ຄະນະປະທານກອງປະຊຸມ ສະໄໝສາມັນ ເທື່ອທີ 7 ສະພາປະຊາຊົນແຂວງວຽງຈັນ ຊຸດທີ I
ຄະນະປະທານກອງປະຊຸມ ສະໄໝສາມັນ ເທື່ອທີ 7 ສະພາປະຊາຊົນແຂວງວຽງຈັນ ຊຸດທີ I

ກອງປະຊຸມສະໄໝສາມັນ ເທື່ອທີ 7 ສະພາປະຊາຊົນແຂວງວຽງຈັນ ຊຸດທີ I ໄດ້ເປີດຂຶ້ນໃນວັນທີ 30 ກໍລະກົດ 2019, ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສາຍນໍລະດີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ; ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ-ຮັກສາການເຈົ້າແຂວງໆວຽງຈັນ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ສະມາຊິກສະ ພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງວຽງຈັນ, ນັກທຸລະກິດ ແລະ ຕາງໜ້າພະແນກການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນເພັງ ສາຍນໍລະດີ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ ພິຈາລະນາຮັບຮອງ ແລະ ຕົກລົງບັນດາບັນຫາທີ່ສຳຄັນພື້ນຖານຂອງແຂວງ ເປັນຕົ້ນແມ່ນຮັບຮອງບົດລາຍງານຂອງອົງການປົກຄອງແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019 ຂອງແຂວງ; ພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງບຸກຄະລາກອນຂັ້ນສູງ ແລະ ບາງພະແນກການຂອງແຂວງ ເຊັ່ນ: ພິຈາລະນາ ຮັບຮອງເອົາການສະເໜີແຕ່ງຕັ້ງທ່ານເຈົ້າແຂວງໆວຽງຈັນ, ພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງວຽງຈັນ, ພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງຫົວໜ້າພະແນກວິທະຍາສາດເຕັກໂນໂລຊີ ແຂວງວຽງຈັນ, ຮັບຟັງບົດລາຍງານຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງ ກ່ຽວກັບການຄຸ້ມຄອງໂຄງການປູກພືດປະສົມປະສານກະສິກໍາສະອາດ ໂດຍສະເພາະແມ່ນການປູກກ້ວຍຈີນ ມາຮອດປັດຈຸບັນມີການຄຸ້ມຄອງຄືແນວໃດ.

ບັນດາແຂກຮັບເຊີນໃນກອງປະຊຸມ
ບັນດາແຂກຮັບເຊີນໃນກອງປະຊຸມ

ຮັບຟັງການລາຍງານຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການຈັດສັນທີ່ດິນທົ່ວແຂວງວຽງຈັນ ຕາມແຜນແມ່ບົດການຈັດສັນທີ່ດິນແຫ່ງຊາດໄດ້ເຮັດຄືແນວໃດ, ການ ຮັບຟັງການລາຍງານຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ ໃນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2019.

 ທ່ານ ບຸນເພັງ ສາຍນໍລະດີ ກ່າວເນື້ອໃນກອງປະຊຸມ
ທ່ານ ບຸນເພັງ ສາຍນໍລະດີ ກ່າວເນື້ອໃນກອງປະຊຸມ

ພ້ອມນີ້, ຍັງໄດ້ພິຈາລະນາຮັບຮອງເອົາການສ້າງນິຕິກໍາໃຕ້ກົດໝາຍ ຈໍານວນ 2 ສະບັບ ຄື: ຮ່າງນິຕິກໍາວ່າດ້ວຍການກໍານົດຂອບເຂດປະເມີນມູນຄ່າທີ່ດິນ 11 ເມືອງ ທົ່ວແຂວງວຽງຈັນ, ຮ່າງນິຕິກໍາວ່າດ້ວຍ ການຈັດສັນ, ຄຸ້ມຄອງ ແລະ ພັດທະນາເທດສະບານແຂວງວຽງຈັນ; ຮັບຟັງການລາຍງານຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງວຽງຈັນ ໃນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ທ້າຍປີ 2019 ແລະ ພິຈາລະນາຮັບຮອງເອົາການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019 ຂອງສະພາປະຊາຊົນແຂວງວຽງຈັນ.

ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດເຫັນຕາມຂໍ້ເຈາະຈີ້ມກ່ຽວກັບບັນດາວຽກງານທີ່ສໍາຄັນດ້ານຕ່າງໆ ເພື່ອຊອກໃຫ້ເຫັນດ້ານດີ-ດ້ານອ່ອນທີ່ຈະຕ້ອງໄດ້ພ້ອມກັນປັບປຸງ ແລະ ແກ້ໄຂໃນຕໍ່ໜ້າກອງປະຊຸມຄັ້ງນີ້ ຈະດຳເນີນໄປເປັນເວລາ 3 ວັນເຕັມ, ນັບແຕ່ວັນທີ 30 ກໍລະກົດ ຫາ 1 ສິງຫາ 2019 ຈຶ່ງສໍາເລັດ.