຊິ່ງກົດໝາຍສະບັບນີ້ ມີເປົ້າໝາຍ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເປັນລະບົບ, ມີຄຸນນະພາບ, ມີປະສິດທິພາບ ແລະ ປະສິດທິຜົນຮັບປະກັນໃຫ້ ພົນລະເມືອງລາວ ໄດ້ຮັບການປະກັນສຸຂະພາບ, ເຂົ້າເຖິງການບໍລິການປິ່ນປົວ ຢ່າງສະເໝີພາບ, ເປັນທໍາ ແລະ ທົ່ວເຖິງ; ພ້ອມທັງ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ສຳລັບມາດຕາ 2 ຂອງການປະກັນສຸຂະພາບ ໄດ້ກໍານົດວ່າ:

ການປະກັນສຸຂະພາບ ແມ່ນການປະກັນໃຫ້ ພົນລະເມືອງລາວ ແລະ ຜູ້ປະກັນຕົນທຸກຄົນ ໄດ້ຮັບການບໍລິການປິ່ນປົວ ເປັນຕົ້ນ ການບໍລິການກວດ ແລະ ບົ່ງມະຕິພະຍາດ, ການປິ່ນປົວທາງການແພດ, ການຟື້ນຟູສະມັດຕະພາບຮ່າງກາຍ, ການສົ່ງເສີມສຸຂະພາບ ແລະ ການກັນພະຍາດ ດ້ວຍການສົມທົບເງິນເຂົ້າ ກອງທຶນປະກັນສຸຂະພາບ ແຫ່ງຊາດ.