ຄະນະປະທານໃນພິທີປະກາດສ້າງຄອບ ຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຂອງ ບ້ານສາຍພາຍ
ຄະນະປະທານໃນພິທີປະກາດສ້າງຄອບ ຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຂອງ ບ້ານສາຍພາຍ

ໃນອາທິດຜ່ານມາ, ປກສ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດສ້າງຄອບ ຄົວ ແລະ ບ້ານ ປ້ອງກັນຄວາມສະຫງົບດີ ໃຫ້ແກ່ ບ້ານສາຍພາຍ ເປັນປະທານ ໂດຍ ທ່ານ ປອ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ; ມີ ພັທ ໄຊຍະສຸກ ຫຼຽນຕະກຸນ ຮັກສາການຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກອງບັນຊາການ ປກສ ເມືອງ, ປກສ ບໍລິການປະຊາຊົນ, ອໍານາດການປົກຄອງບ້ານ-ນາຍບ້ານ ຕະຫຼອດຮອດພໍ່, ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ຄະນະພັກກອງບັນຊາການ ປກສ ເມືອງ ແລະ ພະນັກງານວິຊາສະເພາະ ປກສ ບໍລິການປະຊາຊົນ ໄດ້ຜັດປ່ຽນກັນຂຶ້ນບັນລະຍາຍເອກະສານການສ້າງຄອບຄົວ ແລະ ບ້ານ ປ້ອງກັນຄວາມສະຫງົບດີ ເຊັ່ນ: ຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 818/ປກສ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ; ຂໍ້ຕົກລົງຂອງເຈົ້າເມືອງທ່າພະບາດ ສະບັບເລກທີ 761/ມທບ, ລົງວັນທີ 12 ສີງຫາ 2015 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີທົ່ວເມືອງທ່າພະບາດ; ຂໍ້ຕົກລົງສະບັບເລກທີ 762/ມທບ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.

ນອກນັ້ນ, ກໍມີ: ແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ; ເອກະສານບົດບັນທຶກສັນຍາກ່ຽວກັບວຽກງານຮັກສາຄວາມສະຫງົບ; ເອກະສານຂໍ້ແຂ່ງຂັນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ແລະ ເອກະສານລະບຽບສາຍພົວພັນພາຍໃນບ້ານ; ເຊິ່ງບັນດາທ່ານໄດ້ກ່າວວ່າ: ແຜນສ້າງຄອບຄົວ ແລະ ບ້ານ ປ້ອງກັນ ຄວາມສະຫງົບດີ ເພື່ອເປັນການຫັນເອົາແນວທາງນະໂຍບາຍຂອງພັກ-ລັດລົງສູ່ຮາກຖານບ້ານ, ຫົວໜ່ວຍຄອບຄົວ, ປະຊາຊົນພາຍໃນບ້ານສາຍພາຍ ຕ້ອງໄດ້ເປັນເຈົ້າການໃນການປະຕິບັດແນວທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເປັນວຽກງານທົ່ວປວງຊົນຮອບ ດ້ານ; ສ້າງຄອບຄົວ ແລະ ບ້ານຂອງຕົນໃຫ້ກາຍເປັນຄອບຄົວ ແລະ ບ້ານ ປ້ອງກັນຄວາມສະຫງົບດີ ໂດຍອີງໃສ່ 6 ມາດຖານເງື່ອນໄຂເປັນຫຼັກ; ຖ້າຄອບຄົວ ຫຼື ບຸກຄົນໃດ ບໍ່ຟັງຄວາມການຈັດຕັ້ງ, ບໍ່ເຄົາລົບລະບຽບກົດໝາຍຂອງບ້ານເມືອງຈະຕ້ອງໄດ້ນໍາມາສຶກສາອົບຮົມ ຫຼື ປະຕິບັດລະບຽບກົດໝາຍຕໍ່ຜູ້ລະເມີດ, ທຸກຄອບຄົວທີ່ດໍາລົງຊີວິດຢູ່ພາຍໃນ ຕ້ອງໄດ້ເປັນເຈົ້າການສ້າງບົດບັດທຶກຂໍ້ແຂ່ງຂັນໃນການສ້າງຄອບຄົວ ແລະ ບ້ານ ປ້ອງກັນຄວາມສະຫງົບດີ; ຈາກນັ້ນ, ພະນັກງານ ປກສ ບໍລິການປະຊາຊົນ ກໍໄດ້ແບ່ງຈຸ, ແບ່ງໜ່ວຍກັນລົງເກັບກໍາຕົວຈິງແຕ່ລະຄອບຄົວ ເພື່ອໃຫ້ຖືກຕ້ອງສອດຄ່ອງ ແລະ ປະສົບຜົນສໍາເລັດເປັນຢ່າງດີ.

ປະຊາຊົນພາຍໃນ ບ້ານສາຍພາຍ ແລະ ແຂກຮັບເຊີນໃນພພິທີ
ປະຊາຊົນພາຍໃນ ບ້ານສາຍພາຍ ແລະ ແຂກຮັບເຊີນໃນພພິທີ

ຕອນທ້າຍພິທີ, ທ່ານ ປອ ດວງ ຕາ ມໍລະຄາສຸກ ເຈົ້າເມືອງໆທ່າພະບາດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ປະຊາຊົນທີ່ເຂົ້າຮ່ວມພິທີດັ່ງກ່າວ; ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນ ບ້ານສາຍພາຍ ຈົ່ງພ້ອມກັນເອົາໃຈໃສ່ແກ້ໄຂຄວາມບໍ່ສະຫງົບ, ສຶກອົບຮົບລູກຫຼານຂອງຕົນໃຫ້ເປັນພົນລະເມືອງດີ, ບໍ່ໄປພົວພັນກັບຢາເສບຕິດທໍາມາຫາກິນຢ່າງຊື່ສັດ ສຸດຈະລິດ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ນຳເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີກາຍເປັນຄອບຄົວແບບຢ່າງ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕາມແຜນທີ່ໄດ້ ກຳນົດໄວ້.

ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນ
ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນ