ໜ່ວຍພັກກົມ ຮ່ວມມືສາກົນ ຈັດກອງປະຊຸມໃຫຍ່ ຄັ້ງທີ IV

0
1695
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມ ຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມ ຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມ ຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ 2019, ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ສຸພັນ ແກ້ວມີໄຊ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີເລຂາໜ່ວຍພັກ, ຜູ້ແທນສົມບູນ-ສໍາຮອງ, ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມ ຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມ ຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ

ສະຫາຍ ນາງ ສີສົມບູນ ອຸນາວົງ ຄະນະບໍລິຫານງານພັກກະຊວງ ເລຂາໜ່ວຍພັກກົມຮ່ວມມືສາກົນ ໄດ້ລາຍ ງານວ່າ: ໃນໄລຍະ 5 ປີຜ່ານມາ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາດ້ານວຽກງານວິຊາສະເພາະຕາມພາລະບົດບາດທີ່ໄດ້ຮັບມອບໝາຍ, ເຊິ່ງມີຜົນສໍາເລັດສະແດງອອກ ຄື: ສາມາດບັນລຸເປົ້າໝາຍຢ່າງເປັນຮູບປະທໍາ ເປັນຕົ້ນແມ່ນ ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາໃນປີ 2015, ເປົ້າໝາຍຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2024 ແລະ ເປົ້າໝາຍພັດທະນາແບບຍືນຍົງໃນປີ 2030 ໂດຍເຮັດວຽກຮ່ວມມືກັບຕ່າງປະ ເທດບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນແລະກັນ, ເປີດກວ້າງການພົວພັນຮ່ວມມືເສດຖະກິດກັບຕ່າງປະເທດ ແລະ ການຮ່ວມມືເພື່ອການພັດທະນາກັບບັນດາປະເທດເພື່ອນມິດ ຍຸດທະສາດ ແລະ ທຶນການຊ່ວຍເຫຼືອສົກປີ 2014-2018 ສາມາດຈັດຕັ້ງປະຕິບັດໄດ້ 4.233,99 ລ້ານໂດລາສະຫັດ. ໃນນັ້ນ, ຊ່ວຍເຫຼືອລ້າ ຈໍານວນ 1.620,77 ລ້ານ ໂດລາສະຫະລັດ ແລະ ກູ້ຢືມ 2.614,22 ລ້ານໂດລາສະຫະລັດ.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມ ຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມ ຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ

ຄຽງຄູ່ກັນນີ້, ຍັງໄດ້ດໍາເນີນຊີວິດການເມືອງເປັນປົກກະຕິ ເພື່ອຕໍານິສົ່ງຂ່າວ ແລະ ກໍ່ສ້າງເຊິ່ງກັນແລະ ກັນ, ເອົາ ໃຈໃສ່ນໍາພາ-ຊີ້ນໍາສະມາຊິກໃຫ້ເປັນແບບຢ່າງໃນການປະຕິບັດລະບຽບພັກ ແລະ ຄໍາຂວັນ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານທັງພາຍໃນ-ຕ່າງປະເທດທາງດ້ານທິດສະດີການເມືອງ ກໍຄືວຽກງານວິຊາສະເພາະຢ່າງເປັນລະບົບ ແລະ ຕໍ່ເນື່ອງທາງດ້ານທິດສະດີຫຼາຍກວ່າ 80% ສ່ວນວິຊາສະເພາະແມ່ນ 90% ຂຶ້ນໄປ; ນອກນັ້ນ, ໜ່ວຍພັກກົມຮ່ວມມືສາກົນ ຍັງໄດ້ຮັບໃບຢັ້ງຢືນໜ່ວຍພັກແຂງ-ຮູ້ນໍາພາຮອບດ້ານ 4 ປີ ຊ້ອນ ແລະ ໄດ້ຮັບໃບຍ້ອງຍໍຫຼາຍປະເພດນໍາອີກ.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ລົງສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ ຜ່ານການປ່ອນບັດເລືອກໄດ້ສະຫາຍ ນາງ ສີສົມບູນ ອຸນາວົງ ເປັນເລຂາ, ສະຫາຍ ນາງ ສາຍໝອນຄໍາ ມັງໜໍ່ເມກ ເປັນຮອງເລຂາ, ສະຫາຍ ສີສົມພອນ ເພັດດາວເຮືອງ ເປັນປະທານກວດກາ ແລະ ອີກ 2 ສະ ຫາຍ ເປັນຄະນະໜ່ວຍພັກ.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ