ໃນໄລຍະ 6 ເດືອນຕົ້ນປີ 2019 ມີ ນັກທ່ອງທ່ຽວ ເຂົ້າ-ອອກຜ່ານດ່ານ ຕມ ສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ 97.320 ຄົນ ທີ່ໄດ້ຜ່ານການເກັບກຳຂອງພະແນນຕຳຫຼວດທ່ອງທ່ຽວ ໃນການຄຸ້ມຄອງ, ຕິດຕາມ, ກວດກາການເຄື່ອນໄຫວ ຂອງບັນດາຫົວໜ່ວຍທຸລະກິດ ແລະ ນັກທ່ອງທ່ຽວ, ປ້ອງກັນຄາຣາວານທ່ອງທ່ຽວໃຫ້ມີຄວາມປອດໄພ 100%.

ພັທ ສຸກສະໝອນ ເພັດງ່າຄຳ
ພັທ ສຸກສະໝອນ ເພັດງ່າຄຳ

ພັທ ສຸກສະໝອນ ເພັດງ່າຄຳ ຫົວໜ້າພະແນກຕຳຫຼວດທ່ອງທ່ຽວ ແລະ ຕິດຕາມເປົ້າໝາຍ ປກສ ແຂວງຫຼວງນ້ຳທາ ສໍາພາດໃນວັນທີ 30 ກໍລະກົດ 2019 ໃຫ້ຮູ້ວ່າ: 6 ເດືອນຜ່ານມາ ຄະນະນຳຂັ້ນພະແນກ ໄດ້ເອົາໃຈໃສ່ນຳພາດ້ານການເມືອງ-ແນວຄິດ, ນຳພາແກ້ໄຂດ້ານວຽກງານວິຊາສະເພາະ ໂດຍສະເພາະແມ່ນການເກັບກຳສະຖິຕິ; ປັດຈຸບັນ, ທົ່ວແຂວງຫຼວງນ້ຳທາ ມີໂຮງແຮມ, ຣິສອດ, ເຮືອນພັກ 112 ແຫ່ງ. 6 ເດືອນຜ່ານມາ, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາໃຊ້ບໍລິການ ຈຳນວນ 4.104 ຄົນ ຍິງ 776 ຄົນ; ໃນນີ້, ມີນັກທ່ອງທ່ຽວຕ່າງປະເທດ 1.298 ຄົນ ຍິງ 312 ຄົນ, ມີ ນັກທ່ອງທ່ຽວ ທີ່ເຂົ້າ-ອອກເມືອງຜ່ານດ່ານ ຕມ ສາກົນບໍ່ເຕ່ນ ລວມມີ 97.320 ຄົນ ຍິງ 40.976 ຄົນ, ມີ 6.020 ຄະນະ, ມີ ພາຫະນະ 5.517 ຄັນ, ມີ 4 ສັນ ຊາດ ຄື: ຈີນ, ໄທ, ມາເລເຊຍ ແລະ ອົດສະຕຣາລີ.

ໄດ້ໄປປ້ອງກັນແຂກຄາຣາວານຈີນ ເສັ້ນທາງຫຼວງນ້ຳທາ-ອຸດົມໄຊ-ຫຼວງພະບາງ-ນະຄອນຫຼວງວຽງຈັນ 7 ຄັ້ງ, ໄດ້ລົງກວດກາ, ຕິດຕາມປະກົດການຫຍໍ້ທໍ້ ແລະ ແກ້ໄຂບັນຫາສຽງເນືອງນັນ, ການເປີດບໍລິການເກີນໂມງຂອງບັນດາຮ້ານອາຫານ, ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງຕ່າງໆ 158 ແຫ່ງ, ໄດ້ສຶກສາອົບຮົມນັກທ່ອງທ່ຽວທີ່ສວຍໂອກາດມາເຜີຍແຜ່ສາສະໜາຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ຈຳນວນ 18 ຄົນ ຍິງ 9 ຄົນ.

ນັກທ່ອງທ່ຽວ ທີ່ໃຊ້ບໍລິການດ່ານ ຕມ ສາກົນບໍ່ເຕ່ນ
ນັກທ່ອງທ່ຽວ ທີ່ໃຊ້ບໍລິການດ່ານ ຕມ ສາກົນບໍ່ເຕ່ນ

ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ປະກອບການໂຮງແຮມ, ຣິສອດ, ເຮືອນພັກ, ຮ້ານອາຫານ, ຮ້ານກີນດື່ມ, ຮ້ານບັນເທີງອື່ນໆ ຈົ່ງໃຫ້ການຮ່ວມມືມີສ່ວນຮ່ວມໃນການຄຸ້ມຄອງ, ຕິດຕາມ, ກວດກາການເຄື່ອນໄຫວການເໜັງຕີງຂອງສັງຄົມ; ມີສ່ວນຮ່ວມໃນການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປັບປຸງຂອດບໍລິການຕ້ອນຮັບໃຫ້ມີເອກະລັກຂອງບັນດາເຜົ່າ ແລະ ຮັກສາໄດ້ຄວາມສະອາດ, ຄວາມສະຫງົບປອດໄພໃຫ້ແກ່ຜູ່ມາຢ້ຽມຢາມທ່ອງທ່ຽວ.