ກອງປະຊຸມສື່ມວນຊົນລາວ – ຫວຽດນາມ ພັດທະນາ ວຽກງານສື່ໃນຍຸກດີຈີຕອນ ຈັດຂຶ້ນໃນວັນທີ 26 ກໍລະກົດ 2019 ຢູ່ເມືອງເກືອລໍ ແຂວງເຫງະອານ ສສ ຫວຽດນາມ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ Thuan Huu ກຳມະການສູນ ກາງພັກກອມມູນິດຫວຽດນາມ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະ ທານສະມາຄົມນັກຂ່າວຫວຽດນາມ, ທ່ານ ສະຫວັນຄອນ ຣາຊມົນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ປະທານສະມາຄົມນັກຂ່າວ ສປປ ລາວ ພ້ອມດ້ວຍບັນນາທິການ ແລະ ສື່ມວນຊົນທຸກຂະແໜງການຂອງລາວ ແລະ ຫວຽດນາມ.

ວຽກງານສື່ໃນຍຸກດີຈີຕອນ
ວຽກງານສື່ໃນຍຸກດີຈີຕອນ

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບການພັດທະນາວຽກງານສື່ໃນຍຸກດີຈີຕອນ, ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເປັນຕົ້ນສິ່ງທ້າທາຍ ແລະ ກາລະໂອກາດຮ່ວມມືດ້ານຂໍ້ມູນຂ່າວ ສານ ລະຫວ່າງອົງການສື່ມວນຊົນລາວ ແລະ ຫວຽດນາມ ການຮ່ວມມືດ້ານວິຊາການ ເພື່ອຕ້ານ ແລະ ສະກັດກັ້ນຂ່າວປອມ, ການໃສ່ຮ້າຍປ້າຍສີນະໂຍບາຍຂອງພັກ-ຂອງລັດ ຂ່າວສັງຄົມອອນລາຍ ທີ່ມີການປັ່ນປ່ວນຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງຜູ້ບໍລິໂພກຂ່າວ ແລະອື່ນໆ ລວມ 27 ຫົວຂໍ້ທີ່ໄດ້ນຳມາສະເໜີ ເພື່ອປຶກ ສາຫາລືຢູ່ໃນກອງປະຊຸມຄັ້ງນີ້, ເຊິ່ງມີເນື້ອໃນອຸດົມສົມບູນເປັນບົດຮຽນອັນດີໃຫ້ແກ່ສື່ມວນຊົນສອງຝ່າຍ.

ວຽກງານສື່ໃນຍຸກດີຈີຕອນ
ວຽກງານສື່ໃນຍຸກດີຈີຕອນ

ສຳລັບແຜນການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍຈະເນັ້ນການແລກປ່ຽນດ້ານວິຊາການກໍ່ສ້າງບຸກຄະລາກອນຍົກລະດັບດ້ານເຕັກນິກ ແລະ ອຸປະກອນເຄື່ອງມືຮັບໃຊ້ວຽກງານສື່ມວນຊົນ ໂດຍສະເພາະບັນດາແຂວງທີ່ມີຊາຍ ແດນຕິດຈອດກັນ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ມີມາຍາວນານ ລະ ຫວ່າງລາວ-ຫວຽດນາມ ໃຫ້ຍືນຍົງຕະຫຼອດໄປ.

ວຽກງານສື່ໃນຍຸກດີຈີຕອນ
ວຽກງານສື່ໃນຍຸກດີຈີຕອນ