ເກີດເຫດຍິງຂີປະນາວຸດ ໃນຂະບວນສວນສະໜາມ ທະຫານເຢເມນ

0
736

ໃນວັນທີ 1 ສິງຫາ ທີ່ຜ່ານມາ, ສຳນັກຂ່າວ BBC ລາຍງານ ສະຖານະການ ສົງຄາມເຢເມນ ວ່າ: ກະບົດຮູຕິ ກອງກຳລັງປະກອບອາວຸດ ນິກາຍຊີອະ ເຊິ່ງຢອດຄອງພື້ນທີ່ສ່ວນໃຫຍ່ຂອງ ປະເທດເຢເມນ ໄດ້ໂຈມຕີ ຂະບວນສວນສະໜາມຂອງ ກອງທັບເຢເມນ ຢູ່ທີ່ຄ້າຍທະຫານຂອງເມືອງອາເດນ ເມືອງທ່າເຮືອທາງພາກໃຕ້ຂອງປະເທດ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 32 ຄົນ ແລະ ອີກຫຼາຍສິບຄົນ ໄດ້ຮັບບາດເຈັບ.

ກະບົດຮູຕິ ກອງກຳລັງປະກອບອາວຸດ ນິກາຍຊີອະ ເຊິ່ງຢອດຄອງພື້ນທີ່ສ່ວນໃຫຍ່ຂອງ ປະເທດເຢເມນ ໄດ້ໂຈມຕີ ຂະບວນສວນສະໜາມຂອງ ກອງທັບເຢເມນ
ກະບົດຮູຕິ ກອງກຳລັງປະກອບອາວຸດ ນິກາຍຊີອະ ເຊິ່ງຢອດຄອງພື້ນທີ່ສ່ວນໃຫຍ່ຂອງ ປະເທດເຢເມນ ໄດ້ໂຈມຕີ ຂະບວນສວນສະໜາມຂອງ ກອງທັບເຢເມນ

ສະຖານີໂທລະພາບຂອງ ກະບົດຮູຕິ ລາຍງານ ວ່າ:

ກະບົດຮູຕິ ໂຈມຕີດ້ວຍຊີປະນາວຸດ ແລະ ໂດຣນຕິດອາວຸດ ໂດບອ້າງວ່າ ຂະບວນສວນສະໜາມຂອງ ກອງທັບເຢເມນ ເປັນສ່ວນໜຶ່ງຂອງການກຽມຄວາມພ້ອມຈາກ ກອງກຳລັງທີ່ສະໜັບສະໜູນ ລັດຖະບານເຢເມນ ເພື່ອການໂຈມຕີອີກຄັ້ງ ໃນດິນແດນທາງພາກເໜືອຂອງເມືອງອາເດນ ເຊິ່ງກະບົດຮູຕິຢຶດຄອງ.

ແນວໃດກໍຕາມ, ລັດຖະບານເຢເມນ ຖະແຫຼງການວ່າ: ເປັນພິທີສຳເລັດການສຶກສາ ສຳລັບ ທະຫານເກນໃໝ່.

ຜູ້ເຫັນເຫດການ ບອກກັບ ສຳນັກຂ່າວ ຣອຍເຕີ ວ່າ:

ເຫດໂຈມຕີເກີດຂຶ້ນ ຢູ່ດ້ານຫຼັງຂອງພິທີ, ສົບຜູ້ເສຍຊີວິດກະຈາຍຊະຊາຍ ແລະ ກຸ່ມທະຫານຮ້ອງໄຫ້ ຢູ່ກັບສົບທີ່ເຊື່ອວ່າ ເປັນຜູ້ບັນຊາການທະຫານອາວຸໂສ;

ທັ້ງນີ້, ຄ້າຍທະຫາຍທີ່ຖືກ ກະບົດຮູຕິ ໂຈມຕີ ເປັນຂອງ ກອງກຳລັງທີ່ສະໜັບສະໜູນ ລັດຖະບານເຢເມນ.

ມີຜູ້ເສຍຊີວິດ ຢ່າງໜ້ອຍ 32 ຄົນ ແລະ ອີກຫຼາຍສິບຄົນ ໄດ້ຮັບບາດເຈັບ
ມີຜູ້ເສຍຊີວິດ ຢ່າງໜ້ອຍ 32 ຄົນ ແລະ ອີກຫຼາຍສິບຄົນ ໄດ້ຮັບບາດເຈັບ

ກ່ອນໜ້ານີ້, ກໍເກີດເຫດລະເບີດຂ້າຕົວຕາຍ ທີ່ສະຖານີຕຳຫຼວດ ໃນເມືອງອາເດນ ມີຜູ້ເສຍຊີວິດ 10 ຄົນ ແຕ່ຍັງບໍ່ມີລາຍງານວ່າ ມີຄວາມກ່ຽວຂ້ອງກັບ ເຫດໂຈມຕີທະຫານ ໃນຂະບວນສວນສະໜາມ ຫຼື ບໍ.

ທັ້ງນີ້, ກະບົດຮູຕິ ຢຶດຄອງພື້ນທີ່ສ່ວນໃຫຍ່ ທາງທິດຕາເວັນອອກຂອງເຢເມນ ແລະ ໂຈມຕີຈົນໄດ້ຮັບຄວາມເສຍຫາຍຫຼາຍ, ກາຍເປັນຄວາມຂັດແຍ້ງມາຕັ້ງແຕ່ປີ 2015 ແລະ ເຮັດໃຫ້ ປະທານາທິບໍດີ ອັບດຣັບບູ ຮາດີ ຕ້ອງເດີນທາງໜີອອກນອກປະເທດ.

ກອງກຳລັງທີ່ສະໜັບສະໜູນ ລັດຖະບານເຢເມນ
ກອງກຳລັງທີ່ສະໜັບສະໜູນ ລັດຖະບານເຢເມນ